ໄພ​ຮ້າຍ​ຈາກ​ຂົນ​ຕາ​ປອມ ສ່ຽງ​ຕາບອດ​ແບບ​ບໍ່​ຮູ້​ຕົວ

eye2
ຂົນ​ຕາ​ປອມ​ບາງ​ຊະນິດ​ອາດຈະ​ບໍ່​ມີ​ຄຸນນະພາບ​ຫລາຍ​ໃນ​ການ​ຜະລິດ ມີ​ລາ​ຄາ​ຖືກ ​ແລະ ​ເຮັດ​ຈາກ​ວັດ​ດຸ​ທີ່​ມີ​ສານ​ພິດ​ສ່ຽງ​ຕໍ່​ການ​ລະ​ຄາຍ​ເຄືອງ​ຂອງ​ຜິວ​ໜັງ​ ໄດ້​ງ່າຍ ທັງ​ເປັນວັດສະ​ດຸ​ທີ່​ສາມາດ​ດັກ​ຈັບ​ຝຸ່ນ​ລະ​ອອງ ​ແລະ ​ເຊື້ອ​ແບກ​ທີ​ເລຍ​ມາ​ເກັບ​ໄວ້ ເມື່ອ​ສຳ​ຜັດ​ກັບ​ດວງ​ຕາ​ກໍ​ມີ​ໂອ​ກາດ​ທີ່​ເຊື້ອ​ພະຍາດ​ເຫລົ່າ​ນັ້ນ​ຈະ​ຖືກ​ ສົ່ງ​ຜົນ​ເຂົ້າ​ສູ່​ເຍື່ອ​ບຸຕາ ​ແລະ ​ເກີດ​ການ​ອັກ​ເສບ​ທີ່​ຮຸນແຮງ​ຕາມ​ມາ​ໄດ້ ນອກ​ຈາກ​ນີ້ ການ​ຕິດ​ຂົນ​ຕາ​ປອມ​ຍັງມີ​ໂອ​ກາດ​ທີ່​ຈະ​ເຮັດໃຫ້​ຂົນ​ຕາ​ແທ້​ຂອງ​ເຮົາ​ຫລຸດ​ ຕິດໄປ​ກັບ​ກາວ​ເຊື່ອມ​ອອກ​ມາດ້ວຍ ຫາກ​ເກີດ​ຂຶ້ນ​ເລື້ອຍໆ ຂົນ​ຕາ​ທີ່​ໃຊ້​ດັກ​ຈັບ​ເຊື້ອ​ພະຍາດ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມັນ​ເຂົ້າໄປ​ ກະທົບ​ກັບ​ດວງ​ຕາ​ເຮັດວຽກ ດ້ອຍ​ປະ​ສິດ​ທິ​ພາບ ເມື່ອ​ນັ້ນ​ໂອ​ກາດ​ຄູນ​ສອງ​ຂອງ​ການ​ຕິດ​ເຊື້ອ​ກໍ​ຈະ​ງ່າຍ​ຂຶ້ນ​ໄດ້​ອີກ

       ສ່ວນ​ສາວໆ ຄົນ​ໃດ​ທີ່​ມີ​ອາການ​ແພ້​ຂົນ​ຕາ​ປອມ ​ຫລື ​ມີ​ອາການ​ຜິດ​ປົກກະຕິ​ຫລັງ​ຕິດ​ຂົນ​ຕາ​ປອມ ກໍ​ຄວນ​ເຂົ້າ​ຮັບ​ການ​ປິ່ນປົວ​ຈາກ​ແພດ ຫ້າມ​ປ່ອຍ​​ເອົາ​ໄວ້ ເພາະ​ອາດຈະ​ເຮັດໃຫ້​ເກີດ​ການ​ຕິດ​ເຊື້ອ​ທີ່​ຮຸນແຮງ​ຕາມ​ມາຈົນ​ປິ່ນປົວ​ໄດ້​ ຍາກ

ເຫັນ​ກັນ ​ຫລື ​ຍັງ​ວ່າ​ໄພ​ທີ່​ມາ​ພ້ອມ​ກັບ​ຄວາມ ງາມ​ຮອບ​ຕົວ​ເຮົາ​ນັ້ນ​ມີ​ຫລາຍ​ຢ່າງ​ ສາວ​ຄົນ​ໃດ​ທີ່​ຮັກ​ການ​ແຕ່ງ​ຕົວ​ສວຍງາມ ບໍ່​ວ່າ​ຈະ​ແຕ່ງ​ເຕີມ​ສ່ວນ​ໃດ​ເທິງ​ໃບ​ໜ້າ​ໃຫ້​ອອກ​ມາ​ສວຍງາມ ກໍ​ຢ່າ​ລືມ​ຄຳ​ນຶງ​ເຖິງ​ຜົນ​ກະທົບ​ທີ່​ອາດ​ເກີດ​ຂຶ້ນ​ຈົນ​ນຳ​ອັນຕະລາຍ​ມາສູ່ ​ຮ່າງກາຍ​ໄປ​ພ້ອມ​

eye3