spot_img
Homeຂ່າວທ້ອງຖິ່ນແຫຼ່ງທ່ອງທ່ຽວເຂດໃໝ່ວັງວຽງ ບໍ່ມີການຍົກຍ້າຍບ້ານ-ຍົກຍ້າຍປະຊາຊົນ

ແຫຼ່ງທ່ອງທ່ຽວເຂດໃໝ່ວັງວຽງ ບໍ່ມີການຍົກຍ້າຍບ້ານ-ຍົກຍ້າຍປະຊາຊົນ

Published on

ໂຄງການພັດທະນາເຂດໃໝ່ວັງວຽງ ໃຫ້ເປັນແຫຼ່ງທ່ອງທ່ຽວຄົບວົງຈອນ, ທັນສະໄໝ ຕິດພັນກັບການຮັກສາທຳມະຊາດ ແລະ ສິ່ງແວດ ລ້ອມ ຊຶ່ງກວມເນື້ອທີ່ປະມານ 7.000 ເຮັກຕາ ຈະເຮັດໃຫ້ປະຊາຊົນໃນເຂດໂຄງການ 22 ບ້ານ ແລະ ຊາວເມືອງວັງວຽງ ໄດ້ຮັບຜົນປະໂຫຍດຫຼາຍຢ່າງ ເພາະຄຽງຂ້າງກັບການກໍ່ສ້າງພັດທະນານັ້ນ ກໍຮັກສາຄວາມສວຍສົດງົດງາມຂອງເມືອງວັງວຽງເອົາໄວ້, ສ້າງໃຫ້ເມືອງວັງວຽງກາຍເປັນເມືອງແຫ່ງການທ່ອງທ່ຽວຂອງລາວ, ສ້າງເປັນເມືອງທຳມະຊາດທີ່ເຮັດໃຫ້ນັກທ່ອງທ່ຽວຈາກທຸກ ມູມໂລກ ມັກວັງວຽງ, ຢາກມາພັກ, ບໍ່ຢາກເມືອ ແລະ ຍັງຢາກມາອີກ. ສິ່ງສຳຄັນຈະບໍ່ມີການຍົກຍ້າຍບ້ານ ແລະ ຍົກຍ້າຍປະຊາຊົນ ອອກຈາກພື້ນທີ່ຢ່າງແນ່ນອນ, ມີແຕ່ເນື້ອທີ່ການຜະລິດບາງສ່ວນ ອາດຖືກນຳໃຊ້ເຂົ້າໃນການພັດທະນາພື້ນຖານໂຄງລ່າງເທົ່ານັ້ນ.

ທ່ານ ຖັງ ຊິນຊວານ ປະທານບໍລິສັດ ພັດທະນາເຂດໃໝ່ວັງວຽງລາວ ຈຳກັດ ບອກກັບ ນັກຂ່າວສານປະເທດລາວ ວ່າ: ປັດຈຸບັນ ບໍລິສັດກໍາລັງກ້າວເຂົ້າສູ່ຂັ້ນຕອນການເຈລະຈາສັນຍາສໍາປະທານ, ການຄິດໄລ່ຫົວໜ່ວຍຊົດເຊີຍ ແລະ ກະກຽມວຽກການກໍ່ສ້າງໂຄງການ.

ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ພາກລັດຖະບານສະໜັບສະໜູນ ແລະ ຊ່ວຍເຫຼືອ ໃນການດຳເນີນການເຈລະ ຈາເນື້ອໃນສັນຍາສຳປະທານໂຄງການໂດຍໄວ, ຄາດວ່າຮອດທ້າຍປີ 2020 ນີ້ ໃຫ້ສາມາດກຽມພ້ອມທຸກເງື່ອນໄຂ ເພື່ອການເຊັນສັນຍາສຳປະທານ; ພ້ອມນີ້ ກໍສະເໜີໃຫ້ອຳນາດການປົກຄອງແຂວງວຽງຈັນ ແລະ ຄະນະກຳມະການໄກ່ເກ່ຍ-ຊົດເຊີຍທີ່ດິນຂັ້ນແຂວງ ເລັ່ງໃຫ້ມີການກຳນົດຫົວໜ່ວຍລາຄາຊົດເຊີຍເບື້ອງຕົ້ນ ແລ້ວລົງຮາກຖານເພື່ອທາບທາມ ແລະ ອະທິບາຍຕໍ່ປະຊາຊົນ, ເພື່ອກຳນົດຫົວໜ່ວຍລາຄາຊົດເຊີຍ ທີ່ທັງປະຊາຊົນ, ບໍລິສັດຜູ້ພັດ ທະນາ ແລະ ລັດຖະບານ ສາມາດຮັບໄດ້ ເພື່ອດຳເນີນການຈັດ ຕັ້ງປະຕິບັດໃນທ້າຍປີ 2020 ນີ້ເຊັ່ນກັນ.

ຮຽບຮຽງຂ່າວ:​ ພຸດສະດິ

ບົດຄວາມຫຼ້າສຸດ

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...

ສຳປະທານເນື້ອທີ່ 500 ເຮັກຕາ ໃຫ້ແກ່ນັກລົງທຶນ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ມູນຄ່າ 700 ລ້ານໂດລາ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ

ໃນວັນທີ 5 ກັນຍາ 2025 ທີ່ຜ່ານມາ, ໄດ້ມີພິທີລົງນາມສໍາປະທານເນື້ອທີ່ດິນ 500 ກວ່າເຮັກຕາ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ລະຫວ່າງ ລັດຖະບານ ສປປ ລາວ...

5 ນັກກິລາບານສົ່ງໄທຕິດຢູ່ໃນເນປານ ທ່າມກາງການປະທ້ວງຮຸນແຮງ ພ້ອມເຜີຍສະຖານະການຫຼ້າສຸດ

ຈາກສະຖານະການຄວາມຮຸງແຮງ ຂອງການປະທ້ວງທີ່ເກີດຂຶ້ນທີ່ປະເທດເນປານ ໃນວັນທີ 09 ກັນຍາ 2025 ທີ່ຜ່ານມາ ສົ່ງຜົນໃຫ້ນັກກິລາບານສົ່ງຍິງຈາກປະເທດໄປ ຈຳນວນ 5 ຄົນ, ທີ່ເດີນທາງໄປແຂ່ງຂັນກິລາບານສົ່ງທີ່ປະເທດເນປານ ລະຫວ່າງ ວັນທີ 05-13...