spot_img
Homeຂ່າວທ້ອງຖິ່ນຜທ. ສະ­ເລ່ຍການ​ຊົມ­ໃຊ້​ຕໍ່​ເດືອນ​ຂອງ​ຄົວ​ເຮືອນ​ຄົນ​ລາວ ​ຢູ່​ໃນ​ລະ­ດັບ 2,63 ລ້ານ​ກີບ

ຜທ. ສະ­ເລ່ຍການ​ຊົມ­ໃຊ້​ຕໍ່​ເດືອນ​ຂອງ​ຄົວ​ເຮືອນ​ຄົນ​ລາວ ​ຢູ່​ໃນ​ລະ­ດັບ 2,63 ລ້ານ​ກີບ

Published on

ໜັງສືພິມວຽງຈັນໃໝ່ ລາຍງານວ່າ ໃນກອງ​ປະ­ຊຸມ​ປະ­ກາດ​ຜົນ​ການ​ສຳ​ຫຼວດ​ການ​ຊົມ­ໃຊ້ ແລະ ການ​ໃຊ້​ຈ່າຍ​ຂອງ​ຄົວ​ເຮືອນ​ໃນ​ລາວ ຄັ້ງ​ທີ 6 ໄລ­ຍະ​ປີ 2018-2019 ຈັດ​ຂຶ້ນ​ວັນ​ທີ 28 ກໍ­ລະ­ກົດ 2020 ທີ່​ສູນ​ສະ­ຖິ­ຕິ​ແຫ່ງ​ຊາດ ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ (ຜທ) ຜົນ​ສຳ​ຫຼວດ​ຊີ້​ໃຫ້​ເຫັນ​ວ່າ ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ລາວ​ແມ່ນ​ນັບ​ມື້​ດີ​ຂື້ນ​ເປັນ​ກ້າວໆ ເມື່ອ​ທຽບ­ໃສ່ 5 ປີ ຜ່ານ​ມາ.

ທ່ານ​ນາງ ພອນ​ສະ​ຫຼີ ສຸກ​ສະ​ຫວັດ ຮອງ​ຫົວ­ໜ້າ​ສູນ​ສະ­ຖິ­ຕິ​ແຫ່ງ​ຊາດ ບັນ­ດາ​ຫົວ­ໜ້າ​ກົມ ຮອງ​ກົມ ຜູ້­ຕາງ­ໜ້າ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ ກ່າວ​ວ່າ: ການ​ສຳ​ຫຼວດ​ການ​ຊົມ­ໃຊ້ ແລະ ການ​ໃຊ້​ຈ່າຍ​ຂອງ​ຄົວ​ເຮືອນ​ໃນ​ລາວ ແມ່ນ​ການ​ສຳ​ຫຼວດ​ຕົວ​ແທນ​ຂະ­ໜາດ​ໃຫຍ່​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ໂດຍ​ໄດ້​ຮັບ​ການ​ອະ­ນຸ­ມັດ​ຈາກ​ລັດ­ຖະ­ບານ ກໍ​ຄື​ກະ­ຊວງ​ແຜນ­ການ ແລະ ການ​ລົງ​ທືນ ມອບ​ໃຫ້​ສູນ​ສະ­ຖິ­ຕິ​ແຫ່ງ​ຊາດ​ເປັນ​ຜູ້​ຈັດ​ຕັ້ງ​ປະ­ຕິ­ບັດ ເຊິ່ງ​ໄດ້​ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ​ມາ​ທຸກໆ 5 ປີ ເລິ່ມ​ແຕ່​ປີ 1992-1993 ເປັນ­ຕົ້ນ​ມາ ຕາມ​ແຜນ​ຍຸດ​ທະ​ສາດ​ພັດ­ທະ­ນາ​ລະ­ບົບ​ສະ­ຖິ­ຕິ​ແຫ່ງ​ຊາດ​ແຕ່​ລະ​ໄລ­ຍະ.

ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ເກັບ​ກຳ​ຂໍ້​ມູນ​ສຳ​ຫຼວດ​ຕົວ​ຈິງ ຊີ້​ໃຫ້​ເຫັນ​ວ່າ ດ້ານ​ຄຸນ​ລັກ­ສະ­ນະ​ຂອງ​ຄົວ​ເຮືອນ ການ​ຊົມ­ໃຊ້ ແລະ ການ​ໃຊ້​ຈ່າຍ​ຂອງ​ຄົວ​ເຮືອນ ປີ 2018-2019 ຈຳ­ນວນ​ຄົວ​ເຮືອນ​ໃນ​ລາວ ມີ​ທັງ​ໝົດ​ປະ­ມານ 1,2 ລ້ານ​ກວ່າ​ຄົວ​ເຮືອນ ມີ​ຂະ­ໜາດ​ຂອງ​ຄົວ​ເຮືອນ​ສະ­ເລ່ຍ​ແມ່ນ 4,7 ຄົນ​ຕໍ່​ຄົວ​ເຮືອນ ທຽບ­ໃສ່​ໃນ​ປີ 2012-2013 ຫຼຸດ​ລົງ 5,2 ຄົນ ໃນ​ນີ້ ອາ­ໄສ​ຢູ່​ໃນ​ຕົວ​ເມືອງ​ມີ 34,8% ອາ­ໄສ​ໃນ​ຊົນ­ນະ­ບົດ​ທີ່​ມີ​ຫົນ­ທາງ 58,8% ແລະ ອາ­ໄສ​ໃນ​ຊົນ­ນະ­ບົດ​ທີ່​ບໍ່​ມີ​ເສັ້ນ­ທາງ 6,6% ການ​ຊົມ­ໃຊ້​ຕໍ່​ເດືອນ​ຂອງ​ຄົວ​ເຮືອນ​ຄົນ​ລາວ ສະ­ເລ່ຍ​ຢູ່​ໃນ​ລະ­ດັບ 2,63 ລ້ານ​ກີບ ເພີ່ມ​ຂຶ້ນ​ຈາກ 2,05 ລ້ານ​ກີບ​ໃນ​ປີ 2012-2013 ໃນ​ນັ້ນ ການ​ຊົມ­ໃຊ້​ໝວດ​ສະ­ບຽງ​ອາ­ຫານ ຍັງ​ກວມ​ເອົາ​ອັດ­ຕາ​ເພີ່ມ​ຂຶ້ນ​ຈາກ 70,4% ເປັນ 73,6% ການ​ຊົມ­ໃຊ້​ຜົນ​ຜະ­ລິດ​ຂອງ​ຕົວ​ເອງ ຫຼຸດ​ລົງ​ຈາກ 39,9%ໃນ 5 ຜ່ານ​ມາ​ເປັນ 34,8% ການ​ບໍ­ລິ­ໂພກ​ເຂົ້າ ຫຼຸດ​ລົງ​ຈາກ 34,2% ໃນ 5 ປີ­ຜ່ານ­ມາ ເປັນ30,8% ໃນ​ປີ 2018-2019.

ການ​ເຂົ້າ​ເຖິງ​ການ​ບໍ­ລິ­ການ​ດ້ານ​ສຶກ​ສາ ແລະ ສາ­ທາ­ລະ­ນະ​ສຸກ ການ​ຜະ­ລິດ ແລະ ກິດ­ຈະ­ກຳ​ທຸ­ລະ​ກິດ​ຂອງ​ຄົວ​ເຮືອນ ການ​ນຳ​ໃຊ້​ເວ­ລາ ແລະ ຄວາມ­ທຸກ​ຍາກ​ໃນ​ລາວ ຜົນ​ສຳ​ຫຼວດ​ຊີ້​ໃຫ້​ເຫັນ​ວ່າ ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ລາວ​ແມ່ນ​ນັບ​ມື້​ດີ​ຂື້ນ​ເປັນ​ກ້າວໆ ເມື່ອ​ທຽບ­ໃສ່ 5 ປີ ຜ່ານ​ມາ ອັດ­ຕາ​ສ່ວນ​ຄວາມ­ທຸກ​ຍາກ​ຢູ່​ໃນ​ລາວ ຫຼຸດ​ລົງ​ຈາກ 23,2% ໃນ​ປີ 2012-2013 ເປັນ 18,3% ໃນ​ປີ 2018-2019.

 

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...