Homeຄວາມງາມ6 ເຄັດລັບ ບັງຄັບຕົນເອງໄປອອກກຳລັງກາຍ

6 ເຄັດລັບ ບັງຄັບຕົນເອງໄປອອກກຳລັງກາຍ

Published on

burn1

  1. ເຮົາ​ຄວນ​ຕັ້ງ​ເປົ້າ​ໝາຍບໍ່​ສູງ​ເກີນ​ໄປແລະ ​ຕັ້ງ​ຕາມ​ຄວາມ​ເປັນ​ຈິງ​ເພາະ​ເຊື່ອ​ວ່າ ສາວໆ​ທັງ​ຫລາຍ ຢາກ​ທີ່​ຈະ​ຫລຸດ ຫລື​ ໄດ້​ຮູບຮ່າງທີ່​ຕ້ອງ​ການ​ແບບ​ປະຈຸບັນ​ແບບດ່ວນໆ ລອງ​ປ່ຽນ​ມາ​ຕັ້ງ​ເປົ້າ​ໝາຍ​ວ່າ ໃນ​ໜຶ່ງ​ອາທິດ​ຂ້ອຍ​ຈະ​ອອກ​ກຳ​ລັງ​ກາຍ​ຈັກ 3 ມື້ ແນ່ນອນ​ຫາກ​ເຈົ້າ​ເຮັດ​ໄດ້​ຫລາຍກວ່າ​ທີ່​ຕັ້ງ​ເປົ້າ​ໝາຍ​ໄວ້ ຈະ​ເຮັດໃຫ້​ຮູ້ສຶກ​ໄດ້​ວ່າ ຂ້ອຍ​ກໍ​ເຮັດ​ໄດ້​ດີ​ກາຍຕັ້ງ​ໃຈ​ໄວ້​
  2. ສ້າງ​ແຮງ​ຈູງໃຈແນ່ນອນ​ວ່າ ອອກ​ກຳ​ລັງ​ກາຍ​ຄົນ​ດຽວ​ມັນ​ເຫງົາ​ ແຖມ​ເບື່ອ​ງ່າຍ​ອີກ​ຕ່າງ​ຫາກ ລອງ​ຊັກຊວນ ​ຫລື ໂພດ​ລົງ​ເຟດ​ບຸກ ທະ​ວິດ​ເຕີ ​ຊວນ​ໝູ່ປະມານ 2-3 ຄົນ ມາ​ອອກ​ກຳ​ລັງ​ກາຍ​ນຳກັນ ມັນ​ເຮັດໃຫ້​ເຮົາ​ມີ​ແຮງ​ຈູງ​ໃຈ​ຫລາຍ​ຂຶ້ນ
  3. ເລືອກ​ການ​ອອກ​ກຳ​ລັງ​ກາຍ​ທີ່​ເປັນ​ແບບ​ຂອງ​ຕົນ​ເອງສຳຫລັບ​ການ​ອອກ​ກຳ​ລັງ​ກາຍ ​ແບບທີ່​ເຮົາ​ຮູ້​ກັນ​ວ່າ ມີ​ຫລາກ​ຫລາຍ​ແບບ ຕົວຢ່າງ ລອຍນໍ້າ ໂຢ​ຄະ ຟິດ​ເນດ ແອ​ໂລ​ບິກ​ແດນ ຫລື ຕີ​ມວຍ ຖ້າ​ເຮົາ​ເລືອກ​ການ​ອອກ​ກຳ​ລັງ​ກາຍ​ທີ່​ແມ່ນ​ສຳຫລັບ​ເຮົາ ນັ້ນ​ຈະ​ຍິ່ງ​ກະຕຸ້ນ​ໃຫ້​ເຮົາ​ຮູ້ສຶກ​ມ່ວນ ແລະ ​ຢາກ​ທີ່​ຈະ​ອອກ​ກຳ​ລັງ​ກາຍ​ຈົນ​ກາຍ​ເປັນ​ຄວາມ​ເລິ້ງເຄີຍເລີຍ​ກໍ​ວ່າໄດ້
