spot_img
Homeຂ່າວທ້ອງຖິ່ນເຂດເສດຖະກິດພິເສດບຶງທາດຫຼວງ ຈະຊ່ວຍສ້າງອາຊີບເຖິງ 1.000 ຕຳແໜ່ງ

ເຂດເສດຖະກິດພິເສດບຶງທາດຫຼວງ ຈະຊ່ວຍສ້າງອາຊີບເຖິງ 1.000 ຕຳແໜ່ງ

Published on

ສຳນັກຂ່າວສານປະເທດລາວ ລາຍງານວ່າ ໂຄງການພັດທະນາເຂດເສດຖະກິດພິເສດບຶງທາດຫຼວງ, ເຊິ່ງຕັ້ງຢູ່ໃຈກາງຕົວເມືອງນະຄອນຫຼວງວຽງຈັນ ທີ່ຈະພັດທະນາເປັນຕົວເມືອງໃໝ່ທັນສະໄໝ ຄາດວ່າຈະສຳເລັດການກໍ່ສ້າງທັງໝົດພາຍໃນປີ 2030 ແລະ ຈະສາມາດດຶງດູດບັນດານັກທ່ອງທ່ຽວເຂົ້າມາ ສປປ ລາວ ນັບມື້ນັບຫຼາຍຂຶ້ນ.

ທ່ານ ຟູຈ້ຽນ ແລະ ທ່ານ ນາງ ຫວງ ຊີວເຫວີນ ຜູ້ພັດທະນາໂຄງການເຂດເສດຖະກິດພິເສດ ບຶງທາດຫຼວງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 25 ສິງຫາ 2020 ນີ້ວ່າ: ການພັດທະນາໂຄງການດັ່ງກ່າວ, ແມ່ນເລີ່ມມາແຕ່ປີ 2012 ແລະ ມາຮອດປັດຈຸບັນ ໄດ້ສຳເລັດການກໍ່ສ້າງຫຼາຍຢ່າງ ເຊັ່ນ: ການປັບໜ້າດິນພື້ນທີ່ໂຄງການທັງໝົດ, ການກໍ່ສ້າງເສັ້ນທາງ 30 ກິໂລແມັດພາຍໃນເຂດ, ການກໍ່ສ້າງພື້ນຖານໂຄງລ່າງໃຕ້ດິນທັງໝົດ, ສໍາເລັດການກໍ່ສ້າງອາພາດເມັ້ນບຶງທາດຫຼວງ, ຕະຫຼາດກະສິກໍາ, ຖະໜົນການຄ້າ ແລະ ອື່ນໆ.

ເຂດດັ່ງກ່າວມີເນື້ອທີ່ທັງໝົດ 365 ເຮັກຕາ, ເຊິ່ງການພັດທະນາປະກອບ ມີ: ອາຄານຫ້ອງການ, ຮ້ານຊັບພະສິນຄ້າ, ໂຮງແຮມ, ສະຖານທີ່ບັນເທີງ, ທີ່ພັກອາໄສ, ໂຮງໝໍ, ໂຮງຮຽນ, ວັດວາອາຮາມ, ສະຖາ ບັນການເງິນ, ສະຖານທີ່ພັກຜ່ອນ ແລະ ອື່ນໆຕາມອົງປະກອບຂອງຕົວເມືອງໃໝ່ສາກົນທັນສະໃໝ່ ທີ່ ກົມກືນກັບວັດທະນະທຳທ້ອງຖິ່ນ. ພາຍຫຼັງສຳເລັດການກໍ່ສ້າງ ຈະສາມາດຮອງຮັບຄົນເຂົ້າມາພັກອາໄສ, ມາເຮັດວຽກ ແລະ ເຮັດທຸລະກິດຢູ່ເຂດນີ້ເຖິງ 3 ແສນກວ່າຄົນ. ພ້ອມກັນນັ້ນ, ກໍຈະສາມາດສ້າງວຽກເຮັດງານທໍາເຖິງ 5.000-10.000 ຕຳແໜ່ງ. ຂະນະດຽວກັນ, ກໍຈະສາມາດດຶງດູງນັກທ່ອງທ່ຽວ ກໍຄື ນັກທຸລະກິດຕ່າງປະເທດ ເຂົ້າມາທ່ອງທ່ຽວ ແລະ ລົງທຶນຢູ່ ສປປ ລາວ ນັບມື້ນັບຫຼາຍຂຶ້ນ.

ໂຄງການພັດທະນາ ເຂດເສດຖະກິດພິເສດ ບຶງທາດຫຼວງ ໄດ້ຮັບການສຳປະທານ ໂດຍບໍລິສັດ ອະສັງຫາລິມະຊັບ ຫວ່ານເຟີງ ຊຽງໄຮ້ ສປ ຈີນ ຈຳກັດ ເປັນເວລາ 99 ປີ ໂດຍຈະນຳໃຊ້ທຶນທັງໝົດ 5 ຕື້ໂດລາເຂົ້າໃນການພັດທະນາ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...