spot_img
Homeຂ່າວຕ່າງປະເທດສ ປປ ລາວ ແລະ ປະເທດທົ່ວໂລກສະແດງຄວາມເສຍໃຈຕໍ່ເຫດການລະເບີດໃນເມືອງເບຣຸດ

ສ ປປ ລາວ ແລະ ປະເທດທົ່ວໂລກສະແດງຄວາມເສຍໃຈຕໍ່ເຫດການລະເບີດໃນເມືອງເບຣຸດ

Published on

ເວັບໄຊ sanook ລາຍງານວ່າ ເມື່ອວັນທີ 5 ສິງຫາ ຄະນະລັດຖະມົນຕີລີບັງໄດ້ປະກາດພາວະສຸກເສີນເປັນເວລາ 2 ອາທິດ ໃນນະຄອນຫຼວງເບຣຸດ ລວມເຖິງໃຫ້ອຳນາດທະຫານເຂົ້າຈັບກຸມຕົວຜູ້ທີ່ມີສ່ວນກ່ຽວຂ້ອງກັບການລະເບີດໃນຄັ້ງນີ້ ເມື່ອວັນທີ 4 ສິງຫາ ທີ່ຜ່ານມາ ເຊິ່ງເຫດການດັ່ງກ່າວໄດ້ເຮັດໃຫ້ປະຊາຊົນກວ່າ 300,000ຄົນ ບໍ່ມີທີ່ຢູ່ອາໄສ, ເສຍຊີວິດ 135ຄົນ ແລະ ບາດເຈັບຫຼາຍກວ່າ 5,000ກີບ.

ກະຊວງການຕ່າງປະເທດ ລາຍງານວ່າ: ສປປລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ຕໍ່ເຫດການລະເບີດຮຸນແຮງ ທີ່ ນະຄອນຫຼວງ ເບຣຸດ ໃນວັນທີ 4 ສິງຫາ 2020 ຜ່ານມາ.

ໃນວັນທີ ສິງຫາ ທີ່ຜ່ານມາ ບັນດາປະເທດທົ່ວໂລກໄດ້ສະແດງຄວາມເສຍໃຈຕໍ່ເຫດການລະເບີດຢ່າງຮຸນແຮງທີ່ເກີດຂື້ນ ໃນນະຄອນຫຼວງ ເບຣຸດ ປະເທດລີບັງ (ເລບານອນ) ພ້ອມທັງປະກາດວ່າ ຈະໃຫ້ຄວາມຊ່ວຍເຫຼືອ ໃນໄລຍະເວລາທີ່ພວມຜະເຊີນກັບຄວາມຫຍຸ້ງຍາກ. ທ່ານ ໂດນັນທຣຳ ປະທານາທິບໍດີ ສ.ອາເມລິກາ, ທ່ານ ຊາຣລ ມິເຊລ ປະທານ ຄະນະມົນຕີ ເອີຣົບ(EU) ປະ ກາດວ່າ: ກຽມພ້ອມໃຫ້ຄວາມຊ່ວຍເຫຼືອ, ສ່ວນທ່ານນາງ ອັງເກລາ ແມຣເຄີລ ນາຍົກລັດຖະມົນຕີ ເຢຍ ລະມັນທ່ານ ສກອດ ມໍຣຣີສັນ ນາຍົກລັດຖະມົນຕີ ອົດສະຕຣາລີ ກໍກ່າວວ່າ: ຈະໃຫ້ຄວາມຊ່ວຍເຫຼືອແກ່ຊາວລີບັງ ແລະ ສະແດງຄວາມເສຍໃຈຕໍ່ຜູ້ສູນເສຍບຸກຄົນອັນເປັນທີ່ຮັກ ແລະ ຫວັງວ່າຜູ້ທີ່ໄດ້ຮັບຄວາມເຈັບປວດ ເຫຼົ່າານີ້ ຈະຟື້ນຕົວຂື້ນ ໃນໄວໆນີ້.

ໃນຂະນະທີ່ ອິດສະຣາແອນ ທີ່ເຮັດສົງຄາມສູ້ຮົບກັບລີບັງຫຼາຍຄັ້ງ ໃນອະດິດກໍ່ໄດ້ສົ່ງກຳລັງໃຈ ແລະ ຊ່ວຍເຫຼືອທາງການແພດ ໂດຍອິດສະຣາແອນ ປະສານງານກັບລີບັງຜ່ານຊ່ອງທາງການທູດ ແລະ ການປ້ອງກັນສາກົນຢ່າງໃດກໍ່ຕາມ ກາຕາອີຣັກ ແລະ ກູເວດ ພ້ອມໃຈສະແດງ ຄວາມຊ່ວຍເຫຼືອດ້ານການແພດໄປຍັງເລບານອນເຊິ່ງກາຕາ ສົ່ງຊຸດໂຮງໝໍສະໜາມ ທີ່ປະກອບດ້ວຍ ຕຽງຄົນເຈັບ 500 ຕຽງ ຈຳນວນ ຊຸດ ແລະ ອື່ນໆ.

ປະທານາທິບໍດີ ເອັມມານູເອລ ມາຄຣອງ ຂອງຝຣັ່ງ ໄດ້ເດີນທາງໄປຢຽມຢຽມນະຄອນຫຼວງເບຣຸດເມື່ອວັນທີ 6 ສິງຫາ ທັງຝຣັ່ງ,​ຣັດເຊຍ, ​ກາຕາ, ​ຈໍແດນ ແລະ ອິຫຼ່ານ ປະກາດຈະໃຫ້ການຊ່ວຍເຫຼືອທາງການແພດແກ່ລີບັງ ແລະ ທາງສາທາລະນະເຊັກກໄດ້ສົ່ງທີມກູໄພ 37 ຄົນ ພ້ອມໝາດົມກິ່ນເພື່ອຄົ້ນຫາບຸກຄົນຕາມຊາກຫັກພັງ ສ່ວນສົມເດັດພຣະສັນຕະປາປາຟຣານຊິສ ແຫ່ງນະຄອນລັດວາຕິກັນກໍ່ຊ່ວຍຊວດມົນພາວະນາໃຫ້ຊາວລີບັງຜ່ານວິກິດຄັ້ງນີ້ໄປໄດ້.

 

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...