spot_img
Homeຂ່າວທ້ອງຖິ່ນນະຄອນຫຼວງວຽງຈັນແກ້ບັນຫານໍ້າຖ້ວມທີ່ຈຸດສີ່ແຍກໄຟແດງທາດຫຼວງ

ນະຄອນຫຼວງວຽງຈັນແກ້ບັນຫານໍ້າຖ້ວມທີ່ຈຸດສີ່ແຍກໄຟແດງທາດຫຼວງ

Published on

ເວັບໄຊ ລາວທຽນທາມ ລາຍງານວ່າ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ອະນຸມັດການປະເມີນທໍ່ລະບາຍນໍ້າໃນເມືອງຫຼວງຂອງປະເທດເພື່ອປ້ອງກັນນໍ້າຖ້ວມທີ່ສີ່ແຍກທາດຫຼວງ.

ອີງຕາມການລາຍງານຈາກ ໜັງສືພິມວຽງຈັນທາມ ໃຫ້ຮູ້ວ່າ ບໍລິສັດ ຮັງກາລີ Laoprojekt Zrt, ໄດ້ຮັບອະນຸຍາດໃຫ້ດຳເນີນການສຳຫຼວດ, ເຊິ່ງໄດ້ເປີດເຜີຍວ່າໄພນໍ້າຖ້ວມທີ່ຈຸດສີ່ແຍກທາດຫຼວງນັ້ນແມ່ນເກີດມາຈາກການຂາດການບຳລຸງຮັກສາທີ່ຖືກຕ້ອງ ແລະ ການອຸດຕັນຂອງຂີ້ເຫຍື້ອ.

ລາຍງານຈາກບໍລິສັດ ສະແດງໃຫ້ເຫັນວ່າ ທໍ່ນໍ້າທີ່ມີຂະໜາດ P100, P80 ແລະ P60 ແມ່ນບໍ່ສາມາດຮັບນໍ້າໄດ້ພຽງພໍ ເຊິ່ງມັນເຮັດໃຫ້ເກີດບັນຫານໍ້າບໍ່ສາມາດລະບາຍ ຫຼື ໄຫຼໄດ້ຢ່າງຖືກຕ້ອງໃນເວລາທີ່ຝົນຕົກໜັກ.

ອີງຕາມບົດລາຍງານ, ບໍລິສັດ ລັດວິສາຫະກິດ ວິສະວະກຳ ນໍ້າ ແລະ ສິ່ງແວດລ້ອມ ກຳລັງຮ່າງແຜນການທຳຄວາມສະອາດ ແລະ ກໍ່ສ້າງລະບົບທໍ່ລະບາຍນໍ້າ, ທໍ່ໃໝ່ ຄວາມຍາວ 780 ແມັດຈະຖືກຕິດຕັ້ງເພື່ອແກ້ໄຂບັນຫານໍ້າຖ້ວມທີ່ເກີດຂຶ້ນເລື້ອຍໆ, ເຊິ່ງວຽກງານດັ່ງກ່າວ ໄດ້ຮັບການສະໜັບສະໜູນງົບປະມານຈາກໂຄງການບໍາບັດນໍ້າ ຂອງຮັງກາລີ ໃນປີ 2018.

ການທຳຄວາມສະອາດທໍ່ ແລະ ການຕິດຕັ້ງລະບົບທໍ່ໃໝ່ຄາດວ່າຈະສາມາດແກ້ໄຂບັນຫາໄດ້, ພ້ອມທັງຫວັງວ່າຈະສາມາດໃຫ້ຄວາມຮູ້ແກ່ປະຊາຊົນກ່ຽວກັບບັນຫາຂີ້ເຫຍືອທີ່ອຸດຕັນທໍ່ລະບາຍນໍ້າ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...