spot_img
Homeຂ່າວທ້ອງຖິ່ນກະຊວງສຶກສາ ແລະ ກີລາ ແຈ້ງລະອຽດ ກໍານົດມື້ສອບເສັງຈົບຊັ້ນສາຍສາມັນສຶກສາ

ກະຊວງສຶກສາ ແລະ ກີລາ ແຈ້ງລະອຽດ ກໍານົດມື້ສອບເສັງຈົບຊັ້ນສາຍສາມັນສຶກສາ

Published on

ອີງຕາມແຈ້ງການ ຂອງກະຊວງສຶກສາທິການ ແລະ ກີລາ ເລື່ອງ ການສອບເສັງຈົບຊັ້ນສາຍສາມັນສຶກສາປະຈໍາສົກຮຽນ 2019-2020, ສະບັບເລກທີ 1767/ຫກ, ລົງວັນທີ 15 ມິຖຸນາ 2020 ໃຫ້ຮູ້ເຖິງກໍານົດວັນເວລາສອບເສັງຂອງສາຍສາມັນວ່າ:

ຊັ້ນປະຖົມສຶກສາ
  1. ການສອບເສັງຈົບຊັ້ນປະຖົມ ປ 5 ກໍານົດເອົາ 3 ວິຊາຄື ພາສາລາວ (ພາກຫັດແຕ່ງ, ພາກຂຽນທວາຍ, ຄໍາຖາມ), ຄະນິດສາດ ແລະ ໂລກອ້ອມຕົວເຮົາ.
  2. ໃຫ້ສົ່ງບົດລາຍງານການຈັດຕັ້ງປະຕິບັດຫຼັກສູດຊັ້ນ ປ 5, ສະຖິຕິນັກສອບເສັງ ແຍກຍິງ-ຊາຍ, ນັກສອບເສັງຫ້ອງສອງພາສາ ລາວ-ຝຣັ່ງ, ຈໍານວນຫ້ອງ, ສູນສອບເສັງ ເຖິງກົມສາມັນສຶກສາ ກ່ອນວັນທີ 26 ມິຖຸນາ 2020.
  3. ວັນທີ 16-17 ກໍລະກົດ 2020 ສອບເສັງຈົບຊັ້ນ ປ 5.
  4. ວັນທີ 27-28 ກໍລະກົດ 2020 ສອບເສັງຄືນ ສໍາລັບນັກຮຽນ ປ 5 ທີ່ຂາດສອບເສັງຈົບຊັ້ນທີ່ມີເຫດຜົນພຽງພໍ.
  5. ວັນທີ 14 ສິງຫາ 2020 ສົ່ງລາຍງານຜົນການສອບເສັງຊັ້ນ ປ 5 ເຖິງກົມສາມັນສຶກສາ, ກະຊວງສຶກສາທິການ ແລະ ກີລາ.
ຊັ້ນມັດທະຍົມສຶກສາ

ການກະກຽມ

  1. ໃຫ້ແຕ່ງຕັ້ງຄະນະກໍາມະການ ແລະ ອະນຸກໍາມະການຝ່າຍຕ່າງໆຢ່າງພຽງພໍ ເພື່ອຮັບປະກັນຄວາມສະຫງົບ, ປອດໄພ ແລະ ຜົນສໍາເລັດທີ່ມີປະສິດທິພາບໃນການສອບເສັງ, ພິເສດໃຫ້ສືບຕໍ່ແຕ່ງຕັ້ງ ໜ່ວຍສະເພາະກິດເພື່ອກວດກາ, ຕິດຕາມ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນການສອບເສັງ.
  2. ໃຫ້ຈັດຕັ້ງເຜີຍແຜ່ລະບຽບການສອບເສັງ ໃຫ້ແກ່ຄະນະກໍາມະການ, ຄູ, ນັກຮຽນ ແລະ ສັງຄົມ ເພື່ອສະກັດກັ້ນປະກົດການຫຍໍ້ທໍ້ໃນການສອບເສັງຈົບຊັ້ນມັດທະຍົມສຶກສາ.
  3. ໃຫ້ສົ່ງບົດລາຍງານການຈັດຕັ້ງປະຕິບັດຫຼັກສູດຊັ້ນ ມ 4, ມ 7, ສະຖິຕິນັກສອບເສັງ ແຍກຍິງ-ຊາຍ, ນັກສອບເສັງສົງ, ນັກສອບເສັງຫ້ອງສອງພາສາ ລາວ-ຝຣັ່ງ, ຈໍານວນຫ້ອງສອບເສັງ, ສູນສອບເສັງ, ຫົວບົດສອບເສັງຈົບຊັ້ນ ມ 4 ແລະ ມ 7 ຂັ້ນແຂວງ ເຖິງກົມສາມັນສຶກສາ ກ່ອນວັນທີ 26 ມິຖຸນາ 2020.
  4. ໃຫ້ສົ່ງຊື່ນາມສະກຸນ, ຕໍາແໜ່ງ, ທີ່ຢູ່, ເບີໂທລະສັບ, ອີເມວຂອງຄະນະກໍາມະການຮັບຜິດຊອບການສອບເສັງ, ຜູ້ທີ່ຈະຮັບຫົວບົດສອບເສັງ ແລະ ຂະໜານຕອບບົດສອບເສັງ ເຖິງກົມສາມັນສຶກສາກ່ອນວັນທີ 9 ກໍລະກົດ 2020.

ສ່ວນດ້ານການຈັດຕັ້ງປະຕິບັດສອບເສັງ ກໍານົດເອົາວັນທີ 10-31 ກໍລະກົດ ພະນັກງານຂັ້ນແຂວງ, ນະຄອນຫຼວງ ເຂົ້າສູນອັດສໍາເນົາຫົວບົດສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ ມ 4 ແລະ ຕອນປາຍ ມ 7. ກໍານົດເອົາວັນທີ 22-24 ກໍລະກົດ ສອບເສັງຈົບຊັ້ນ ມ 4; ກໍານົດເອົາ 29-31 ກໍລະກົດ ສອບເສັງຈົບຊັ້ນ ມ 7 ແລະ ສອບເສັງຄືນ ມ 4.

ທັງນີ້ ສໍາລັບການສອບເສັງຄືນ ສໍາລັບ ມ 4 ທີ່ຂາດສອບເສັງໂດຍມີເຫດຜົນພຽງພໍ ໃຫ້ນໍາໃຊ້ບົດສອບເສັງສໍາຮອງ. ສ່ວນການສອບເສັງຄືນຊັ້ນ ມ 7 ກໍານົດເອົາວັນທີ 3-5 ສິງຫາ ສໍາລັບຜູ້ທີ່ມີເຫດຜົນພຽງພໍ ແລະ ໃຫ້ນໍາໃຊ້ຫົວບົດສອບເສັງສໍາຮອງເຊັ່ນກັນ.

ສຸດທ້າຍ ອາທິດທີ 3 ຂອງເດືອນສິງຫາ 2020 ສະຫຼຸບຜົນການສອບເສັງຂອງ ມ 4 ແລະ ມ 7 ສົ່ງກົມສາມັນສຶກສາ ກະຊວງສຶກ ສາທິການ ແລະ ກີລາ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...