spot_img
Homeຂ່າວທ້ອງຖິ່ນງານບຸນຊ່ວງເຮືອປີນີ້ທີ່ທ່າວັດຈັນຈະບໍ່ຈັດໃຫຍ່ຄືປີຜ່ານມາ

ງານບຸນຊ່ວງເຮືອປີນີ້ທີ່ທ່າວັດຈັນຈະບໍ່ຈັດໃຫຍ່ຄືປີຜ່ານມາ

Published on

ໜັງສືພິມວຽງຈັນທາມ ລາຍງານວ່າ ງານບຸນຊ່ວງເຮືອປີນີ້ທີ່ທ່າວັດຈັນຈະບໍ່ຈັດໃຫຍ່ຄືປີຜ່ານມາ ເນື່ອງຈາກວ່າມີສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຈະມີພຽງແຕ່ເຮືອ 12 ສີພາຍ ພຽງແຕ່ 10 ລໍາ, ເຊິ່ງພື້ນທີ່ຈັດງານບຸນ ການຂາຍຜະລິດຕະພັນຕ່າງໆຈະກະທັດຮັດ ແມ່ນກໍານົດໃຫ້ຂາຍພາຍໃນຂອບເຂດສວນເຈົ້າອານຸວົງ ແລະ ຂອບເຂດນອກຈໍານວນໜຶ່ງເທົ່ານັ້ນ.

ເຈົ້າເມືອງຈັນທະບູລີ ທ່ານ ບຸນໜາ ຜາທຸມມະວົງ ທັງເປັນປະທານຈັດງານບຸນອອກພັນສາ ປະວໍລະນາ ປະຈໍາປີ 2020 ທີ່ທ່າວັດຈັນໄດ້ຈັດພິທີຖະແຫຼງຂ່າວ ໃນວັນທີ 22 ກັນຍາທີ່ຜ່ານມາກ່ຽວກັບການຈັດງານສະເຫຼີມສະຫຼອງງານບຸນອອກພັນສາ ປະວໍລະນາ ປະຈໍາປີ 2020 ທີ່ທ່າວັດຈັນ ຕໍ່ສື່ມວນຊົນລາວວ່າ: ງານບຸນຊ່ວງເຮືອເນື່ອງໃນບຸນອອກພັນສາປະວໍລະນາປີນີ້ ຈະຈັດຂຶ້ນລະຫວ່າງວັນທີ 1-3 ຕຸລາ 2020 ທີ່ຈະມາເຖິງນີ້ ເພື່ອເປັນການຮັກສາ ແລະ ເສີມຂະຫຍາຍງານບຸນປະເພນີ ທີ່ເຄີຍສືບທອດກັນມາແຕ່ບູຮານນະການ ໃຫ້ດໍາລົງຄົງຢູ່ນໍາຊາວລາວຕະຫຼອດໄປ.

ທ່ານ ບຸນໜາ ໄດ້ກ່າວຕື່ມວ່າ: ນອກຈາກສະເຫຼີມສະຫຼອງບຸນອອກພັນສາ ປະວໍລະນາແລ້ວ ຍັງເປັນການສົ່ງເສີມໂຄສະນາ ວາງສະແດງ ຈໍາໜ່າຍສິນຄ້າ ເພື່ອເຮັດໃຫ້ຜະລິດຕະພັນສິນຄ້າພາຍໃນ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ມີໂອກາດເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງສິນຄ້າດັ່ງກ່າວ ເພື່ອໃຫ້ປະຊາຊົນລາວບັນດາເຜົ່າ ທີ່ມາທ່ຽວງານບຸນໄດ້ຊື້ ໄດ້ຂາຍໄດ້ແລກປ່ຽນຜະລິດຕະພັນພາຍໃນ ແລະ ທັງເປັນການສົ່ງເສີມການທ່ອງທ່ຽວພາຍໃນ ຫຼື ລາວທ່ຽວລາວ.

ສໍາລັບກິດຈະກໍາການແຂ່ງຂັນກີລາຊ່ວງເຮືອ ແມ່ນຈັດຢູ່ທີ່ທ່າວັດຈັນ ເມືອງຈັນທະບູລີ, ຈຸດປ່ອຍເຮືອແມ່ນເຂດບ້ານສີຖານເໜືອ ເມືອງສີໂຄດຕະບອງ ລົງໄປຫາຜາມໄຊ ໜ້າວັດຈັນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...