spot_img
Homeຂ່າວພາຍ​ໃນບໍລິສັດເບຍລາວ ຈໍາກັດ ສົມທົບທຶນ 3.4 ຕື້ກ່ວາກີບ ເຂົ້າໃນການບູລະນະ 3 ສວນສາທາລະນະ!!!

ບໍລິສັດເບຍລາວ ຈໍາກັດ ສົມທົບທຶນ 3.4 ຕື້ກ່ວາກີບ ເຂົ້າໃນການບູລະນະ 3 ສວນສາທາລະນະ!!!

Published on

ວຽກງານປົກປັກຮັກສາ ສິ່ງແວດລ້ອມ ເປັນໜຶ່ງໃນວຽກງານປາຍແຫຼມ ທີ່ທາງບໍລິສັດເບຍລາວ ຈໍາກັດ ໄດ້ໃຫ້ຄວາມສໍາຄັນ ອັນດັບຕົ້ນໆ ຕະຫຼອດມາ, ໂດຍນັບຕັ້ງແຕ່ປີ 2007-2020, ບໍລິສັດເບຍລາວ ຈໍາກັດ ໄດ້ປະກອບສ່ວນທຶນຮອນ ເຂົ້າໃນວຽກງານ ການບົວລະບັດຮັກສາ ສວນສາທາລະນະ 3 ແຫ່ງໃນນະຄອນຫຼວງວຽງຈັນ ປະກອບມີ: ສວນອານຸສອນ ເຈົ້າຟ້າງຸ່ມ, ສວນວົງວຽນຈີ່ນາຍໂມ້ ແລະ ສວນວົງວຽນ 450 ປີ (ຖະໜົມໄກສອນ ພົມວິຫານ) ໄປແລ້ວຫຼາຍ ກ່ວາ 3.4 ຕື້ກີບ.

ໃນຕອນເຊົ້າວັນທີ 18 ກໍລະກົດ 2020, ບໍລິສັດ ເບຍລາວ ຈຳກັດ ຮ່ວມກັບ ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ (ຄບຕ.ວຈ) ແລະ ບໍລິສັດ ສຸກປັນຍາ ກໍ່ສ້າງ ໄດ້ຮ່ວມກັນ ຈັດກິດຈະກຳອອກແຮງງານລວມ ທີ່ ສວນວົງວຽງຈີ່ນາຍໂມ້, ໂດຍມີຈຸດປະສົງເພື່ອປັບປຸງສວນວົງວຽນໂມງຈີ່ນາຍໂມ້ ໃຫ້ມີຄວາມສວຍງາມ ສະອາດ ງາມຕາ, ພ້ອມທັງປັບປຸງ ສ່ວນທີ່ມີການເປເພ່ ເສຍຫາຍ ຈຳນວນໜຶ່ງ.  ກິດຈະກໍາອອກແຮງງານລວມ ໃນເທື່ອນີ້ ແມ່ນເພື່ອຜັນຂະຫຍາຍ 6 ສ ຂອງນະຄອນຫຼວງວຽງຈັນ ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ ໂດຍສະເພາະແມ່ນ ສ ສີຂຽວ ແລະ ສ ສະອາດ.

ທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ ໄດ້ແຈ້ງໃຫ້ຊາບວ່າ ທາງບໍລິສັດເບຍລາວ ໄດ້ໃຫ້ການສະໜັບສະໜູນງົບປະມານ ໃນການບູລະນະຮັກສາສວນສາທາລະນະ 3 ແຫ່ງດັ່ງກ່າວ ກວມເອົາເນື້ອທີ່ທັງໝົດ  9.165 ຕາແມັດ ເຊິ່ງຜ່ານມາ ໄດ້ຮັບການສ້ອມແປງບູລະນະທັງໝົດ 3 ຄັ້ງ. ກິດຈະກໍາຫຼັກໆ ໃນການບູລະນະ ສວນສາທາລະນະ ທັງສາມແຫ່ງປະກອບມີ ການສ້ອມແປງລະບົບໄຟຟ້າ, ການປັບປຸງອ່າງນໍ້າພຸ, ການທາສີ, ການເຮັດກະຕ່າຂີ້ເຫຍື້ອໃສ່ສວນ, ການປູກຕົ້ນໄມ້ປະດັບ, ການທໍາຄວາມສະອາດ, ການຕັດຫຍ້າ, ການຫົດນໍ້າຕົ້ນໄມ້ ແລະ ອື່ນໆ.

ທ່ານຍັງໄດ້ກ່າວຕື່ມອີກວ່າ: ເນື່ອງຈາກງົບປະມານໃນການບົວລະບັດຮັກສາສວນສາທາລະນະໃນຕົວເມືອງຂອງພວກເຮົາມີຈຳນວນຈຳຈັດ ແລະ ຍັງມີອີກຫຼາຍສວນສາທາລະນະ ທີ່ຍັງຕ້ອງການງົບປະມານ ມາບູລະນະຮັກສາໃຫ້ສວຍງາມ, ສະນັ້ນ ຈື່ງຢາກຮຽນເຊີນ ທຸກພາກສ່ວນ ເຂົ້າຮ່ວມ ອຸປະຖຳບົວລະບັດຮັກສາສວນສາທາລະນະ ເພື່ອຊ່ວຍກັນ ຮັກສາສິ່ງແວດລ້ອມຕົວເມືອງ ໃຫ້ມີຄວາມສະອາດ ຈົບງານ ຄືກັນກັບບໍລິສັດ ເບຍລາວ ຈໍາກັດ ທີ່ເຫັນຄວາມສໍາຄັນ ແລະ ໄດ້ເອົາໃຈໃສ່ປະກອບສ່ວນດ້ວຍດີ ຕະຫຼອດມາ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...