  4. ລອງ​ຫາ​ຜູ້​ຊ່ວຍເວລາ​ທີ່​ເຮົາ​ອອກ​ກຳ​ລັງ​ກາຍ ຫລື ​ຄິດ​ທີ່​ຈະ​ອອກ​ກຳ​ລັງ​ກາຍ ແຕ່​ບາງເທື່ອ​ບໍ່​ຮູ້​ຈະ​ເລີ່ມ​ຈາກ​ບ່ອນ​ໃດ ຍິ່ງ​ຖ້າ​ໄປ​ຄົນ​ດຽວ​ແລ້ວ​ ອາດຈະ​ລົ້ມ​ເລີກ​ຄວາມ​ຕັ້ງ​ໃຈ​ກໍ​ເປັນ​ໄດ້ ດຽວ​ນີ້ ມີ​ເຊນ​ເນີ ຫລື​ ຜູ້​ທີ່​ໃຫ້​ຄຳ​ປຶກ​ສາ​ເລື່ອງ​ອອກ​ກຳ​ລັງ​ກາຍ​ຢູ່​ຫລາຍ ເຮົາ​ລອງ​ເຂົ້າ​ເວັບ​ໄຊ​ກຸ່ມ​ຄົນ​ຮັກ​ອອກ​ການ​ອອກ​ກຳ​ລັງ​ກາຍ ຫລື ​ຫາ​ໝູ່ໆ​ໃນ​ສັງຄົມ​ອອນ​ລາຍ​ທີ່​ມັກ ແລະ ​ອອກ​ກຳ​ລັງ​ກາຍ​ຢູ່​ແລ້ວ​ໃນ​ແບບ​ທີ່​ເຮົາ​ສົນ​ໃຈ ເປັນ​ທີ່​ປຶກ​ສາ​ໃຫ້​ຄຳ​ແນະ​ນຳ​ກັບ​ເຈົ້າ​ກະໄດ້
  5. ປັບ​ປ່ຽນ​ການ​ອອກ​ກຳ​ລັງ​ກາຍ​ໃຫ້​ມີ​ການ​ປະສົມ​ປະ​ສານຫລາຍ​ເທື່ອ​ທີ່​ເຮົາ​ອອກ​ກຳ​ລັງ​ກາຍ ຈະ​ເລີ່ມ​ຮູ້ສຶກ​ເໜື່ອ​ຍໆ ​ແລະ ​ທໍ້ ຫລື​ ຢາກ​ລອງ​ເຮັດ​ຢ່າງ​ອື່ນ​ເພີ່ມເຕີມ​ເພື່ອ​ໃຫ້​ມີ​ສີ​ສັນ ແລະ​ ຄວາມ​ແປກ​ໃໝ່​ໃນ​ການ​ອອກ​ກຳ​ລັງ​ກາຍ ບໍ່​ຜິ​ດົກ​ຮັບ​ສຳລັບ​ຄວາມ​ຄິດ​ນີ້ ເຈົ້າ​ລອງ​ຫາ​ກິດຈະກຳ​ອື່ນໆ ​ທີ່​ຊື່ມັກ​ມາ​ຮ່ວມ​ກໍ​ໄດ້​ເຊັ່ນກັນ
  6. ຈົດ​ບັນ​ທຶກ​ຄວາມ​ປ່ຽນ​ແປງຂໍ້​ນີ້​ສຳຄັນ​ເລຍ ເຮົາ​ຈະ​ບໍ່​ເຊື່ອ​ເລີຍ​ວ່າ​ ຫລັງ​ຈາກ​ທີ່​ເຮົາ​ອອກ​ກຳ​ລັງ​ກາຍ ເຮົາ​ຈະ​ໄດ້​ຮູບຮ່າງ​ທີ່​ສົມສ່ວນ ເບິ່ງ​ກະ​ຊັບ ຮູ້ສຶກ​ສົດ​ຊື່ນ​ຂຶ້ນ​ມາ ທັງ​ຜິວ​ພັນ ແລະ​ ໜ້າ​ຕາ ນອກ​ຈາກ​ການ​ຈົດ​ບັນ​ທຶກ​ແລ້ວ ລອງ​ຖ່າຍ​ຮູບ​ເຮົາ​ໜ້າ​ແວ່ນ​ໄວ້​ທຸກ​ມຸມ​ທີ່​ເຈົ້າ​ຕ້ອງ​ການ ແລ້ວ​ລອງ​ມາ​ເບິ່ງ​ກັນ​ວ່າ ພາຍ​ໃນ 1 ອາທິດ ເຮົາ​ປ່ຽນ​ແປງ​ໄປ​ແບບໃດ​ແນ່ ເຮັດໃຫ້​ເຮົາ​ຮູ້ສຶກ​ຄຸ້ມຄ່າ ​ກັບ ​ການ​ອອກ​ກຳ​ລັງ​ກາຍ ແລະ​ ບໍ່​ເບື່ອ​ໜ່າຍ​ອີກ​ຕໍ່​ໄປ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...