spot_img
Homeຂ່າວຕ່າງປະເທດຈີນ-ອິນເດຍປະທະກັນຮຸນແຮງທີ່ສຸດໃນ 50 ປີ ເພາະບັນຫາດິນແດນ

ຈີນ-ອິນເດຍປະທະກັນຮຸນແຮງທີ່ສຸດໃນ 50 ປີ ເພາະບັນຫາດິນແດນ

Published on

ເວັບໄຊ bbc ລາຍງານວ່າ ລັດຖະບານອິນເດຍປະກາດວ່າສູນເສຍທະຫານໄປຢ່າງໜ້ອຍ 20 ຄົນໃນການປະທະກັບກຳລັງຈີນ ໃນພື້ນທີ່ລາດັກ ດິນແດນແຄສເມຍ ພື້ນທີ່ພິພາດຂອງທັງ 2 ຊາດ ທີ່ພູຫິມາໄລ ເຊິ່ງເຫດການດັ່ງກ່າວເປັນການສູນເສຍຄັ້ງທຳອິດໃນຮອບ 45 ປີ ຫຼັງຄວາມຂັດແຍ້ງຂອງ 2 ຊາດ ໃນພື້ນທີ່ນີ້.

ການປະທະກັນໃນຄັ້ງນີ້ເກີດຂຶ້ນທ່າມກາງຄວາມສຳພັນສອງຝ່າຍເຄັ່ງຕຶງຂຶ້ນເລື່ອຍໆ ຫຼັງຈາກທີ່ອິນເດຍໄດ້ກ່າວວ່າ ຈີນສົ່ງທະຫານຫຼາຍພັນຄົນໄປທີ່ພູກາລາວານ (Galwan valley) ໃນພື້ນທີ່ລາດັກ ເຊິ່ງທາງອິນເດຍໄດ້ກ່າວວ່າ ຈີນເຂົ້າມາຄອບຄອງພື້ນທີ່ໃນດິນແດນຂອງຕົນ ໃນເນື້ອທີ່  38,000 ກິໂລຕາແມັດ  ແລະ ໄດ້ມີການເຈລະຈາເລື່ອງນີ້ຫຼາຍຮອບແລ້ວແຕ່ກໍ່ປະສົບຄວາມລົ້ມເຫຼວ.

ທາງດ້ານກອງທັບອິນເດຍລະບຸວ່າ ເຈົ້າໜ້າທີ່ທະຫານອາວຸໂຊຂອງທັງສອງຝ່າຍກຳລັງເຈລະຈາກັນ ເພື່ອຜ່ອນຄາຍຄວາມເຄັ່ງຕຶງຂອງສະຖານະການ ແລະ ຍັງບອກອີກວ່າມີຜູ້ເສຍຊີວິດທັງສອງຝ່າຍ.

ກ່ອນໜ້ານີ້, ສຳນັກຂ່າວ ຣອຍເຕີ ລາຍງານວ່າ ຈີນໄດ້ຕອບໂຕ້ໂດຍການຮຽກຮ້ອງບໍ່ໃຫ້ອິນເດຍດຳເນີນການໃດໆ ໂດຍບໍ່ຜ່ານການປຶກສາຫາລື ຫຼື ກໍ່ໃຫ້ເກີດບັນຫາ, ສ່ວນທາງສຳນັກຂ່າວ ເອເອຟພີ ລາຍງານວ່າ ຈີນກ່າວຫາວ່າທະຫານອິນເດຍຂ້າມຊາຍແດນເຂົ້າມາໂຈມຕີທະຫານຂອງອິນເດຍ ສົ່ງຜົນໃຫ້ເກີດການປະທະກັນຢ່າງຮຸນແຮງລະຫວ່າງກອງກຳລງທັງສອງຝ່າຍ.

 

ຮຽບຮຽງຂ່າວ: ພຸດສະດີ

 

 

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...