spot_img
Homeຄວາມງາມຂໍ້ດີຂອງການອາບນ້ຳເຢັນ

ຂໍ້ດີຂອງການອາບນ້ຳເຢັນ

Published on

27_20120116154043.

ໃກ້ຈະ​ເຂົ້າລະດູ​ໜາວ​ແລ້ວ ບາງ​ພື້ນ​ທີ່​ ກໍ​ຄົງ​ມີ​ອາ​ກາດ​ເຢັນ​ໃນ​ໄລຍະເຊົ້າ ​​ແລ້ວ​ ແລະ ​ບັນຫາ​ໃຫຍ່​ໃນ​ໄລຍະ​ອາ​ກາດ​ໜາວໆ ກໍ​ຄື ການ​ອາບ​ນ້ຳ​ເຢັນ ເພາະ​ກວ່າຈະ​ທໍາ​ໃຈ​ອາບ​ໄດ້​ແຕ່​ລະ​ເທື່ອ​ກໍ​ຕ້ອງ​ໃຊ້​ເວລາ ແຖມ​ບາງ​ເທື່ອ​ກໍ​ຮູ້ສຶກ​ໜາວ​ຈົນ​ບໍ່​ຢາກ​ອາບ​ນ້ຳ  ແຕ່​ຮູ້​ຫລື​ບໍ່​ວ່າ ​ການ​ອາບ​ນ້ຳ​ເຢັນ​ ​ມີ​ປະໂຫຍດ​ຫລາຍ​ເຫລືອລົ້ນ ເຖິງແມ່ນວ່າ ​ຈະ​ໜາວ​ໄປ​ແນ່​ກໍ​ຕາມ ແຕ່​ມັນ​ກໍ​ສົ່ງ​ຜົນດີີ​ກັບ​ສຸຂະພາບ​ຮ່າງກາຍ​ຂອງ​ເຮົາ​ໄດ້​ແບບຄິດ​ບໍ່​ຮອດ
 ເພີ່ມ​ລະບົບ​ການ​ເຜົາ​ຜານ

          ຕາມ​ທຳມະຊາດ​ແລ້ວ ​ເມື່ອ​ຮ່າງກາຍ​ຂອງ​ເຮົາ​ສຳ​ຜັດ​ກັບ​ຄວາມ​ໜາວ​ເຢັນ ຄວາມ​ໜາວ​ເຢັນ​ນັ້ນ​ຈະ​ກະຕຸ້ນ​ໃຫ້​ຮ່າງກາຍ​ຜະລິດ​ໄຂ​ມັນ​ສີ​ນ້ຳ​ຕານ​ ເຊິ່ງ​ເປັນ​ໄຂ​ມັນ​ທີ່​ໃຊ້​ໃນ​ການ​ເຜົາ​ຜານ​ພະລັງ​ງານ ຍິ່ງ​ມີ​​ໄຂ​ມັນ​ຊະນິດ​ນີ້​ຫລາຍ​ຂຶ້ນ​ເທົ່າ​ໃດ ກໍ​ຍິ່ງ​ຈະ​ຊ່ວຍ​ໃຫ້​ເຜົາ​ຜານ​ແຄ​ລໍ​ລີໄດ້​ດີ​ຍິ່ງ​ຂຶ້ນ ເຊິ່ງ​ຈະ​ເຮັດໃຫ້​ຫລຸດ​ນ້ຳ​ໜັກ​ໄດ້ ໂດຍ​ເມື່ອ​ຮ່າງ​ກາຍ​ເຜົາ​ຜານ​ພະລັງ​ງານ​ໄດ້​ຫລາຍ​ຂຶ້ນ​ແລ້ວ ກໍ​ຈະ​ເຮັດໃຫ້​ຄວາມ​ດັນ​ເລືອດ​ ແລະ ​ອຸນຫະພູມ​ໃນ​ຮ່າງກາຍ​ຂອງ​ເຮົາ​ສູງ​ຂຶ້ນ​

