spot_img
Homeຂ່າວທ້ອງຖິ່ນຝົນຍັງຈະສືບຕົກຕໍ່ເນື່ອງໃນໄລຍະວັນທີ 21-27 ກັນຍາ 2020

ຝົນຍັງຈະສືບຕົກຕໍ່ເນື່ອງໃນໄລຍະວັນທີ 21-27 ກັນຍາ 2020

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດໃນລະຫວ່າງວັນທີ 21-22 ກັນຍາ 2020 ວ່າ ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານຢູ່ແຂວງພາກເໜືອດ້ານຕາເວັນຕົກ ແລະ ພາກກາງຂອງປະເທດ, ພ້ອມດຽວກັນລົມມໍລະສຸມຕາເວັນຕົກສຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບປານກາງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ຈາກນັ້ນ, ວັນທີ 23-27 ກັນຍາ 2020 ຄວາມກົດດັນອາກາດສູງທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ແຂວງພາກເໜືອຂອງປະເທດລາວ, ສ່ວນພາກກາງ ແລະ ພາກໃຕ້ປົກຄຸມດ້ວຍຄວາມກົດດັນອາກາດຕໍ່າ, ເຊິ່ງລັກສະນະດັ່ງກ່າວນີ້ ຈະເຮັດໃຫ້ອາກາດເຢັນໃນຕອນເຊົ້າຢູ່ແຂວງພາກເໜືອ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນຕົກ ແລະ ພາກໃຕ້ ພ້ອມມີລົມພັດແຮງເປັນບາງໂອກາດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...