ອາເມລິກາສົງໃສຫວຽດນາມກົດຄ່າເງິນດົງໃຫ້ຕໍ່າກວ່າຄວາມເປັນຈິງ

ອາເມລິກາເລີ່ມເປີດການສອບສວນເພື່ອພິຈາລະນາວ່າ ຫວຽດນາມກົດຄ່າເງິນດົງຂອງປະເທດໃຫ້ຕໍ່າກວ່າຄວາມເປັນຈິງ ຫຼື ບໍ່ ເນື່ອງຈາກເຮັດໃຫ້ການຄ້າຂອງອາເມລິກາເສຍຫາຍ ແລະ ເສຍປຽບ.

ເວັບໄຊຂ່າວ dailynews ລາຍງານໂດຍອ້າງແຫຼ່ງຂ່າວຈາກສຳນັກຂ່າວຣອຍເຕີ ເມື່ອວັນທີ 2 ຕຸລາ ທີ່ຜ່ານມາວ່າ ຫ້ອງການຜູ້ຕາງໜ້າດ້ານການຄ້າອາເມລິກາ ໄດ້ຖະແຫຼງການວ່າ ການກວດສອບໄດ້ເລີ່ມຂຶ້ນຕາມຄຳສັ່ງຂອງປະທານາທິບໍດີ ໂດນັລ ທຣໍ້າ ໂດຍທີ່ຜ່ານມາຫວຽດນາມຢູ່ໃນບັນຊີລາຍຊື່ກຸ່ມປະ ເທດທີ່ຕ້ອງເຝົ້າຕິດຕາມເບິ່ງຂອງອາເມລິກາ ໃນຖານຕ້ອງສົງໃສປັ່ນຄ່າເງິນ ເນື່ອງຈາກຫວຽດ ນາມໄດ້ປຽບດຸນການຄ້າກັບອາເມລິກາ ບັນຊີມີຍອດເກີນດຸນ ແລະ ທະນາຄານກາງຫວຽດນາມໄດ້ຊື້ເງິນຕາຕ່າງປະເທດຈຳນວນຫຼາຍ.

ທ່ານ ເລ ມິນ ຮຶງ ຜູ້ວ່າທະນາຄານກາງຫວຽດນາມ ກ່າວຕໍ່ສື່ມວນຊົນພາຍຫຼັງສຳເລັດການປະຊຸມຫາລືກັບຜູ້ວ່າທະນາຄານແຫ່ງຊາດຂອງກຸ່ມປະເທດອາຊຽນ ໃນນະຄອນຫຼວງຮ່າໂນຍ ເມື່ອວັນສຸກທີ່ຜ່ານມາ ວ່າ ປະເທດຕົນບໍ່ເຄີຍ ແລະ ບໍ່ຄິດ ຈະໃຊ້ນະໂຍບາຍການເງິນທົ່ວໄປ ແລະ ອັດຕາການແລກປ່ຽນໂດຍຈຳເພາະສ້າງຄວາມໄດ້ປຽບໃນການແຂ່ງຂັນໂດຍບໍ່ເປັນທຳ ໃນການຄ້າລະຫວ່າງປະເທດ.

ຕົວເລກເກີນດຸນການຄ້າຫວຽດນາມຕໍ່ອາເມລິກາ ຕະຫຼາດສົ່ງອອກຂະໜາດໃຫຍ່ທີ່ສຸດຂອງຫວຽດ ນາມຂະຫຍາຍຕົວເຖິງ 37,3 ຕື້ໂດລາ ໃນ 8 ເດືອນທຳອິດຂອງປີນີ້ ຈາກ 29,8 ຕື້ໂດລາໃນໄລຍະດຽວກັນຂອງປີຜ່ານມາ.

ຮຽບຮຽງຂ່າວ: ພຸດສະດີ