 ຮ່າງກາຍ​ສ້າງ​ຮໍໂມນ​ເພີ່ມ​ຂຶ້ນ

          ອາດຈະ​ມີ​ໜຸ່ມໆ ຫລາຍ​ຄົົນທີ່​ບໍ່​ມັກ​ອາບ​ນ້ຳ​ເຢັນ ແຕ່​ເຊື່ອ​ວ່າ ​ການ​ອາບ​ນ້ຳ​ເຢັນ​​ດີ​ແທ້ໆ ເພາະ​ມີ​ການສຶກສາ​ໃນ​ປີ 1993 ພົບ​ວ່າ ການ​ອາບ​ນ້ຳ​ເຢັນ​ນັ້ນ​ຊ່ວຍ​ໃຫ້​ຮໍ​ໂມນ​ເທດ​ໂທດ​ເທີ​ໂລນ ​ເຊິ່ງ​ເປັນ​ຮໍ​ໂມນ​ເພດ​ຊາຍ​ເພີ່ມ ແຖມ​ຍັງມີ​ການ​ວິ​ໄຈ​ເພີ່ມເຕີມ​ສະແດງ​ໃຫ້​ເຫັນ​ອີກວ່າ ​ການ​ອາບ​ນ້ຳ​ເຢັນ​ຊ່ວຍ​ເຮັດໃຫ້​ປະລິມານ​ຂອ​ງອະ​ສຸ​ຈິ​ເພີ່ມ​ຂຶ້ນ ໃນ​ຂະນະ​ທີ່​ການ​ອາບ​ນ້ຳ​ອຸ່ນ​ເຮັດໃຫ້​ຈຳນວນ​ອະ​ສຸ​ຈິຫ​ລຸດລົງ​ນໍາອີກ

 ຊ່ວຍ​ຫລຸດ​ພາ​ວະ​ຊຶມ​ເສົ້າ

         ເຊື່ອ​ຫລື​ບໍ່​ວ່າ ​ພຽງແຕ່​ອາບ​ນ້ຳ​ເຢັນ​ກໍ​ຊ່ວຍຫ​ລຸດ​ພາ​ວະ​ຊຶມ​ເສົ້າ​ໄດ້ ນັ້ນ​ກໍ​ເປັນ​ເພາະ​ວ່າ​ ເມື່ອ​ນ້ຳ​ເຢັນ​ກະທົບ​ກັບ​ຜິວ​ແລ້ວ​ມັນ​ຈະ​ສົ່ງ​ແຮງ​ກະຕຸ້ນ​ຈຳນວນ​ຫລາຍ​ຈາກ​ປາຍ​ປະສາດ​ໄປ​ສູ່​ສະຫມອງ ເຊິ່ງ​ໃຫ້​ຜົນ​ໃກ້​ຄຽງ​ກັບ​​ຢາ​ປິ່ນປົວພະຍາດ​ຊຶມ​ເສົ້າ ​ເລີຍ​ ໂດຍ​ຈະ​ເຮັດໃຫ້​ຜູ້​ປ່ວຍ​ສະຫງົບ​ຈິດ​ໃຈ​ລົງ ​ແລະ​ ຫລຸດ​ອາການ​ຊຶມ​ເສົ້າ​ໄດ້

