spot_img
Homeຂ່າວທ້ອງຖິ່ນການຂະຫຍາຍຕົວຂອງເສດຖະກິດລາວ ມີທ່າອ່ຽງຫຼຸດລົງໃນແຕ່ລະປີ

ການຂະຫຍາຍຕົວຂອງເສດຖະກິດລາວ ມີທ່າອ່ຽງຫຼຸດລົງໃນແຕ່ລະປີ

Published on

ສຳນັກຂ່າວສານປະເທດລາວ ລາຍງານວ່າ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII, ແຜນງົບປະມານແຫ່ງລັດ 5 ປີ (2016-2020), ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ແລະ ແຜນງົບປະມານແຫ່ງລັດ 5 ປີ (2021-2025); ພ້ອມທັງຊີ້ໃຫ້ເຫັນ ການເຕີບໂຕຂອງເສດຖະກິດ ສປປ ລາວ ສະເລ່ຍ 5 ປີຜ່ານມາ (2016-2020) ເພີ່ມຂຶ້ນປະມານ 5,8% ຕໍ່ປີ, ຫຼຸດຄາດໝາຍທີ່ກຳນົດໄວ້ (ມະຕິສະພາ 7,2%) ແລະ ມີທ່າອ່ຽງຫຼຸດລົງໃນແຕ່ລະປີ, ແຕ່ຖ້າທຽບໃສ່ປະເທດອ້ອມຂ້າງໃນພາກພື້ນ ເຫັນວ່າຍັງຢູ່ໃນລະດັບສູງ.

ທ່ານ ສອນໄຊ ສີພັນດອນ ໃຫ້ຮູ້ຕື່ມວ່າ: ການຈັດຕັ້ງປະຕິບັດໃນໄລຍະ 5 ປີ ຜ່ານມາພວກເຮົາຍັງມີຈຸດອ່ອນຂໍ້ຄົງຄ້າງ, ອຸປະສັກ ແລະ ສິ່ງທ້າທາຍຈຳນວນໜຶ່ງ, ໂດຍສະເພາະການຂະຫຍາຍ ຕົວຂອງເສດຖະ ກິດ ມີທ່າອ່ຽງຫຼຸດລົງໃນແຕ່ລະປີ, ຄຸນນະພາບຂອງການເຕີບໂຕບໍ່ສູງ ຍັງເອື່ອຍອີງໃສ່ຂະແໜງຊັບ ພະຍາກອນທຳມະຊາດ, ການຜະລິດເປັນສິນຄ້າຍັງບໍ່ຫຼາກຫຼາຍ ບໍ່ທັນເປັນທ່າ ແຮງຂອງການສົ່ງອອກ.

