spot_img
Homeຂ່າວທ້ອງຖິ່ນລາວ-ຈີນ ຫາລືຜ່ອນຜັນມາດຕະການ ສຳລັບການເດີນທາງທີ່ມີຄວາມຈຳເປັນຂອງທັງສອງປະເທດ

ລາວ-ຈີນ ຫາລືຜ່ອນຜັນມາດຕະການ ສຳລັບການເດີນທາງທີ່ມີຄວາມຈຳເປັນຂອງທັງສອງປະເທດ

Published on

ກະຊວງການຕ່າງປະເທດແຫ່ງ ສປປ ລາວ ລາຍງານວ່າ ໃນວັນທີ 16 ມິຖຸນາ 2020 ຜ່ານມາ, ທ່ານ ຈ່ຽງ ຈາຍຕົ່ງ, ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໄດ້ໂອ້ລົມຜ່ານໂທລະສັບກັບ ທ່ານ ທອງສະຫວັນ ພົມວິຫານ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ເຊິ່ງໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ບັນຫາໃນການພົວພັນຮ່ວມມື ລາວ-ຈີນ ເປັນຕົ້ນແມ່ນ ການໄປມາຫາສູ່ກັນຂອງການນຳຂັ້ນສູງ, ການຮ່ວມມືກ່ຽວກັບການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19, ມາດຕະການຜ່ອນຜັນສຳລັບການເດີນທາງທີ່ຈຳເປັນ, ການອຳນວຍຄວາມສະດວກໃຫ້ການປະຕິບັດບັນດາໂຄງການຮ່ວມມືທີ່ສໍາຄັນ ພາຍໃຕ້ເງື່ອນໄຂສືບຕໍ່ປ້ອງກັນພະຍາດໂຄວິດ-19 ຢ່າງເປັນປົກກະຕິ.

ໃນໄລຍະຜ່ານມາ, ສອງປະເທດໄດ້ບັນລຸໝາກຜົນທີ່ສໍາຄັນຮ່ວມກັນໃນການປ້ອງກັນເຊື້ອພະຍາດໂຄວິດ-19 ແລະ ໃນຕໍ່ໜ້າ, ເພື່ອອຳນວຍຄວາມສະດວກໃຫ້ແກ່ການຟື້ນຟູການຜະລິດ ແລະ ການພັດທະນາເສດຖະກິດສັງຄົມຂອງສອງຝ່າຍ, ການປະຕິບັດໂຄງການຮ່ວມມືທີ່ສໍາຄັນຕ່າງໆ, ສອງຝ່າຍໄດ້ແລກປ່ຽນບາງບັນຫາດັ່ງລຸ່ມນີ້:

  • ຝ່າຍລາວຈະຮັບໄປພິຈາລະນາ ຂໍ້ສະເໜີຂອງຝ່າຍຈີນກ່ຽວກັບການເປີດ “ຊ່ອງທາງສີຂຽວ” ສຳລັບການເດີນທາງທີ່ມີຄວາມຈຳເປັນຮີບດ່ວນ ລະຫວ່າງ ລາວ-ຈີນ, ຈີນ-ລາວ.
  • ສຳລັບບໍລິສັດຂອງ ຈີນ ທີ່ໄດ້ຮັບອະນຸຍາດໃຫ້ດໍາເນີນທຸລະກິດ ຫຼື ມີໂຄງການ ຢູ່ ສປປ ລາວ ທີ່ມີຈຸດປະສົງຈະນໍາເອົາພະນັກງານເຂົ້າມາເຮັດວຽກໃນໂຄງການຂອງຕົນ ແມ່ນໃຫ້ດໍາເນີນການຕາມຂັ້ນຕອນປົກກະຕິ ໂດຍສະເໜີຜ່ານຂະແໜງການທີ່ກ່ຽວຂ້ອງ ແລະ ໄດ້ຮັບການອະນຸມັດ ວີຊ່າ ຈາກກະຊວງການຕ່າງປະເທດແລ້ວ ຈຶ່ງສາມາດໄປຂໍ ວີຊ່າ ຢູ່ ສະຖານທູດ ແລະ ສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ, ອາດຈະຂໍເປັນລາຍບຸກຄົນ ຫລື ເປັນກຸ່ມກໍ່ໄດ້.
  • ຝ່າຍຈີນ ເຫັນດີຈະຕັ້ງໜ້າຄົ້ນຄວ້າມາດຕະການອໍານວຍຄວາມສະດວກໃຫ້ແກ່ຄະນະຜູ້ແທນທາງການ ແລະ ບຸກຄົນຂອງລາວທີ່ມີຄວາມຈຳເປັນເດີນທາງໄປຈີນອີກດ້ວຍ.
  • ສປ ຈີນ ຈະສືບຕໍ່ຮ່ວມມືກັບ ສປປ ລາວ ຢ່າງໃກ້ຊິດ ແລະ ກຳລັງພິຈາລະນາໃຫ້ການຊ່ວຍເຫຼືອຕື່ມສຳລັບວຽກງານປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ເພື່ອບໍ່ໃຫ້ກັບມາລະບາດຮອບໃໝ່ຕາມການສະເໜີຂອງກະຊວງສາທາລະນະສຸກລາວ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...