Homeຂ່າວຕ່າງປະເທດຈີນຢຶດສະຖານກົງສູນອາເມລິກາໃນເມືອງເສິນຕູແລ້ວ

ຈີນຢຶດສະຖານກົງສູນອາເມລິກາໃນເມືອງເສິນຕູແລ້ວ

Published on

ເວັບໄຊຂ່າວ thairath ລາຍງານວ່າ ຄວາມສຳພັນຈີນ-ອາເມລິກາຖົດຖອຍລົງໄປເລື່ອຍໆ ເພາະຄວາມຂັດແຍ້ງຫຼາຍຢ່າງ ທັງເລື່ອງສົງຄາມການຄ້າ, ການແຜ່ລະບາດຂອງໂຄວິດ-19 ທີ່ອາເມລິກາກ່າວຫາຈີນ, ການແຜ່ຂະຫຍາຍອິດທິພົນຂອງຈີນໃນທະເລຈີນໃຕ້ ການລະເມີດສິດທິມະນຸດໃນພາກພື້ນຊິນຈຽງ ແລະ ການທີ່ຈີນບັງຄັບໃຊ້ກົດໝາຍຄວາມໝັ້ນຄົງສະບັບໃໝ່ໃນຮົງກົງ.

ຫຼັງຈາກວັນທີ 24 ກໍລະກົດ ທີ່ຜ່ານມາ ລັດຖະບານຈີນສັ່ງໃຫ້ອາເມລິກາປິດສະຖານກົງສູນໃຫຍ່ໃນເມືອງເສິນຕູ ມົນທົນເສສວນ ພາຍໃນ 72 ຊົ່ວໂມງ ຫຼື ວັນທີ 17 ກໍລະກົດ ໂດຍກ່າວຫາວ່າທີມງານສະຖານກົງສູນບາງຄົນແຊກແຊງກິດຈະການພາຍໃນ ເປັນໄພຄຸກຄາມຕໍ່ຄວາມໝັ້ນຄົງ ແລະ ຜົນປະໂຫຍດຂອງຈີນ ທັງນີ້, ເພື່ອຕອບໂຕ້ກັບທີ່ອາເມລິກາສັ່ງປິດສະຖານກົງສູນຈີນໃນເມືອງຮຸສຕັນ ລັດເທັກຊັສ ພາຍໃນ 72ຊົ່ວໂມງ ຫຼື ໃນວັນທີ່ 24 ກໍລະກົດ ໂດຍທາງອາເມລິກາໄດ້ກ່າວຫາວ່າ ຈີນລັກເອົາຂໍ້ມູນລັບຂອງບໍລິສັດອາເມລິກາ, ພະຍາຍາມລັກການວິໄຈທາງການແພດ ລວມເຖິງການວິໄຈວັກຊີນປ້ອງກັນຄວິດ-19.

ຫຼ້າສຸດ, ກະຊວງການຕ່າງປະເທດຈີນຖະແຫຼງການວ່າ ເຈົ້າໜ້າທີ່ຈີນໄດ້ເຂົ້າຢຶດສະຖານກົງສູນອາເມລິກາໃນເສິນຕູຮຽບຮ້ອຍແລ້ວ. ທາງດ້ານໂຄສົກກະຊວງການຕ່າງປະເທດອາເມລິກາໄດ້ສົ່ງອີເມລເຖິງສື່ ໂດຍລະບຸວ່າ ອາເມລິກາຜິດຫວັງທີ່ຈີນສັ່ງປິດສະຖານກົງສູນອາເມລິກາທີ່ເສິນຕູ ເຊິ່ງປັດຈຸບັນ, ທີມງານສະຖານກົງສູນປະມານ 200 ຄົນ ລວມເຖິງລູກຈ້າງຊາວຈີນປະມານ 150 ຄົນ ຖືກອົບພະຍົບໄປໝົດແລ້ວ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...