ພ້ອມກັນນີ້, ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ-ເງິນຕາ ແລະ ບັນຫາໜີ້ສິນສາທາລະນະ ຍັງບໍ່ທັນສາມາດແກ້ໄຂ ໃຫ້ມີການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ, ການເກັບລາຍຮັບບໍ່ກຸ້ມ ລາຍຈ່າຍພາຍໃນ, ການຂາດດູນງົບປະມານ, ບັນຫາໜີ້ສິນ, ການປະຕິບັດວິໄນແຜນການ-ການເງິນ ບໍ່ເຄັ່ງຄັດ, ຄັງສຳຮອງເງິນຕາຕ່າງປະເທດ ຕໍ່າກວ່າແຜນການທີ່ວາງໄວ້ໃນບາງໄລຍະ (ປີ 2017); ການປັບປຸງສະພາບແວດລ້ອມ ດ້ານການລົງທຶນຍັງບໍ່ທັນໄດ້ຮັບການແກ້ໄຂ ດ້ວຍນະໂຍບາຍ ແລະ ກົນໄກແບບບຸກທະລຸ, ຍັງຊັກຊ້າ, ຜ່ານຫລາຍຂອດບໍລິຫານຄຸມເຄືອ, ສັບສົນ ບໍ່ທັນໂລ່ງລ່ຽນ, ເຊິ່ງກາຍເປັນສິ່ງກົດໜ່ວງໂດຍກົງຕໍ່ຄວາມອາດສາມາດ ໃນການສ້າງແຮງດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ. ພ້ອມນີ້, ການປະຕິບັດມາດຕະການຕົວຈິງ ເພື່ອຊຸກຍູ້ສົ່ງເສີມຜູ້ປະກອບການ ພາຍໃນ ໂດຍສະເພາະ SME, MSME ຍັງບໍ່ທັນມີປະສິດທິຜົນ, ບັນດາວິສາຫະກິດພາຍໃນປະເທດ ສ່ວນໃຫຍ່ຍັງອ່ອນແອ ຍັງບໍ່ທັນມີຖານການຜະລິດ, ການບໍລິການ ແລະ ການຕະຫລາດທີ່ໝັ້ນຄົງແຂງແຮງ, ລັດວິສາຫະກິດສ່ວນຫລາຍດຳເນີນທຸລະກິດທີ່ຂາດທຶນ ແລະ ເຮັດໃຫ້ມີໜີ້ສິນຄຸມເຄືອ. ການເສີມຂະຫຍາຍ, ນຳໃຊ້ທ່າແຮງ ແລະ ຄວາມອາດສາມາດບົ່ມຊ້ອນ ດ້ານຊັບພະຍາກອນທຳມະຊາດ, ທີ່ຕັ້ງພູມສັນຖານ ແລະ ປັດໄຈອື່ນໆຂອງຊາດ ຄຽງຄູ່ກັບການໃຊ້ກາລະໂອກາດ, ເງື່ອນໄຂໃໝ່ໆທີ່ເກີດຈາກການຮ່ວມມືສາກົນ ຍັງບໍ່ທັນແຂງແຮງ, ກົງກັນຂ້າມການປົກປັກຮັກສາສິ່ງແວດລ້ອມ ຈາກການນຳໃຊ້ຊັບພະຍາກອນທຳມະຊາດ ຍັງບໍ່ຮັດກຸມເທົ່າທີ່ຄວນ; ການກໍ່ສ້າງ ແລະ ຍົກລະດັບດ້ານວິຊາການ-ເຕັກ ນິກ ໃນຫລາຍຂົງເຂດຍັງບໍ່ສາມາດຕອບສະໜອງຄວາມຕ້ອງ ການ ຂອງບັນດາໂຄງການ ພັດທະນາໃນແຕ່ລະໄລຍະ; ປະກົດການຫຍໍ້ທໍ້ໃນສັງຄົມ ຍັງຄຸມເຄືອບໍ່ທັນແກ້ໄຂໄດ້ຢ່າງຂາດຕົວ, ການປົກປ້ອງຕຳແໜ່ງງານໃຫ້ຄົນລາວ ຍັງບໍ່ທັນໄດ້ຮັບການປະຕິບັດຢ່າງແຂງແຮງ, ການແກ້ໄຂແຮງງານບໍ່ຖືກກົດໝາຍຈາກຕ່າງປະເທດ, ການຄຸ້ມຄອງຄົນລາວໄປອອກແຮງງານຢູ່ຕ່າງປະເທດ ຍັງບໍ່ທັນຮັດກຸມ, ສະພາບຄວາມແຕກໂຕນທາງສັງຄົມ ລະຫວ່າງກຸ່ມຄົນຮັ່ງ ແລະ ຄົນທຸກ ມີທ່າອ່ຽງຫຍັບອອກຫ່າງກັນ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເຖິງວ່າໄດ້ເອົາໃຈໃສ່ ແຕ່ກໍຍັງບໍ່ແທດເຖິງ ແລະ ບໍ່ທັນເຂົ້າສູ່ລວງເລິກເທົ່າທີ່ຄວນ.

ນອກຈາກນີ້, ການບໍລິຫານ ແລະ ຄຸ້ມຄອງສັງຄົມຕາມກົດໝາຍ ບໍ່ທັນເຂັ້ມງວດເທົ່າທີ່ຄວນ, ຍັງມີ ປະກົດການລະເມີດກົດໝາຍ, ການປະຕິບັດຄຳຕັດສິນຂອງສານບາງກໍລະນີ ຍັງບໍ່ທັນໃຊ້ໄດ້ຢ່າງເດັດຂາດ, ການກ້າວກ່າຍຂອງການຈັດຕັ້ງ ຫຼື ບຸກຄົນໃນຂະບວນບໍລິຫານລັດ ແລະ ຂະບວນຍຸຕິທຳ ຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງເຖິງຖອງ; ພະນັກງານຈຳນວນໜຶ່ງ ຍັງຂາກຄວາມຮັບຜິດຊອບ ແລະ ຍັງມີປະກົດການສວຍໃຊ້ໜ້າທີ່ຕຳແໜ່ງ ເພື່ອຜົນປະໂຫຍດສ່ວນຕົວທາງກົງ ຫຼື ທາງອ້ອມ, ການຊັບຊ້ອນຈັດວາງພະນັກງານຢູ່ແຕ່ລະຂັ້ນ ຢູ່ບາງຂົງເຂດວຽກງານ ຍັງບໍ່ທັນສາມາດສ້າງການຫັນ ປ່ຽນແບບບຸກທະລຸ ແລະ ເລິກເຊິ່ງແທ້.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...