Homeຂ່າວພາຍ​ໃນເຄັດລັບໃນການປ້ອງກັນບັນຊີ Facebook ເເລະ ເພຈ Business ຂອງທ່ານ

ເຄັດລັບໃນການປ້ອງກັນບັນຊີ Facebook ເເລະ ເພຈ Business ຂອງທ່ານ

Published on

ທຸກມື້ນີ້ສັງເກດໄດ້ວ່າ Facebook ເປັນທາງເລືອກໜຶ່ງທີ່ສໍາຄັນໃນການໂຄສະນາທຸລະກິດໃດໜຶ່ງ. ເກືອບວ່າທຸກໆທຸລະກິດຈະມີ ເພຈ Facebook ເປັນຂອງຕົນ, ເເລະ ເມື່ອເພຈທຸລະກິດ ນັ້ນມີການເຊື່ອມຕໍ່ກັບບັນຊີ Facebook ສ່ວນໂຕ, ຈຶ່ງເປັນປັດໄຈສໍາຄັນ ທີ່ຈະປ້ອງກັນທັງສອງບັນຊີ. ພວກເຮົາໄດ້ຮວບຮວມ ເຄັດລັບເພື່ອໃຫ້ທ່ານ ສາມາດ ກວດກາ ການເຄື່ອນໄຫວ ທີ່ຜິດປົກກະຕິ ເເລະ ປ້ອງກັນ ທັງສອງບັນຊີຂອງທ່ານ.

  1. ສ້າງລະຫັດທີ່ເເຂງເເຮງ ເເລະ ນຳໃຊ້ ການຢັ້ງຢືນຕົວຕົນຜ່ານ 2 ຂັ້ນຕອນ (two-factor authenticationຫຼື 2FA).

ສ້າງລະຫັດທີ່ເເຕກຕ່າງ ເເລະ ເດົາຍາກ. ຢ່ານຳໃຊ້ຊື່, ເບີໂທລະສັບ, ອີເມວ ຫຼື ຄຳສັບທົ່ວໄປ. ຢ່ານຳໃຊ້ລະຫັດ Facebook ໃນບ່ອນອື່ນ ເເລະ ຫ້າມບອກລະຫັດໃຫ້ຜູ້ອື່ນຮູ້ເດັດຂາດ.

ເພື່ອເຮັດໃຫ້ບັນຊີປອດໄພຂຶ້ນຕື່ມ,ເຮົາເເນະນຳໃຫ້ເປີດໃຊ້ (2FA), ໃຫ້ທ່ານ ເເລະ ບັນຊີອື່ນໃນເພຈທຸລະກິດ ດຽວກັນ. ພາຍຫຼັງການຕັ້ງ2FA ເເລ້ວ, ຈະມີການຖາມລະຫັດພິເສດ ເພື່ອຢືນຢັນ ຕົວຕົນ ເມື່ອມີການເຂົ້າລະບົບບັນຊີຂອງທ່ານຈາກອຸປະກອນໃໝ່. ເເນະນໍາໃຫ້ຕັ້ງໃຫ້ມີການເເຈ້ງເຕືອນເມື່ອມີການເຂົ້າບັນຊີຈາກອຸປະກອນທີ່ບໍ່ຄຸ້ນເຄີຍ.

  1. ກວດເບິ່ງ ຕໍາເເໜ່ງຄົນໃນເພຈ ເເລະ ການໃຫ້ອະນຸຍາດ

ຈົ່ງສ້າງຄວາມຄຸ້ນເຄີຍກັບຄວາມສາມາດຂອງ ເເຕ່ລະຕໍາເເໜ່ງໃນເພຈ ເເລະ ໃຫ້ໝັ່ນກວດເບິ່ງວ່າອະນຸຍາດໃຫ້ໃຜເປັນ admin  ເເລະ ເມື່ອເພີ່ມເພຈຂອງທ່ານເຂົ້າໄປທີ່ Business Manager, ຈົ່ງກວດເບິ່ງຕື່ມວ່າໃຫ້ອະນຸຍາດສິດຫຍັງເເກ່ເຂົາເເນ່. ພວກເຮົາຍັງເເນະນໍາໃຫ້ມີຫຼາຍກວ່າ ໜຶ່ງ admin ໃນເພຈ, ເພື່ອວ່າໃນກໍລະນີທີ່ ຜູ້ໃດຜູ້ໜຶ່ງສູນເສຍການເປັນ admin, ຜູ້ອື່ນກໍ່ຍັງສາມາດຊ່ວຍເເກ້ໄຂຄືນໄດ້.

