Homeຂ່າວທ້ອງຖິ່ນນັກລົງທຶນຕ່າງປະເທດ ສຳປະທານເນື້ອທີ່ດິນລັດ ແຕ່ບໍ່ປະຕິບັດຕາມສັນຍາ

ນັກລົງທຶນຕ່າງປະເທດ ສຳປະທານເນື້ອທີ່ດິນລັດ ແຕ່ບໍ່ປະຕິບັດຕາມສັນຍາ

Published on

ປະຊາຊົນແຂວງເຊກອງຮຽກຮ້ອງໃຫ້ລັດຖະບານກວດຄືນກ່ຽວກັບການສຳປະທານດິນລັດຂອງນັກລົງທຶນຕ່າງປະເທດ ທີ່ມີຫຼາຍກວ່າ 100 ເຮັກຕາພາຍໃນແຂວງຍ້ອນວ່ານັກລົງທຶນບໍ່ປະຕິບັດຕາມສັນຍາຕາມການສະເໜີປູກພືດປອດສານພິດ ແຕ່ ຫັນໄປປູກພຶດອື່ນແທນ.

ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 16 ແຂວງເຊກອງ ທ່ານ ພອນເພັດ ຄິວລາວົງ ທັງເປັນປະທານສະພາປະຊາຊົນແຂວງເຊກອງໄດ້ໃຫ້ສຳພາດຕໍ່ ທີມງານວຽງຈັນທາມ ທີ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ວ່າ: ແຂວງເຊກອງ ກໍ່ເໝືອນກັບແຂວງອື່ນໆ ໃນຂອບ ເຂດທົ່ວປະເທດ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ -19 ໄດ້ເຮັດໃຫ້ສະ ພາບໂດຍລວມທົ່ວໄປພາຍໃນແຂວງພົບຄວາມຫຍຸ້ງຍາກ.

ບັນຫາພົ້ນເດັ່ນທີ່ປະຊາຊົນໄດ້ສະເໜີອຳນາດການປົກຄອງແຂວງແກ້ໄຂຫຼາຍກວ່າໝູ່ແມ່ນການສຳປະທານທີ່ດິນລັດຂອງນັກລົງທຶນຕ່າງປະເທດທີ່ຍັງບໍ່ປະຕິບັດຕາມສັນຍາ ຊຶ່ງປະຊາຊົນຮຽກຮ້ອງໃຫ້ລັດຖະບານປະເມີນຄືນກ່ຽວກັບການສຳປະທານທີ່ດິນ ທີ່ນັກລົງທຶນໄດ້ສະເໜີປູກພືດປອດສານພິດ ແຕ່ສຸດທ້າຍພັດປູກໝາກນ໋ອດ, ໝາກອຶ, ໝາກເຜັດ,ປູກກ້ວຍ, ໝາກມັງກອນ ທີ່ໃຊ້ສານເຄມີ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງກັບການສໍາປະທານດິນລັດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...