spot_img
Homeຂ່າວທ້ອງຖິ່ນ3 ບັນຫາ​ຫຼັກ​ເຮັດ​ໃຫ້ການ​ສົ່ງ​ອອກ​ສິນຄ້າ​ກະ​ສິ​ກໍາ ໄປຈີນ ພົບ​ຄວາມ​ຫຍຸ້ງຍາກ

3 ບັນຫາ​ຫຼັກ​ເຮັດ​ໃຫ້ການ​ສົ່ງ​ອອກ​ສິນຄ້າ​ກະ​ສິ​ກໍາ ໄປຈີນ ພົບ​ຄວາມ​ຫຍຸ້ງຍາກ

Published on

ໜັງສືພິມ ປະຊາຊົນ ລາຍງານໃຫ້ຮູ້ວ່າ ອີງ​ຕາມ​ຂໍ້​ມູນ​ຂອງ​ສູນ​ຂໍ້​ມູນ​ຂ່າວສານ​ທາງ​ດ້ານ​ການ​ຄ້າ​ຂອງ ສປປ ລາວ ໃຫ້​ຮູ້​ວ່າ: ເມື່ອ​ບໍ່​ດົນ​ມາ​ນີ້ ກົມ​ນຳ​ເຂົ້າ ແລະ ສົ່ງ​ອອກ ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ ຮ່ວມ​ກັບ​ພາກສ່ວນ​ກ່ຽວຂ້ອງ​ໄດ້​ຈັດ​ກອງ​ປະຊຸມ​ເພື່ອ​ປຶກສາ​ຫາລື​ຫາ​ຊ່ອງ​ທາງ​ແກ້​ໄຂ ຂອດ​ຫຍຸ້ງຍາກ​ໃນ​ການ​ສົ່ງ​ອອກ​ສິນຄ້າ​ກະ​ສິ​ກໍາ ໄປ ສປ ຈີນ ໂດຍ​ໄດ້​ຂໍ້​ສະຫຼຸບ​ມີ 3 ບັນຫາ​ຫຼັກ ດັ່ງນີ້:

  1. ບັນຫາ​ແອ​ອັດ​ຂອງ​ລົດ​ຂົນສົ່ງ​ສິນຄ້າ​ຢູ່​ດ່ານ ແລະ ຄ່າ​ຂົນສົ່ງ​ສູງ;
  2. ບັນຫາ​ການ​ໄດ້​ຮັບ​ບຸລິ​ມະ​ສິດ​ຂອງ​ບາງ​ບໍລິສັດ​ໃນ​ການ​ສົ່ງ​ອອກ​ສິນຄ້າ;
  3. ບັນຫາ​ການ​ສົ່ງ​ອອກ​ມັນ​ດ້າງ ແລະ ພືດ​ກະສິກຳ​ອື່ນໆ ໄປ ສປ ຈີນ ຂອງ​ຜູ້​ລົງທຶນ​ປູກ ແລະ ຜະລິດ ຢູ່ ແຂວງ​ອຸດົມ​ໄຊ. ເຊິ່ງ​ບັນຫາ​ດັ່ງກ່າວ ໄດ້​ຖືກ​ນຳ​ມາ​ປຶກສາ​ຫາລື ແລະ ເປັນ​ເອກະ​ພາບ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້ ເພື່ອ​ແກ້​ໄຂ​ຢ່າງ​ຮີບ​ດ່ວນ ແລະ ທັນ​ກັບ​ສະພາບ​ການ.

ສະນັ້ນ, ມາດ​ຕະການ​ແກ້​ໄຂ​ໃນ​ໄລຍະ​ຜ່ານ​ມາ ແມ່ນ​ໃຫ້​ສົ່ງ​ອອກ​ຜ່ານ​ບັນດາ​ບໍລິສັດ​ທີ່​ໄດ້​ຮັບ​ສິດໄປ​ກ່ອນ ເຖິງ​ຢ່າງ​ໃດ​ກໍ​ຕາມ, ທາງ​ກົມ ຈະ​ສືບຕໍ່ຄົ້ນຄວ້າ ແລະ ປະ​ເມີນ​ຜົນ​ລະບົບ​ ສຸຂາ​ນາ​ໄມ ຂອງ​ບັນດາ​ບໍລິສັດ​ສົ່ງ​ອອກ​ທີ່​ມີ​ເງື່ອນໄຂ​ສົ່ງ​ອອກ​ພືດ​ຕ່າງໆ​ ລວມ​ທັງ​ມັນ​ດ້າງ ແລ້ວ​ແຈ້ງ​ລາຍ​ຊື່​ໃຫ້​ອົງການ GACC ຂອງ ສປ ຈີນ ຮັບຊາບ; ຜູ້​ປະກອບ​ການຕ້ອງ​ເພີ່ມ​ທະວີ​ສ້າງ​ຄວາມ​ເຂົ້າໃຈ​ບັນດາ​ນິຕິ​ກໍາ ແລະ ຄວາມ​ຮູ້​ດ້ານ​ວິຊາ​ການ ທີ່​ຕິດ​ພັນ​ກັບ​ວຽກ​ງານ​ສຸຂາ​ນາ​ໄມ​ພືດ ແລະ ເງື່ອນໄຂ​ຕ່າງໆ ໃນ​ການ​ສົ່ງ​ອອກ ຕາມ​ອະ​ນຸ​ສັນ ຍາ​ທີ່ ສປປ ລາວ ໄດ້​ເຊັນ​ລົງ​ນາມ​ຮ່ວມ​ກັບ ສປ ຈີນ; ສໍາ​ລັບ​ການ​ນໍາ​ເຂົ້າ​ມັນ​ດ້າງ ຈາກ ສສ ຫວຽດນາມ ເຂົ້າ​ມາ​ດັດແປງເປັນຜະ​ລິດຕະພັນລາວ ແລ້ວ​ສົ່ງ​ໄປ ສປ ຈີນ ສາມາດ​ເຮັດ​ໄດ້ ໂດຍ​ການ​ຢັ້ງຢືນ​ສຸຂາ​ນາ​ໄມ​ພືດ​ໃນ​ຮູບ​ແບບ​ການ​ນໍາ​ເຂົ້າ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...