spot_img
Homeຂ່າວຕ່າງປະເທດຜູ້ຕິດເຊື້ອໂຄວິດ-19 ທົ່ວໂລກ ທະລຸ 10 ລ້ານຄົນ! ອາເມລິກາມີຜູ້ປ່ວຍຫຼາຍທີ່ສຸດໃນໂລກ

ຜູ້ຕິດເຊື້ອໂຄວິດ-19 ທົ່ວໂລກ ທະລຸ 10 ລ້ານຄົນ! ອາເມລິກາມີຜູ້ປ່ວຍຫຼາຍທີ່ສຸດໃນໂລກ

Published on

ເວັບໄຊ bbc.com ລາຍງານວ່າ ຜ່ານມາປະມານ 6 ເດືອນແລ້ວ ຫຼັງຈາກມີການເລີ່ມລະບາດຂອງໄວຣັດໂຄໂຣນ່າສາຍພັນໃໝ່ໃນຈີນ ຈຳນວນຜູ້ຕິດເຊື້ອທົ່ວໂລກໃນປັດຈຸບັນທະລຸ 10 ລ້ານຄົນແລ້ວ ແລະ ມີຍອດຜູ້ເສຍຊີວິດກວ່າ 5 ແສນຄົນ.

ສຳລັບ ສປປ ລາວ ປະຈຸບັນ, ບໍ່ມີຄົນເຈັບຕິດເຊື້ອພະຍາດ ໂຄວິດ-19 ປີ່ນປົວຢູ່ໂຮງໝໍ ຄົນເຈັບ 19 ຄົນ ແມ່ນໄດ້ປິ່ນປົວຫາຍດີ ແລະ ອອກໂຮງໝໍໝົດທຸກຄົນແລ້ວ.

ສະຫະລັດອາເມລິກາຍັງເປັນປະເທດທີ່ມີຍອດຜູ້ປ່ວຍສະສົມຫຼາຍທີ່ສຸດໃນໂລກ. ຍອດຜູ້ປ່ວຍສະສົມໃນສະຫະລັດອາເມລິກາມີສູງເຖິງ 2.5 ລ້ານຄົນ, ມີຍອດຜູ້ເສຍຊີວິດຫຼາຍກວ່າ 1.2 ແສນຄົນ, ຮອງລົງມາແມ່ນປະເທດ ບຣາຊິນ, ຣັດເຊຍ, ອິນເດຍ, ອັງກິດ ແລະ ສະເປນ. ເຊິ່ງໃນຫຼາຍປະເທດກຳລັງດຳເນີນມາດຕະການຜ່ອນຄາຍຕ່າງໆໃນປະເທດລົງ ເພື່ອໃຫ້ປະຊາຊົນກັບມາໃຊ້ຊີວິດຕາມປົກກະຕິ ພ້ອມໃຫ້ກັບມາເລີ່ມກິດຈະການທາງດ້ານເສດຖະກິດໃຫ້ຫຼາຍຂຶ້ນ.

 

 

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...