spot_img
Homeຂ່າວທ້ອງຖິ່ນທະນາຄານແຫ່ງ ສປປ ລາວ ຈະໃຊ້ 5 ມາດຕະການເພື່ອຮັກສາສະຖຽນລະພາບເງິນຕາແຫ່ງຊາດ

ທະນາຄານແຫ່ງ ສປປ ລາວ ຈະໃຊ້ 5 ມາດຕະການເພື່ອຮັກສາສະຖຽນລະພາບເງິນຕາແຫ່ງຊາດ

Published on

ສຳນັກຂ່າວສານປະເທດລາວ ລາຍງານວ່າ ຕໍ່ກັບບັນຫາສະພາບເງິນກີບອ່ອນຄ່າ ແລະ ອັດຕາເງິນເຟີ້ ທາງຜູ້ວ່າການທະນາຄານແຫ່ງ ສປປ ລາວ ລະບຸວ່າ ຈະປະຕິບັດນະໂຍບາຍເງິນຕາ ແລະ ອັດຕາແລກປ່ຽນ ໃຫ້ໄດ້ຕາມແຜນທີ່ກໍານົດໄວ້ ເພື່ອຮັບປະກັນໃຫ້ປະລິມານເງິນຂະຫຍາຍຕົວຢູ່ໃນຈັງຫວະທີ່ເສດຖະກິດສາມາດຮັບໄດ້, ບໍ່ສ້າງແຮງກົດດັນໃຫ້ເງິນເຟີ້ເພີ່ມຂຶ້ນ, ທັງສາມາດປະກອບສ່ວນຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ.

ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ກ່ຽວກັບສະພາບເງິນຕາຕ່າງປະເທດ, ອັດຕາແລກປ່ຽນ, ອັດຕາເງິນເຟີ້ ແລະ ມາດຕະການແກ້ໄຂ ໃນອາທິດທີ່ຜ່ານມາ ລະບຸແຈ້ງ ຈະຈັດຕັ້ງປະຕິບັດນະໂຍບາຍເງິນຕາ ແລະ ອັດຕາແລກປ່ຽນ ໃຫ້ໄດ້ຕາມແຜນທີ່ກໍານົດໄວ້ ຊຶ່ງຖ້າໄລ່ລຽງຕາມການຊີ້ແຈງຂອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ສັງລວມ ບາງເນື້ອໃນສໍາຄັນ ດັ່ງນີ້:

1. ຈະຈັດຕັ້ງບັນດາມາດຕະການກະຕຸ້ນເສດຖະກິດ ດ້ວຍການສະໜອງທຶນຜ່ານລະບົບທະນາຄານທຸລະກິດ ເພື່ອປ່ອຍຕໍ່ໃຫ້ບຸກຄົນ ຫລື ນິຕິບຸກຄົນ ທີ່ເຮັດແທ້ທໍາຈິງ ໃຫ້ສາມາດເຂົ້າຫາແຫລ່ງທຶນ ທີ່ມີຕົ້ນທຶນຕໍ່າ ໄດ້ສະດວກຍິ່ງຂຶ້ນຢ່າງເປັນຮູບປະທໍາ ເປັນຕົ້ນ ການປູກຝັງ, ລ້ຽງສັດ, ການຜະລິດ ແລະ ປຸງແຕ່ງຜະລິດຕະພັນກະສິກໍາ-ອຸດສາຫະກໍາ, ຜະລິດສິນຄ້າອຸປະໂພກ-ບໍລິໂພກ, ຂະແໜງການທ່ອງທ່ຽວ-ການບໍລິການທີ່ປິ່ນອ້ອມ, ຫັດຖະກໍາ ແລະ ທຸລະກິດອື່ນທີ່ສົ່ງເສີມການຜະລິດ ແລະ ສົ່ງອອກ.

2. ຈະຮີບຮ້ອນໃຫ້ສາມາດປະຕິບັດກົນໄກແລກປ່ຽນສະກຸນເງິນທ້ອງຖິ່ນ ກີບ/ຢວນ ກັບທະນາຄານກາງຂອງ ສປ ຈີນ ແລະ ເສີມຂະຫຍາຍໄປສູ່ທະນາຄານກາງປະເທດຄູ່ຄ້າເພີ່ມເຕີມ ເພື່ອສ້າງເງື່ອນໄຂ ເພີ່ມສະພາບຄ່ອງດ້ານເງິນຕາຕ່າງປະເທດໃຫ້ແກ່ປະເທດ ແລະ ຫລຸດຜ່ອນແຮງກົດດັນຈາກການເອື່ອຍອີງເງິນຕາຕ່າງປະເທດສະກຸນໃດໜຶ່ງ ໃນອັດຕາສ່ວນທີ່ຫຼາຍ.

3. ສືບຕໍ່ປະສານຂໍຄວາມຮ່ວມມືກັບທຸກພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ຢ່າງເຂັ້ມງວດ ເພື່ອຄຸ້ມຄອງກະແສເງິນ ເຂົ້າ-ອອກປະເທດ ໃຫ້ໄດ້ດີຍິ່ງຂຶ້ນ.

4. ຈະປະສານສົມທົບກະຊວງການເງິນ ເພື່ອໃຫ້ກະຊວງການເງິນອອກພັນທະບັດຄັງເງິນ ໂດຍຜ່ານການປະມູນຢູ່ທະນາຄານແຫ່ງ ສປປ ລາວ ເພື່ອດຸນດ່ຽງງົບປະມານ.

5. ຈະສືບຕໍ່ປະສານສົມທົບ ແລະ ເຮັດວຽກຢ່າງເປັນປົກກະຕິ ກັບພາກສ່ວນທີ່ຮັບຜິດຊອບ ເປັນຕົ້ນ ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງກະສິກໍາ ແລະ ປ່າໄມ້, ນະຄອນຫລວງວຽງຈັນ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ ເພື່ອຮ່ວມກັນແກ້ໄຂບັນຫາທີ່ຕິດພັນກັບການຮັກສາສະຖຽນລະພາບທາງດ້ານລາຄາ ໃຫ້ໄດ້ຢ່າງມີປະສິດທິຜົນ ແລະ ທັນສະພາບ.

ທ່ານຜູ້ວ່າການທະນາຄານແຫ່ງ ສປປ ລາວ ຍັງລະບຸອີກວ່າ: ເນື່ອງຈາກວ່າສະພາບຄວາມຫຍຸ້ງຍາກທາງດ້ານເງິນຕາຕ່າງປະເທດ ແລະ ສ່ວນຕ່າງອັດຕາແລກປ່ຽນ ທີ່ແມ່ນໝາກຜົນຈາກສະພາບພື້ນຖານເສດຖະກິດຂອງປະເທດເຮົາ ແມ່ນບໍ່ສາມາດຈະແກ້ທີ່ປາຍເຫດໃນມື້ໜຶ່ງຍາມດຽວໄດ້. ໃນ 6 ເດືອນຕົ້ນປີ 2020, ຈາກສະພາບລະບາດຂອງພະຍາດໂຄວິດ-19 ທີ່ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ເສດຖະກິດ-ສັງຄົມທົ່ວໂລກ, ຍິ່ງທ້າທາຍໃນການຮັກສາສະເຖຍລະພາບເງິນຕາແຫ່ງຊາດຂອງລາວ ຢ່າງໜັກໜ່ວງຂຶ້ນຕື່ມອີກ.

 

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...