spot_img
Homeຂ່າວຕ່າງປະເທດຜູ້ນຳເກົາຫຼີເໜືອມີຄຳສັ່ງໃຫ້ສ້າງເຮືອນ 25.000ຫຼັງ! ມອບໃຫ້ປະຊາຊົນ

ຜູ້ນຳເກົາຫຼີເໜືອມີຄຳສັ່ງໃຫ້ສ້າງເຮືອນ 25.000ຫຼັງ! ມອບໃຫ້ປະຊາຊົນ

Published on

ເວັບໄຊ dailynews ລາຍງານວ່າ ທ່ານ ຄິມ ຈອງອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ລົງພື່ນທີ່ໃນເຂດກືມດັອກ ແຂວງ ຮຳຄຍອງໃຕ້ ທາງຕະເວັນອອກສຽງເໜືອຂອງປະເທດ ເພື່ອສຳຫຼວດຄວາມຄືບໜ້າຂອງໂຄງການຟື້ນຟູພື້ນທີ່ ເຊິ່ງໄດ້ຮັບຄວາມເສຍຫາຍໜັກຈາກອິດທິພົນຂອງພາຍຸ ໄມສັກ ແລະ ໄຫ່ເສິນ ເຊິ່ງພາດຜ່ານແຫຼມເກົາຫຼີໃນເວລາດຽວກັນ ເມື່ອເດືອນກັນຍາ ທີ່ຜ່ານມາ.

ທັງນີ້, ລາຍງານຂອງສຳນັກຂ່າວສານສູນກາງເກົາຫຼີ (KCNA) ລະບຸວ່າທ່ານຜູ້ນຳ “ເສຍໃຈຢ່າງສຸດຊຶ້ງ” ຕໍ່ກັບການທີ່ເຮືອນຂອງປະຊາຊົນສ່ວນໃຫຍ່ທີ່ມີອາຍຸເກົ່າແກ່ໄດ້ຮັບຄວາມເສຍຫາຍຈາກໄພທຳມະຊາດຄັ້ງນີ້ ໂດຍທ່ານ ຄິມຈອງອຶນ ສັ່ງການໃຫ້ຫະຫານສ້າງເຮືອນຫຼັງໃໝ່ຈຳນວນ 25,000ຫຼັງ ໃຫ້ສຳເລັດພາຍໃນ 5 ປີຕໍ່ໜ້າ ເພື່ອມອບໃຫ້ແກ່ປະຊາຊົນຜູ້ທີ່ໄດ້ຮັບຄວາມເສຍຫາຍຈາກພາຍຸໃນຄັ້ງນີ້.

ບົດລາຍງານຂອງທາງສຳນັກຂ່າວສານສູນກາງເກົາຫຼີ ວ່າ ທ່ານ ຄິມຈອງອຶນ ໄດ້ປະກາດແຜນຍຸດທະ ສາດຟື້ນຟູເສດຖະກິດໃຫ້ໄດ້ພາຍໃນ 80 ວັນ. ໝາຍຄວາມວ່າຕ້ອງໄດ້ຮັບໝາກຜົນກ່ອນທ້າຍປີນີ້. ກ່ອນຈະມີການຫາລືກ່ຽວກັບຍຸດທະສາດການພັດທະນາປະເທດສະບັບໃໝ່ ເຊິ່ງຈະມີການປັບປຸງທຸກ 5 ປີ ໃນຕົ້ນປີໜ້າ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...