spot_img
Homeຂ່າວທ້ອງຖິ່ນນາຍົກລາວສົ່ງສານສະແດງຄວາມເສົ້າສະຫຼົດໃຈຕໍ່ເຫດການນໍ້າຖ້ວມຢູ່ຍີ່ປຸ່ນ

ນາຍົກລາວສົ່ງສານສະແດງຄວາມເສົ້າສະຫຼົດໃຈຕໍ່ເຫດການນໍ້າຖ້ວມຢູ່ຍີ່ປຸ່ນ

Published on

ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃຫ້ຮູ້ວ່າ ເມື່ອວັນທີ 4 ກໍລະກົດ 2020 ທີ່ຜ່ານມາ ເກີດເຫດອຸທົກກະໄພ ທັງດິນເຈື່ອນ ແລະ ນໍ້າຖ້ວມຖະຫຼົ່ມຢ່າງໜັກໜ່ວງຢູ່ພາກຕາເວັນຕົກສ່ຽງໃຕ້ຂອງປະເທດຍີ່ປຸ່ນ ເຮັດໃຫ້ລັດຖະບານຕ້ອງໄດ້ອົບພະຍົບປະຊາຊົນ 2 ແສນກວ່າຊີວິດອອກຈາກພື້ນທີ່ດ່ວນ. ຕໍ່ກັບເຫດການດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງພະນະທ່ານ ອາເບະ ຊິນໂຊ ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ ຕໍ່ເຫດການດິນເຈື່ອນ ແລະ ນໍ້າຖ້ວມຢູ່ ປະເທດ ຍີ່ປຸ່ນ ໃນວັນທີ 06 ກໍລະກົດ 2020, ເນື້ອໃນສານຂຽນວ່າ:

ຂ້າພະເຈົ້າ ມີຄວາມເສົ້າສະຫຼົດໃຈທີ່ໄດ້ຮັບຊາຍຂ່າວເຫດການດິນເຈື່ອນ ແລະ ນໍ້າຖ້ວມ ຢູ່ພາກຕາເວັນຕົກສ່ຽງໃຕ້, ປະເທດ ຍີ່ປຸ່ນ ຍ້ອນຝົນຕົກໜັກຢ່າງຕໍ່ເນື່ອງ ນັບແຕ່ວັນທີ 4 ກໍລະກົດ ເປັນຕົ້ນມາ, ເຊິ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນຂອງປະຊາຊົນຢູ່ເຂດດັ່ງກ່າວຢ່າງໜັກໜ່ວງ.

ຂ້າພະເຈົ້າ ໃນນາມສ່ວນຕົວ ກໍຄືລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະແດງຄວາມເຫັນໃຈ ແລະ ຂໍແບ່ງເບົາຄວາມທຸກໂສກມາຍັງ ພະນະທ່ານ ແລະ ໂດຍຜ່ານ ພະນະທ່ານ ໄປຍັງ ລັດຖະບານ ກໍຄືປະຊາຊົນຍີ່ປຸ່ນ ໂດຍສະເພາະຕໍ່ຄອບຄົວຂອງຜູ້ທີ່ຖືກເຄາະຮ້າຍ ຈາກເຫດການໄພພິບັດທາງທຳມະຊາດ ໃນຄັ້ງນີ້.

ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາ-ນໍາພາຂອງພະນະທ່ານ ແລະ ດ້ວຍຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນຂອງປະຊາຊົນຍີ່ປຸ່ນ, ສະພາບຄວາມເສຍຫາຍຈາກເຫດການດິນເຈື່ອນ ແລະ ນໍ້າຖ້ວມດັ່ງກ່າວ ຈະໄດ້ຮັບການຟື້ນຟູກັບຄືນສູ່ສະພາບປົກກະຕິໂດຍໄວ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...