 ບຳ​ລຸງ​ຜົມ​ແລະ​ຜິວ​ພັນ

          ​ມີ​ສາວໆ ຈຳນວນ​ບໍ່​ໜ້ອຍ​ເລີຍ ​​ທີ່​ຮັກ​ຜົມ​ຫລາຍ​ຈົນ​ບໍ່​ຍອມ​ໃຫ້​ຜົມ​ຜ່ານ​ຄວາມ​ຮ້ອນ​ໃດໆ ແຕ່​ພັດມາ​ສະ​ຜົມ​ດ້ວຍ​ນ້ຳ​ອຸ່ນ ທັງ​ໆ ທີ່​ຈິງ​ແລ້ວ ​ນ້ຳ​ອຸ່ນ​ນີ້​​ຕົວ​ທໍາລາຍເລີຍ ເພາະ​ການ​ສະ​ຜົມ​ດ້ວຍ​ນ້ຳ​ອຸ່ນ​ຈະ​ເຮັດໃຫ້​ໜັງ​ຫົວ​ແຫ້ງ​ຈົນ​ລອກ​ເປັນ​ເກັດ ​ແລະ ​ກາຍ​ເປັນ​ລັງ​ແຄ​ຫລາຍ​ ໃນ​ຂະນະ​ທີ່​ການ​ອາບ​ນ້ຳ​ອຸ່ນ​ກໍ​ໃຫ້​ຜົນ​ກັບ​ຜິວ​ພັນ​ບໍ່​ຕ່າງ​ກັນ​​ເທົ່າ​ໃດ ເພາະ​ການ​ອາບ​ນ້ຳ​ອຸ່ນ​ຈະ​ເຮັດໃຫ້​ຜິວ​ເສຍ​ຄວາມ​ຊຸ່ມ​ຊື່ນ ​ແລະ ​ເຮັດໃຫ້​ຜິວ​ແຫ້ງ ດັ່ງ​ນັ້ນ​ທາງ​ທີ່​ດີ​ຄວນ​ຈະ​ອາບ​ນ້ຳ​ ແລະ ​ສະ​ຜົມ​ດ້ວຍ​ນ້ຳ​ເຢັນ​ຈະ​ດີກວ່າ ເພື່ອ​ທີ່​ຄວາມ​ຊຸ່ມ​ຊື່ນ​ຈະ​ໄດ້​ຄົງ​ຢູ່ໃນ​ຜິວ ແຖມ​ຍັງ​ເຮັດໃຫ້​ຜົມ​ມີ​ສຸຂະພາບ​ທີ່​ດີ​ນໍາອີກ​

 ຊ່ວຍ​ເຮັດໃຫ້​ມີ​ແຮງ

 ການ​ອາບ​ນ້ຳ​ເຢັນ​ຊ່ວຍ​ເຮັດໃຫ້​ເຮົາ​ຕື່ນ​ໄດ້​ເຕັມ​ຕາ​ບໍ່​ຕ່າງ​ຈາກ​ການ​ດື່ມ​ກາ​ເຟ​ ເພາະ​ການ​ອາບ​ນ້ຳ​ເຢັນ​ຈະ​ຊ່ວຍ​ໄປ​ກະຕຸ້ນ​ປະສາດ​ສ່ວນ​ຕ່າງໆ ໃນ​ຮ່າງກາຍ​ທີ່​ຍັງ​ເຮັດວຽກ​ບໍ່​ເຕັມ​ທີ່​ໃຫ້​ເຮັດວຽກ​ດີ​ຂຶ້ນ ນອກ​ຈາກ​ນີ້​ຍັງ​ຊ່ວຍ​ເພີ່ມ​ອັດຕາ​ການ​ເຕັ້ນ​ຂອງ​ຫົວ​ໃຈ​ແລະ​ ການ​ຫາຍ​ໃຈ​ໃຫ້​ດີ​ຂຶ້ນນໍາ​ອີກ​ ຖ້າ​ໃຜ​ທີ່​ຮູ້ສຶກ​ວ່າ​ການ​ຕື່ນ​ນອນ​ຕອນ​ເຊົ້າ​ມັນ​ຍາກ​ ລອງ​ລຸກ​ຂຶ້ນ​ມາ​ອາບ​ນ້ຳ​ເຢັນ​ໃນ​ຕອນ​ເຊົ້າ​ເບິ່ງ​ ຮັບຮອງ​ວ່າ​ເຫັນ​ຜົນ​ແນ່ນອນ

