Homeຂ່າວທ້ອງຖິ່ນຍີ່ປຸ່ນຈະຊ່ວຍເຫຼືອວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ລາວ

ຍີ່ປຸ່ນຈະຊ່ວຍເຫຼືອວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ລາວ

Published on

ຍີ່ປຸ່ນ ເຫັນດີຈະພິຈາລະນາຊ່ວຍເຫຼືອວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ ໃນອະນາຄົດ ເມື່ອຍີ່ປຸ່ນ ພັດທະນາສໍາເລັດແລ້ວ.

ວິທະຍຸກະຈາຍສຽງແຫ່ງຊາດ ລາຍງານໃຫ້ຮູ້ວ່າ ໃນວັນທີ 21 ຕຸລາ 2020, ທີ່ ກະຊວງການຕ່າງປະ ເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ໂມເຕງິ ໂທຊິມິດຊຶ (MOTEGI Toshimitsu), ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ໄດ້ລົມໂທລະສັບທາງໄກຮ່ວມກັນ ເພື່ອເປັນການສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ສົ່ງເສີມການຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດເຂົ້າສູ່ລວງເລິກ.

ໃນໂອກາດນີ້, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ທ່ານ ໂມເຕງິ ໂທຊິມິດຊຶ ທີ່ໄດ້ຮັບການແຕ່ງຕັ້ງເປັນ ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ອີກໜຶ່ງສະໄໝ ໃນກາງເດືອນກັນຍາ 2020 ຜ່ານມາ ແລະ ຢືນຢັນທີ່ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍຍີ່ປຸ່ນ ເພື່ອເສີມຂະຫຍາຍການຮ່ວມມືຂອງສອງປະເທດໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ. ພ້ອມນີ້, ກໍໄດ້ສະແດງຄວາມຂອບໃຈ ລັດຖະບານ ກໍຄືປະ ຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນຂະແໜງການຕ່າງໆ ຕະ ຫຼອດໄລຍະເວລາທີ່ຜ່ານມາ. ພິເສດແມ່ນການຊ່ວຍເຫຼືອທາງດ້ານອຸປະກອນການແພດ ແລະ ຢາ ໃຫ້ແກ່ຝ່າຍລາວ ເພື່ອປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ.

ໃນຂະນະດຽວກັນ, ຍີ່ປຸ່ນ ເຫັນດີຈະພິຈາລະນາຊ່ວຍເຫຼືອວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ ໃນອະນາຄົດ ເມື່ອຍີ່ປຸ່ນ ພັດທະນາສໍາເລັດແລ້ວ. ນອກຈາກນີ້, ຍັງໄດ້ສະແດງຄວາມຂອບ ໃຈຝ່າຍລາວ ຕໍ່ການຕ້ອນຮັບອັນອົບອຸ່ນ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ໃນເດືອນສິງຫາ 2020 ຜ່ານມາ ແລະ ໄດ້ຢືນຢັນທີ່ຈະສືບຕໍ່ຊຸກຍູ້ສົ່ງເສີມການພົວພັນ ແລະ ຮ່ວມມື ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນຂອງສອງປະເທດ.

ຮຽບຮຽງຂ່າວ: ພດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...