  1. ຢ່າຮັບຄົນທີ່ບໍ່ຮູ້ຈັກເປັນເພື່ອນ

ຜູ້ບໍ່ຫວັງດີສາມາດສ້າງບັນຊີປອມ ເພື່ອມາຫຼອກລວງຄົນອື່ນ. ການຮັບເພີ່ມໝູ່ຈາກກຸ່ມຄົນພວກນີ້ ອາດເຮັດໃຫ້ພວກເຂົາມາໂພສສິ່ງທີ່ບໍ່ເໝາະສົມໃນເພຈຂອງທ່ານ ເເລະ ເຂົາອາດ tag ທ່ານໃນໂພສທີ່ບໍ່ດີ ເເລະ ເເບ່ງປັນໂພສນັ້ນກັບໝູ່ເພື່ອນຂອງທ່ານ. ດັ່ງນັ້ນ, ຈຶ່ງຢາກເເນະນໍາໃຫ້ຮັບເພີ່ມສະເພາະຄົນທີ່ຮູ້ຈັກເປັນເພື່ອນ. ນອກນັ້ນ, ຢ່າອະນຸຍາດໃຫ້ເພຈທີ່ທ່ານບໍ່ຮູ້ຈັກ ໃຫ້ມີສິດໃນ Business Manager ຂອງເພຈທ່ານ.

  1. ລະວັງລິ້ງ ເເລະ software ທີ່ໜ້າສົງໃສ

ຈົ່ງສັງເກດເບິ່ງລິ້ງທີ່ບໍ່ຄຸ້ນເຄີຍ, ໂດຍສະເພາະລິ້ງທີ່ມາຈາກຄົນທີ່ບໍ່ຮູ້ຈັກ ຫຼື ບໍ່ໜ້າເຊື່ອຖື. ຢ່າກົດເຂົ້າໄປລິ້ງ ຫຼື ເປີດ file ຫຼື ຕິດຕັ້ງ ເເອັບ ຫຼື browser extension ທີ່ບໍ່ໜ້າເຊື່ອຖື ເຖິງວ່າອາດຈະມາຈາກໝູ່ ຫຼື ຄົນທີ່ຮູ້ຈັກກໍ່ຕາມ. ໃນນັ້ນ, ມີລິ້ງໃນ Facebook, ໃນຂໍ້ຄວາມສ່ວນຕົວ ເເລະ ອີເມວ ທີ່ຫ້າມກົດເຂົ້າໄປ ນອກນັ້ນ Facebook ຈະບໍ່ຖາມເຖິງ ລະຫັດບັນຊີຂອງທ່ານທາງ ອີເມວຢ່າງເດັດຂາດ.

  1. ເເຕ່ງຕັ້ງໝູ່ທີ່ເຊື່ອຖືໄດ້

ເພື່ອໃຫ້ທ່ານສາມາດກູ້ບັນຊີ ເເລະ ເພຈໄດ້ຄືນ ໃນກໍລະນີທີ່ບໍ່ສາມາດເຂົ້າບັນຊີໄດ້, ທ່ານສາມາດເປີດເເຕ່ງຕັ້ງໝູ່ທີ່ເຊື່ອຖືໄດ້. ພວກເຂົາຈະສາມາດສົ່ງລະຫັດພິເສດ ພ້ອມກັບ URL ເພື່ອໃຫ້ທ່ານກູ້ບັນຊີໄດ້ຄືນ.

ສຸດທ້າຍນີ້, ຖ້າຫາກທ່ານສົງໃສວ່າ ບັນຊີທ່ານອາດມີປັນຫາ, ຈົ່ງເຂົ້າໄປທີ່ facebook.com/hacked ເພື່ອຫາວິທີເເກ້ໄຂ, ເເລະ ເຂົ້າໄປທີ່ Help Center ເພື່ອເພີ່ມຄວາມປອດໄພ.

 

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...