spot_img
Homeຂ່າວທ້ອງຖິ່ນລາວລົບລ້າງການອອກໃບອະນຸຍາດນຳເຂົ້າ ລົດແທັກເຕີທຸກປະເພດ ທີ່ຢູ່ໃນລະຫັດພາສີ 8701

ລາວລົບລ້າງການອອກໃບອະນຸຍາດນຳເຂົ້າ ລົດແທັກເຕີທຸກປະເພດ ທີ່ຢູ່ໃນລະຫັດພາສີ 8701

Published on

ສູນຂໍ້ມູນຂ່າວທາງດ້ານການຄ້າ ຂອງ ສປປ ລາວ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ຮູ້ວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກຄໍາສັ່ງ ເລກທີ 0807/ອຄ.ກຂອ, ລົງວັນທີ 2 ກັນຍາ 2020 ວ່າດ້ວຍການລົບລ້າງການອອກໃບອະນຸຍາດນໍາເຂົ້າລົດແທຣັກເຕີ ທຸກປະເພດທີ່ນອນຢູ່ໃນໝວດລະ ຫັດພາສີ 8701 ຂອງປື້ມສາລະບານອັດຕາພາສີ ຂອງ ສປປ ລາວ. ເພື່ອຫຼຸດຜ່ອນຂັ້ນຕອນ ແລະ ຕົ້ນທຶນໃນການຜະລິດກະສິກໍາ, ແນ່ໃສ່ຊຸກຍູ້ສົ່ງເສີມການຜະລິດກະສິກໍາ ໃຫ້ກາຍເປັນສິນຄ້າ ແລະ ປະ ກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ໃນຄຳສັ່ງດັ່ງກ່າວຍັງລະບຸອີກວ່າ: ການນຳເຂົ້າລົດແທັກເຕີ ຊະນິດທີ່ຄົນຂັບຕ້ອງຍ່າງນຳຫຼັງ (ລົດໄຖນາເດີນຕາມ) ແບບຄົບຊຸດ ເພື່ອຮັບໃຊ້ການຜະລິດກະສິກໍາຂອງຊາວກະສິກອນ, ກຸ່ມການຜະລິດ ຫຼື ສະຫະກອນ ແມ່ນສາມາດນຳເຂົ້າ, ແຈ້ງເສຍພາສີ-ອາກອນ ແລະ ພັນທະອື່ນໆ ຢູ່ດ່ານຊາຍແດນທ້ອງ ຖິ່ນ ແລະ ດ່ານຊາຍແດນປະເພນີ ໄດ້ເລີຍ. ສຳລັບການນໍາເຂົ້າລົດແທັກເຕີແລ່ນຢູ່ເທິງຖະໜົນ ສຳລັບແກ່ລົດເຄິ່ງລົດພ່ວງແບບຄົບຊຸດ ແມ່ນໃຫ້ນຳເຂົ້າຜ່ານດ່ານສາກົນເທົ່ານັ້ນ; ການນຳເຂົ້າລົດແທັກເຕີທີ່ບໍ່ມີລັກສະນະການຄ້າ ເພື່ອມາຮັບໃຊ້ການຜະລິດຂອງຊາວກະສິກອນ ແມ່ນສາມາດນຳເຂົ້າໄດ້ ຈຳ ນວນ 1 ຄັນ ຕໍ່ 1 ຄອບຄົວ.

ສ່ວນການນຳເຂົ້າເພື່ອມາຮັບໃຊ້ພາຍໃນ ກຸ່ມການຜະລິດ ຫຼື ສະຫະກອນ ແມ່ນໃຫ້ສະເໜີຫາຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ນະຄອນຫຼວງວຽງຈັນ ເປັນຜູ້ພິຈາລະນາຈຳນວນຂອງລົດທີ່ນຳເຂົ້າ ເພື່ອໃຫ້ແທດເໝາະກັບເນື້ອທີ່ການຜະລິດຕົວຈິງ; ຜູ້ທີ່ນຳເຂົ້າລົດແທັກເຕີ, ອາໄຫຼ່ ແລະ ອຸປະກອນຂອງລົດແທັກເຕີ ເພື່ອຈຳໜ່າຍ ຕ້ອງມີໃບທະບຽນວິສາຫະກິດ ແລະ ໃບອະນຸຍາດດຳເນີນກິດຈະການນຳເຂົ້າ ແລະ ຈຳໜ່າຍ ລົດແທັກເຕີ, ອາໄຫລ່ ແລະ ອຸປະກອນ ຂອງລົດແທັກເຕີ. ພ້ອມນີ້, ກໍຕ້ອງມີການບໍລິ ການຫລັງການຂາຍ ແລະ ການນຳເຂົ້າແຕ່ລະຄັ້ງ ຕ້ອງນຳເຂົ້າຜ່ານດ່ານສາກົນເທົ່ານັ້ນ.

ສຳລັບການອອກໃບອະນຸຍາດ ດຳເນີນກິດຈະການນຳເຂົ້າ ແລະ ຈຳໜ່າຍລົດແທັກເຕີ, ອາໄຫຼ່ ແລະ ອຸປະກອນຂອງລົດແທັກເຕີ ແມ່ນມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ໂດຍແມ່ນຂະແໜງນຳເຂົ້າ ແລະ ສົ່ງອອກເປັນເຈົ້າການຈັດຕັ້ງປະຕິບັດຕາມລະບຽບກົດເໝາຍ. ສ່ວນຄ່າທຳນຽມ ແລະ ຄ່າບໍລິການທີ່ຕິດພັນກັບການອອກໃບອະນຸຍາດດຳເນີນກິດຈະການ ແລະ ໃບຢັ້ງຢືນຕ່າງໆແມ່ນໃຫ້ປະຕິບັດຕາມລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມທາງ ແລະ ຄ່າບໍລິການ ແລະ ລະບຽບການທີ່ວາງອອກໃນແຕ່ລະໄລຍະ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ການສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ

ສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ແຫຼ່ງຂ່າວຈາກ ແຂວງຫຼວພະບາງ ໃຫ້ຮູ້ວ່າ: ພິທີເຊັນສັນຍາໃນການສຳຫຼວດ-ອອກແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ...

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...