spot_img
Homeຂ່າວທ້ອງຖິ່ນໄຟອຳນາດຕິດຕັ້ງແລ້ວບໍ່ເປີດໃຊ້ຍ້ອນຍັງບໍ່ທັນຖືກຕ້ອງຕາມຫຼັກການ

ໄຟອຳນາດຕິດຕັ້ງແລ້ວບໍ່ເປີດໃຊ້ຍ້ອນຍັງບໍ່ທັນຖືກຕ້ອງຕາມຫຼັກການ

Published on

ໜັງສືພິມວຽງຈັນໃໝ່ ລາຍງານວ່າ ທ່ານ ສີ​ວອນ ຊັບ​ທະ­ວີ ຮອງ​ຫົວ­ໜ້າ​ພະ​ແນກ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໃຫ້​ສຳ­ພາດ​ວັນ​ທີ 16 ກັນ­ຍາ 2020 ວ່າ: ທົ່ວ ນວ ມີ​ໄຟ​ອຳ­ນາດ​ທັງ​ໝົດ 61 ຈຸດ ໃນ​ນັ້ນ​ໃຊ້​ລະ­ບົບ​ໄຟ­ຟ້າ 38 ຈຸດ ແລະ ໃຊ້​ໄຟ​ແສງ​ຕາ­ເວັນ 23 ຈຸດ ມີ​ຫຼາຍ​ຈຸດ​ໃຊ້​ງານ​ມາ​ເກືອບ 30 ປີ ໄດ້​ໝົດ​ອາ­ຍຸ​ການ​ນຳ​ໃຊ້ ລະ­ບົບ​ຄວບ​ຄຸມ​ມັກ​ເປ່​ເພ ສະ­ເໜີ​ງົບ​ໄປ​ແລ້ວ ແຕ່​ບໍ່​ທັນ​ໄດ້ ຈຶ່ງ​ໄດ້​ສ້ອມ­ແປງ​ແກ້​ໄຂ ເຮັດ​ໃຫ້​ລະ­ບົບ​ໄຟ​ມີ​ການ​ປ່ຽນ­ແປງ​ອັດ­ຕະ­ໂນ­ມັດ ບໍ່​ໄປ​ຕາມ​ທີ່​ຕັ້ງ​ໄວ້ ເຮັດ​ໃຫ້​ສັງ­ຄົມ​ສ່ອງ​ແສງ​ມາ.

ສ່ວນ​ລະ­ບົບ​ທີ່​ໃຊ້​ແສງ​ຕາ­ເວັນ​ກໍ​ມີ​ອາ­ຍຸ 5 ປີ ໝໍ້​ເກັບ​ໄຟ​ເລີ່ມ​ໝົດ​ອາ­ຍຸ​ນຳ​ໃຊ້ ຕ້ອງ​ໄດ້​ປ່ຽນ​ໃໝ່ ປັດ­ຈຸ­ບັນ​ໄດ້​ຂຶ້ນ​ງົບ​ແລ້ວ ໄຟ​ອຳ­ນາດ​ທີ່​ຕິດ​ຕັ້ງ​ແລ້ວ​ບໍ່​ເປີດ​ໃຊ້​ຢູ່​ເຂດ​ບ້ານ​ດົງ​ຄຳ​ຊ້າງ ບ້ານ​ຄຳ​ສະ­ຫວາດ ແລະ ຈຸດ​ອື່ນໆ​ນັ້ນ ແມ່ນ​ມາ​ນຳ​ບໍ­ລິ­ສັດ​ຮັບ​ເໝົາ​ກໍ່­ສ້າງ​ເຂົາ​ເປັນ​ຜູ້​ຕິດ​ຕັ້ງ​ເອງ ຜ່ານ​ການ​ລົງ​ກວດ­ກາ ເຫັນ​ວ່າ​ຍັງ​ບໍ່​ຖືກ­ຕ້ອງ​ຕາມ​ຫຼັກ­ການ​ວິ­ຊາ​ການ ຈຶ່ງ​ຍັງ​ບໍ່​ທັນ​ໃຫ້​ເປີດ​ນຳ​ໃຊ້​ເທື່ອ ສ່ວນ​ໄຟ​ອຳ­ນາດ​ໂພນ​ທັນ​ເບື້ອງ​ທາງ​ເຂດ​ເສດ­ຖະ­ກິດ​ບຶງ​ທາດ­ຫຼວງ ບໍ່​ທັນ​ມີ​ໄຟ​ອຳ­ນາດ ຍ້ອນ​ເມື່ອ​ກ່ອນ​ເປັນ​ທາງ​ສາມ​ແຍກ ແຕ່​ປັດ­ຈຸ­ບັນ​ເປັນ​ທາງ​ສີ່​ແຍກ ບັນ­ຫາ​ນີ້ ສະ­ເໜີ​ໃຫ້​ເຂດ​ເສດ­ຖະ­ກິດ​ຊ່ວຍ​ຕິດ​ຕັ້ງ​ສອງ​ເບື້ອງ​ສາມ​ແຍກ​ໂນນ​ຫວາຍ​ແດ່.

ຍ້ອນ​ວ່າ​ປັດ­ຈຸ­ບັນ ຜູ້​ຮັບ­ຜິດ­ຊອບ​ເດີນ­ທາງ​ມາ​ລາວ​ບໍ່​ທັນ​ໄດ້ ຍ້ອນ​ພະ­ຍາດ​ໂຄ​ວິດ ຈຶ່ງ​ແກ່­ຍາວ​ມາ​ຮອດ​ປັດ­ຈຸ­ບັນ. ດັ່ງ­ນັ້ນ, ໃຫ້​ສັງ­ຄົມ​ເຂົ້າ­ໃຈ ສ່ວນ​ໄຟ​ອຳ­ນາດ​ຢູ່​ສະ­ຫວ່າງ ໃກ້​ກັບ​ໂຮງ​ກາ​ຍະ​ສິນ ເປີດ​ໄຟ​ເຫຼືອງ​ຍ້ອນ​ຕິດ​ຕັ້ງ​ໄວ້​ເປີດ​ໃນ​ເວ­ລາ​ເລັ່ງ​ດ່ວນ ໃຫ້​ຕຳ­ຫຼວດ​ກົດ​ປຸ່ມ​ລະ­ບາຍ​ລົດ​ເອງ​ແຕ່​ເວ­ລາ​ໝົດ​ໂມງ​ເລັ່ງ​ດ່ວນ ກໍ​ກັບ​ມາ​ເປີດ​ໄຟ​ເຫຼືອງ​ຄື­ເກົ່າ ດັ່ງ­ນັ້ນ, ນັກ​ຂັບ​ຂີ່​ຕ້ອງ​ລະ­ມັດ­ລະ­ວັງ​ເວ­ລາ​ເຂົ້າ​ທາງ​ຄົບ ໃຫ້​ສິດ​ເຊິ່ງ​ກັນ ແລະ ກັນ ໂດຍ​ສະ­ເພາະ​ຢູ່​ລາວ​ເຮົາ​ໃຫ້​ສິດ​ເບື້ອງ​ຂວາ​ມື.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...