spot_img
Homeຂ່າວພາຍ​ໃນຂ່າວຮ້ອນ! ອາເມລິກາໂຈະການອອກວີຊ່າໃຫ້ຄົນລາວ

ຂ່າວຮ້ອນ! ອາເມລິກາໂຈະການອອກວີຊ່າໃຫ້ຄົນລາວ

Published on

The Laotian Times ລາຍງານວ່າ ສະຫະລັດ ອາເມລິກາ ໄດ້ໂຈະການອອກວີຊ່າໃຫ້ແກ່ພົນລະເມືອງລາວ ແລະ ຄົນສັນຊາດລາວ ທີ່ສະໝັກຂໍວີຊ່າໃນລາວ ຫຼັງຈາກບໍ່ສາມາດຕົກລົງໄດ້ ເລື່ອງການສົ່ງຄົນລາວທີ່ຢູ່ອາເມລິກາກັບປະເທດ.

ອີງຕາມແຈ້ງການໃນເວັບໄຊ້ຂອງ ສະຖານເອກອັກຄະຖະລັດຖະທູດ ຂອງສະຫະລັດອາເມລິກາ ປະຈໍາ ສປປ ລາວ ໃນວັນທີ 1 ເມສາ 2020, ສ ອາເມລິກາ ຈະໂຈະການອອກວີຊ່າໃຫ້ແກ່ພົນລະເມືອງ ແລະ ຄົນສັນຊາດລາວ, ຍົກເວັ້ນວີຊ່າບາງປະເພດເທົ່າໃນ (ລາຍລະອຽດຕາມແຈ້ງການ) ແລະ ບຸກຄົນອື່ນທີ່ຈະເດີນທາງ ເຊິ່ງລະບຸໃນພາກທີ 11 ຂອງຂໍ້ຕົກລົງຂອງສຳນັກງານໃຫຍ່ສະຫະປະຊາຊາດ.

ແຈ້ງການສະບັບນີ້ລາຍງານວ່າ ລັດຖະມົນຕີ ວ່າການ ກະຊວງປ້ອງກັນຄວາມສະຫງົບ ຂອງອາເມລິກາໄດ້ແຈ້ງຫາ ລັດຖະມົນຕີ ວ່າການກະຊວງການຕ່າງປະເທດ ວ່າປະເທດລາວປະຕິເສດ ຫຼື ຊັກຊ້າຢ່າງບໍ່ມີເຫດຜົນ ໃນການຮັບຄືນ ພົນລະເມືອງ, ວີຊ່າຕ່າງໆ, ຄົນສັນຊາດ ຫຼື ຜູ້ທີ່ພັກອາໄສຢູ່ອາເມລິກາ ຕາມຄໍາສັ່ງສຸດທ້າຍໃນການຍົກຍ້າຍພົນລະເມືອງອອກຈາກສະຫະລັດ. ລັດຖະມົນຕີ ວ່າການກະຊວງ ການຕ່າງປະເທດ ໄດ້ມີຄໍາສັ່ງໃຫ້ໂຈະການອອກວີຊ່າໃຫ້ແກ່ພົນລະເມືອງ ແລະ ຄົນສັນຊາດລາວ ທີ່ໄດ້ສະໝັກຂໍວີຊ່າຢູ່ນະຄອນຫຼວງວຽງຈັນ ໂດຍມີຂໍ້ຍົກເວັ້ນຈໍາກັດ.

ແຈ້ງການໄດ້ລະບຸຕື່ມວ່າ ເຖິງຢ່າງໃດກໍຕາມ ບຸກຄົນທີ່ຍື່ນສະໝັກຂໍວີຊ່າຫຼັງຈາກວັນທີ 1 ເມສາ 2020 ເປັນຕົ້ນໄປ, ພະແນກກົງສູນຈະດຳເນີນການຕໍ່ເລື່ອງສຳພາບ ແຕ່ທາງກົງສູນຈະບໍ່ສາມາດອອກວີຊ່າໃຫ້ແກ່ຜູ້ສະໝັກໄດ້ ຈົນກວ່າຈະມີຄໍາສັ່ງປ່ຽນແປງ.

 

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...