spot_img
Homeຂ່າວທ້ອງຖິ່ນຢີ່ປຸ່ນຊ່ວຍເຫຼືອລ້າ 13 ລ້ານໂດລາ ເພື່ອຊື້ອຸປະກອນການແພດໃຫ້ແກ່ ສປປ ລາວ

ຢີ່ປຸ່ນຊ່ວຍເຫຼືອລ້າ 13 ລ້ານໂດລາ ເພື່ອຊື້ອຸປະກອນການແພດໃຫ້ແກ່ ສປປ ລາວ

Published on

ໜັງສືພິມເສດຖະກິດ-ການຄ້າ ລາຍງານໃຫ້ຮູ້ວ່າ ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອສືບຕໍ່ຍົກລະດັບລະບົບສາທາລະນະສຸກຂອງລາວກຽມພ້ອມຮັບມືຄວາມເປັນໄປໄດ້ຂອງການລະບາດທີ່ອາດເກີດການຕິດເຊື້ອຮອບໃໝ່.

ໃນວັນທີ 5 ມິຖຸນາ 2020 ນີ້ໄດ້ມີພິທີລົງນາມເອກະສານແລກປ່ຽນສຳລັບໂຄງການຊ່ວຍເຫຼືອລ້າທີ່ມີຊື່ວ່າ ໂຄງການພັດທະນາເສດຖະກິດ ແລະ ສັງຄົມ ທີ່ກະຊວງການຕ່າງປະເທດ ນະຄອນຫຼວງວຽງຈັນ. ເອກະສານດັ່ງກ່າວໄດ້ຮັບການລົງນາມ ແລະ ແລກປ່ຽນໂດຍ ພະນະທ່ານ ທາເກວາກະ ເຄໂຊ, ເອກອັກຄະຣະຊະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ພະນະທ່ານ ທອງສະຫວັນ ພົມວິຫານ, ຮອງລັດຖະມົນຕີກະຊວງການຕ່າງປະເທດປະຈຳ ສປປ ລາວ ໂດຍມີໂຕແທນຈາກບັນດາກະຊວງເຂົ້າຮ່ວມເປັນສັກຂີພະຍານ.

ໂຄງການຊ່ວຍເຫຼືອລ້າທີ່ມີມູນຄ່າ 1.500 ລ້ານເຢນ (ປະມານ 13,7 ລ້ານໂດລ້າສະຫະລັດ) ຈະຖືກນຳໃຊ້ເຂົ້າໃນການຈັດຊື້ອຸປະກອນທາງການແພດຈຳພວກລົດໂຮງໝໍ ແລະ ຕຽງສຳລັບຜູ້ປ່ວຍ ເພື່ອມອບໃຫ້ແກ່ລັດຖະບານລາວຈັດມາດຕະການຕອບໂຕ້ ໂຄວິດ-19. ໃນຂະນະທີ່ປັດຈຸບັນ, ປະເທດລາວສາມາດຈຳກັດການແຜ່ກະຈາຍຂອງເຊື້ອໂຄວິດ-19 ໄດ້ຢ່າງມີປະສິດທິພາບ. ສະນັ້ນ, ເພື່ອເປັນການຕອບໂຕ້ກັບພະຍາດຮອບໃໝ່ ລັດຖະບານຍີ່ປຸ່ນຈິ່ງໃຫ້ການຊ່ວຍເຫຼືອສືບຕໍ່ຍົກລະດັບລະບົບສາທາລະນະສຸກຂອງລາວກຽມພ້ອມຮັບມືຄວາມເປັນໄປໄດ້ຂອງການລະບາດທີ່ອາດເກີດການຕິດເຊື້ອຮອບໃໝ່.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...