spot_img
Homeຂ່າວທ້ອງຖິ່ນຈັບຕົວຜູ້ຖືກຫາ 3 ຄົນໃນຄະດີລັກ ພາຕົວເພື່ອຮຽກເອົາເງິນ

ຈັບຕົວຜູ້ຖືກຫາ 3 ຄົນໃນຄະດີລັກ ພາຕົວເພື່ອຮຽກເອົາເງິນ

Published on

ໜັງສືພິມວຽງຈັນທາມ ລາຍງານວ່າ ກອງບັນຊາການ ປກສ ແຂວງ ບໍ່ແກ້ວ, ຫ້ອງຕໍາຫຼວດ ພະແນກສືບສວນ-ສອບສວນ ເມືອງ ຫ້ວຍຊາຍ ແຈ້ງໃຫ້ ຮູ້ເມື່ອບໍ່ດົນມານີ້ວ່າ: ໄດ້ຈັບຕົວຜູ້ຖືກຫາ 3 ຄົນ ໃນຄະດີລັກພາຕົວ ເພື່ອຮຽກເອົາເງິນ ແລະ ສາມາດຊ່ວຍເຫຼືອຜູ້ ເຄາະຮ້າຍໄດ້ ໃນເວລາປະມານ 24 ໂມງ 25 ນາທີ ຂອງວັນທີ 7 ສິງຫາທີ່ຜ່ານມາ, ຫຼັງຈາກທີ່ເວລາປະມານ 23:45 ນາທີ ທາງພະແນກສືບ ສວນ-ສອບສວນ ເມືອງຫ້ວຍຊາຍ ໄດ້ຮັບແຈ້ງຈາກເຈົ້າໜ້າທີ່ຂອງໂຮງແຮມຫ້ວຍຊາຍລີເວີໄຊ ທີ່ບ້ານ ໃຫ່ຍ ຫ້ວຍຊາຍເໜືອ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ວ່າ: ໄດ້ເກີດມີເຫດລັກພາຕົວ ຈຶ່ງໄດ້ແຈ້ງໃຫ້ອ້າຍນ້ອງຕໍາຫຼວດຢູ່ຈຸດກວດກາບ້ານ ນໍ້າເກິງ ຕິດຕາມ ແລະ ສາມາດຈັບກຸມຜູ້ກໍ່ເຫດໄດ້.

ຜູ້ຖືກລັກພາຕົວ ຊື່ນາງ ດາລາທິບ ພານະສີ ອາຍຸ 35 ປີ, ອາຊີບ ຄ້າຂາຍ ຢູ່ບ້ານ ໃຫຍ່ ຫ້ວຍຊາຍເໜືອ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ.

ສ່ວນຜູ້ຖືກຫາທັງ 3 ຄົນ ມີຄື: ທ້າວ ເລ ພວງສີສອນເພັດ ອາຍຸ 40 ປີ ອາຊີບ ພະນັກງານ (ຕຳຫຼວດ) ຢູ່ຫ້ອງສັນຕິບານ ປກສ ແຂວງ ບໍ່ແກ້ວ, ສັນຊາດລາວ ຢູ່ບ້ານ ໃຫຍ່ ຫ້ວຍຊາຍເໜືອ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ, ທ້າວ ແສງແກ້ວ ເລີດຊົງສິດ ອາຍຸ 33 ປີ ອາຊີບ ພະງານ (ຕຳຫຼວດ) ຢູ່ຫ້ອງການ ກອງບັນຊາການ ປກສ ແຂວງ ບໍ່ແກ້ວ, ຢູ່ບ້ານ ນໍ້າຕອຍ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ແລະ ທ້າວ ທອງດຳ ອາຍຸ 39 ປີ ປະຊາຊົນ ບ້ານ ຈັນສະຫວ່າງ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ, ສາເຫດໃນການລັກພາຕົວໃນຄັ້ງນີ້ ແມ່ນເພື່ອຮຽກເອົາເງິນຈຳນວນ 500.000 ບາດ ຈາກຜູ້ເຄາະຮ້າຍ.

ສ່ວນເຫດຈຸງໃຈໃນການກໍ່ເຫດໃນຄັ້ງນີ້ ຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນ ຂອງເຈົ້າໜ້າທີ່.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...