spot_img
Homeຂ່າວທ້ອງຖິ່ນນາຍົກເນັ້ນ 9 ບັນຫາໃຫ້ນະຄອນຫຼວງເອົາໃຈໃສ່

ນາຍົກເນັ້ນ 9 ບັນຫາໃຫ້ນະຄອນຫຼວງເອົາໃຈໃສ່

Published on

ໜັງສືພິມປະຊາຊົນ ລາຍງານວ່າ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ໄດ້​ເນັ້ນ​ໃຫ້ການ​ນຳ​ນະຄອນຫຼວງ​ວຽງ​ຈັນ​ເອົາໃຈໃສ່​ຫຼາຍ​ບັນຫາ, ໃນ​ຂະນະ​ທີ່​ເສດຖະກິດ​ຂອງ​ນະຄອນຫຼວງ​ວຽງ​ຈັນ ຈະ​ຂະຫຍາຍຕົວ​ພຽງ 6,32% ໃນ​ປີ​ນີ້ ຈາກ​ທີ່​ໄດ້​ຕັ້ງ​ເປົ້າ​ໄວ້​ທີ່ 9,5%. ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ​ແຫ່ງ​ສປປ​ລາວ ໄດ້​ລົງ​ຊີ້​ນຳ​ວຽກ​ງານ​ຢູ່​ຫ້ອງ​ວ່າການ​ນະ​ຄອນ​ຫຼວງ​ວຽງ​ຈັນ​ໃນ​ວັນ​ທີ 9 ກໍລະກົດ​ຜ່ານ​ມາ ໂດຍ​ໄດ້​ເນັ້ນ​ໃຫ້ການ​ນຳ​ນະຄອນຫຼວງ​ວຽງ​ຈັນ​ເອົາ ໃຈໃສ່​ດັ່ງນີ້:

1. ສືບຕໍ່ຮັກ ສາ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ.

2. ສືບຕໍ່​ພັດ ທະນາ​ເສດ​ຖະ​ກິດ​-​ສັງຄົມ​ໃຫ້​ມີ​ການ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ​ທາງ​ດ້ານ​ການ​ກະສິກຳ, ອຸດສາຫະກຳ, ການ​ບໍລິການ ແລະ ຍັງ​ຮັກສາ​ວັດທະນະທຳ​ຮີດຄອງ​ປະເພນີ​ໄດ້​ເປັນ​ຢ່າງ​ດີ​ເຖິງ​ຈະ​ມີ​ອຸປະສັກ​ຫຍຸ້ງຍາກ​ກໍ່​ສາມາດ​ຜ່ານ​ຜ່າ​ໄປ​ໄດ້.

3. ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ໄດ້​ສະກັດ​ກັ້ນ​ການ​ນຳ​ເຂົ້າ​ບັນດາ​ສິນຄ້າ​ທີ່​ບໍ່​ຈຳເປັນ ແລະ ສິນຄ້າ​ທີ່​ເຮົາ​ຜະລິດ​ໄດ້​ເອງ​ໂດຍ​ຕ້ອງ​ສົ່ງເສີມ​ການ​ຜະລິດ​ຢູ່​ພາຍ​ໃນ​ໃຫ້​ເປັນ​ໜໍ່​ແໜງ.

4. ສູ້​ຊົນ​ຊຸກຍູ້​ປະຊາຊົນ​ຜະລິດ​ກຸ້ມ​ຕົນ​ເອງ ເພີ່ງ​ຕົນ​ເອງ ແລະ ຜະລິດ​ເປັນ​ສິນຄ້າ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ຄອບຄົວ, ສ້າງ​ຕະຫຼາດ​ໄວ້​ຮອງ​ຮັບ​ຜົນ​ຜະລິດ​ເພື່ອ​ຈຳໜ່າຍ​ແກ່​ຜູ້​ບໍລິໂພກ.

5. ປັບປຸງ​ແບບແຜນ​ວິທີ​ເຮັດ​ວຽກ, ການ​ບໍລິຫານ​ດ້ານ​ເສດ​ຖະ​ກິດ​-​ສັງຄົມ, ວັດທະນະທຳ​ໃຫ້​ມີ​ລະບຽບ ແລະ ສ້າງ​ມາດ​ຕະການ​ປ້ອງ​ກັນ​ແກ້​ໄຂ​ຢ່າງ​ເຂັ້ມ​ງວດ.

6. ສືບຕໍ່​ຮັກສາ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ​ຄວາມ​ໝັ້ນຄົງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງ​ຄົມ.

7. ສືບຕໍ່​ຫຼຸດຜ່ອນ​ປະກົດ​ການ​ຫຍໍ້ທໍ້​ທາງ​ສັງຄົມ​ເຊັ່ນ : ຢາ​ເສບ​ຕິດ, ອຸບັດ​ເຫດ​ຕາມ​ທ້ອງ​ຖະໜົນ.

8. ຊຸກຍູ້​ດ້ານ​ວິຊາ​ການ​ປູກຝັງ​ລ້ຽງສັດ, ຫາ​ແຫຼ່ງ​ສິນ​ເຊື່ອ ແລະ ທຶນຮອນ​ໃຫ້​ຊາວ​ກະສິກອນ​ຜູ້​ເຮັດ​ການ​ຜະລິດ​ໂດຍ​ບໍ່​ໃຫ້​ເກັບ​ຄ່າ​ໃຊ້​ຈ່າຍ​ທີ່​ບໍ່​ຈຳເປັນ​ກັບ​ເຂົາເຈົ້າ​ເພື່ອ​ແກ້​ໄຂ​ຂອດ​ຕ່າງໆ​ທີ່​ອັດ​ອັ້ນ​ຕັນ​ໃຈ​ກັບ​ປະຊາຊົນ, ທັງ​ມີ​ນໍ້​ໃຈ​ຮັບ​ໃຊ້​ປະຊາ​ຊົນ.

9. ສຳລັບ​ແຮງ​ງານ​ລາວ​ທີ່​ກັບ​ມາ​ແຕ່​ຕ່າງປະເທດ​ມອບ​ໃຫ້​ພະ​ແນກ​ແຮງ​ງ​ງານ ແລະ ສະຫວັດດີ​ການ​ສັງຄົມ ນະຄອນຫຼວງ​ວຽງ​ຈັນ​ເປັນ​ເສນາ​ທິ​ການ ປະສານ​ກັບ​ບັນດາ​ໂຮງ​ຈັກ​ໂຮງງານ​ຢູ່​ໃນ​ນະຄອນຫຼວງ​ວຽງ​ຈັນ ແລະ ຕ່າງ​ແຂວງ​ໃນ​ການ​ສອບເສັງ ຫຼື ຄັດ​ເລືອກ​ບັນຈຸ​ເຂົ້າ​ເຮັດ​ວຽງ​ຕາມ​ເງື່ອນໄຂ​ຕົວ​ຈິງ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...