ຊ່ວຍ​ໃຫ້​ນອນ​ຫລັບ​ໄດ້​ດີ​ຂຶ້ນ

          ນອກ​ຈາກ​ຈະ​ຊ່ວຍ​ໃຫ້​ຕື່ນ​ໂຕ​ແລ້ວ ການ​ອາບ​ນ້ຳ​ເຢັນ​ຍັງ​ຊ່ວຍ​ເຮັດໃຫ້​ນອນ​ຫລັບ​ໄດ້​ສະບາຍນໍາ​ອີກ​​ ​ເພາະ​ຫລັງ​ຈາກ​ທີ່​ຮ່າງກາຍ​ຕື່ນ​ໂຕ​ດ້ວຍ​ນ້ຳ​ເຢັນ​ແລ້ວ ຫລັງ​ຈາກ​ນັ້ນ​ຮ່າງກາຍ​ຂອງ​ເຮົາ​ກໍ​ຈະ​ຜ່ອນ​ຄາຍ​ ແລະ ​ສະຫງົບ​ລົງ ເຮັດໃຫ້​ເຮົາ​ນອນ​ຫລັບ​ໄດ້​ດີ​ຂຶ້ນ​ແລະ​ຍາວນານ​ຂຶ້ນ ໃຜ​ກຳ​ລັງ​ເປັນ​ພະຍາດ​ນອນ​ບໍ່​ຫລັບ​ຂໍ​ແນະ​ນຳ​ໃຫ້​ອາບ​ນ້ຳ​ເຢັນ​ທຸກ​ມື້​ກ່ອນ​ນອນ​ດີ​ທີ່ສຸດ

 ປ້ອງ​ກັນ​ຄວາມ​ຄຽດ 

          ການ​ອາບ​ນ້ຳ​ເຢັນ​ບໍ່​ພຽງ​ຊ່ວຍ​ເພີ່ມ​ການ​ເຜົາ​ຜານ​ພະລັງ​ງານ​ໃນ​ຮ່າງກາຍ ແຕ່​ຍັງ​ຊ່ວຍ​ປ້ອງ​ກັນ​ຄວາມ​ຄຽດ ເຊິ່ງ​ຈະ​ໄປ​ຊ່ວຍ​ເຮັດໃຫ້​ລະບົບ​ພູ​ມ​ຄຸ້ມ​ກັນ​ຂອງ​ເຮົາ​ແຂງ​ແຮງ​ຂຶ້ນ ນອກ​ຈາກ​ນີ້​ຍັງມີ​ການ​ແນະ​ນຳ​ໃຫ້​ອາບ​ນ້ຳ​ເຢັນ​ເພື່ອ​ບັນ​ເທົາ​ອາການ​ປວດ​ຊຳເຮື້ອ​ແລະ​ ອາການ​ອັກ​ເສບ​ນໍາອີກ​

ເຖິງແມ່ນວ່າ ​ການ​ອາບ​ນ້ຳ​ເຢັນ​ຈະ​ບໍ່ແມ່ນ​ຄວາມ​ຄິດ​ທີ່​ດີ​ເທົ່າໃດ ​ໃນ​ໄລຍະ​ອາ​ກາດ​ໜາວ ແຕ່​ເຊື່ອ​ໂລດ​ວ່າ ​ມັນ​ມີ​ປະໂຫຍດ​ຫລວງຫລາຍ​ແທ້ໆ ເຖິງແມ່ນ​ເຮົາ​ອາດຈະ​ຮູ້ສຶກ​ໜາວ​ຈົນ​ສັ່ນ​ເວລາ​ອາບ​ນ້ຳ ແຕ່​ພໍ​ອາບ​ສຳເລັດ​ແລ້ວ​ເຮົາ​ຈະ​ຮູ້ສຶກ​ອຸ່ນ​ຂຶ້ນ​ມາ​ໃນ​ທັນ​ທີ​

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...