spot_img
Homeຂ່າວທ້ອງຖິ່ນລາວຈະມີອັດຕາການເກີດລູກໃນໄວໜຸ່ມຫຼາຍທີ່ສຸດໃນບັນດາ 10 ປະເທດອາຊຽນ

ລາວຈະມີອັດຕາການເກີດລູກໃນໄວໜຸ່ມຫຼາຍທີ່ສຸດໃນບັນດາ 10 ປະເທດອາຊຽນ

Published on

ໜັງສືພິມວຽງຈັນທາມ ລາຍງານວ່າ ໃນບັນດາ 10 ປະເທດອາຊຽນ, ສປປ ລາວ ຈະມີອັດຕາການເກີດລູກໃນໄວໜຸ່ມຫຼາຍທີ່ສຸດ ປະມານ 83 ຄົນ ຕໍ່ເດັກຍິງ 1.000 ຄົນ ເຊິ່ງມີອາຍຸສະເລ່ຍປະມານ 15-19 ປີ ແລະ ນອກນັ້ນອັດຕາການຕາຍຂອງແມ່ຍັງສູງເຊັ່ນກັນ.

ຄຽງຄູ່ກັນນັ້ນ, ຈຳນວນການເກີດລູກທີ່ບໍ່ໄດ້ວາງແຜນ ຄາດວ່າຈະເພີ່ມຂຶ້ນໃນປະເທດລາວເຊັ່ນກັນ ຄາດວ່າໃນໄລຍະ 2 ປີ ຈະເພີ່ມຂຶ້ນເຖິງ 331.000 ຫລື 355.000 ທີ່ເກີດລູກໃໝ່ທີ່ບໍ່ໄດ້ວາງແຜນໂດຍສະເພາະໃນບັນດາ ແມ່ຍິງອາຍຸຍັງນ້ອຍ ແລະ ທຸກຍາກທີ່ສຸດ.

ອົງການສະຫະປະຊາຊາດກອງທືນສຳລັບປະຊາກອນ ໄດ້ຮ່ວມກັບລັດຖະບານ ສປປ ລາວ ເພື່ອສະໜັບ ສະໜູນນະໂຍບາຍ ແລະ ແຜນງານທີ່ກ່ຽວຂ້ອງໃນການວາງແຜນຄອບຄົວ ເຊັ່ນ: ການເບິ່ງແຍງຫຼັງການເກີດລູກ, ການເຜີຍແຜ່ຂໍ້ມູນຂ່າວສານ ແລະ ການບໍລິການວາງແຜນຄອບຄົວ ພ້ອມດ້ວຍການບໍລິການທີ່ເປັນມິດກັບໄວໜຸ່ມ, ການສະໜອງຢາຄຸມກຳເນີດທີ່ມີຄຸນນະພາບ, ສ້າງຄວາມເຂັ້ມແຂງລະບົບສາທາລະນະສຸກແຫ່ງຊາດ ແລະ ເກັບກຳຂໍ້ມູນເພື່ອສະໜັບສະໜູນວຽກງານນີ້ ເພື່ອຄວາມກ້າວ ໜ້າໄປສູ່ເປົ້າໝາຍການພັດທະນາແບບຍືນຍົງ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...