spot_img
Homeຂ່າວທ້ອງຖິ່ນເຈົ້າໜ້າທີ່ຊີ້ແຈງເຫດຍິງຄົນຮ້າຍເສຍຊີວິດ

ເຈົ້າໜ້າທີ່ຊີ້ແຈງເຫດຍິງຄົນຮ້າຍເສຍຊີວິດ

Published on

ເຈົ້າໜ້າທີ່​ ປກສ​ ນວ​ ຊີ້ແຈງວ່າ: ເຫດຍິງປະທະກັນລະຫວ່າງໜ່ວຍສະເພາະກິດ ປກສ ນະຄອນຫຼວງວຽງຈັນ ແລະ ເປົ້າໝາຍກໍ່ຄະດີ ທີ່ເສັ້ນທາງໜ້າທະນາຄານຮ່ວມພັດທະນາ ບ້ານຫັດສະດີ ເມືອງຈັນທະບູລີ ນວ, ເມື່ອເວລາ 19:00 ໂມງ ຂອງຄືນວັນທີ 21 ສິງຫາ 2020, ເປັນເຫດໃຫ້ເປົ້າໝາຍເສຍຊີວິດໃນເວລາຕໍ່ມາ ກ່ອນນີ້ກໍຄື ເດືອນກໍລະກົດ ປີ 2020, ຢູ່ເຂດເມືອງຈັນທະບູລີ ມີປະກົດການປຸ້ນຈີ້,​ ​ຊີງຊັບຢ່າງຕໍ່ເນື່ອງເຖິງ 12 ຄັ້ງ, ເຊິ່ງແຕ່ລະຄັ້ງຜູ້ຖືກເຄາະຮ້າຍໄດ້ເຂົ້າແຈ້ງຄວາມ.

ຕໍ່ກັບເຫດການດັ່ງກ່າວທີ່ເກີດຂຶ້ນ ທາງເຈົ້າໜ້າທີ່ໜ່ວຍງານສະເພາະກິດ ໄດ້ລົງຕິດຕາມຢ່າງໃກ້ສິດ ຕາມຄໍາສັ່ງຂອງຜູ້ບັງຄັບບັນຊາ ແລະ ສາມາດຮູ້ໄດ້ເປົ້າໝາຍ, ຂີ່ລົດຈັກຄິກໄອສີແດງດໍາ ໝາຍເລກທະບຽນ ຈລ 8525 ກໍາແພງນະຄອນ ເລາະຕາມເສັ້ນທາງດັ່ງກ່າວ ເຈົ້າໜ້າທີ່ໜ່ວຍສະເພາະກິດພົບເຫັນ ຈິ່ງໄດ້ເຂົ້າປະຊິດ ເພື່ອສະແດງຕົວເຂົ້າຈັບກຸມມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ ແຕ່ຜູ້ກ່ຽວບໍ່ຍອມໃຫ້ການຮ່ວມມື ແຖມຍັງຕໍ່ສູ້ຄືນດ້ວຍການຈົກປືນຍິງເຈົ້າໜ້າທີ່ກ່ອນ 2 ນັດ ແຕ່ບໍ່ຖືກ ເພື່ອເປັນການປ້ອງກັນຊີວິດໃນເວລາປະຕິບັດໜ້າທີ່ ເຈົ້າໜ້າທີ່ຈິ່ງໄດ້ຕອບໂຕ້ຄືນ 1 ນັດ ເຮັດໃຫ້ເປົ້າໝາຍໄດ້ຮັບບາດເຈັບ ແຕ່ຍັງເອົາຕົວຫຼົບໜີ ປະມານ 10 ແມັດ ແລ້ວລົ້ມລົງ ແລະ ເສຍຊີວິດໃນເວລາຕໍ່ມາ. ເປົ້າໝາຍປຸ້ນຈີ້, ຊີງຊັບ ລາຍນີ້ຄື: ທ້າວ ຄໍາສິນ ( ແຂກ ) ອາຍຸ 42 ປີ ຫວ່າງງານ ຢູ່ບ້ານໜອງທາເໜືອ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

ເຈົ້າໜ້າທີ່ຍັງຊີ້ແຈງອີກວ່າ: ເປົ້າໝາຍລາຍນີ້ ແມ່ນໜຶ່ງໃນເປົ້າໝາຍທີ່ເລາະທຸບແວ່ນລົດ ຕາມສາທາລະນະ ຢູ່ນະຄອນຫຼວງວຽງຈັນ ໃນປີ 2019, ທີ່ທາງເຈົ້າໜ້າທີ່ເຮົາໄດ້ໄລ່ລ່າຕິດຕາມ. ຕໍ່ກັບເຫດການນີ້, ເຈົ້າໜ້າທີ່ຈະໄດ້ຊີ້ແຈງເພີ່ມເຕີມຕໍ່ສັງຄົມ ເມື່ອມີຂໍ້ສະຫຼຸບຢ່າງຊັດເຈນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...