Homeຂ່າວທ້ອງຖິ່ນເງິນແຮສຸກເສີນຂອງລັດຖະບານ ຍັງເຫຼືອ 6 ຕື້ກວ່າກີບ

ເງິນແຮສຸກເສີນຂອງລັດຖະບານ ຍັງເຫຼືອ 6 ຕື້ກວ່າກີບ

Published on

ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ງົບ­ປະ­ມານ​ເງິນ​ແຮ​ສຸກ​ເສີນ​ຂອງ​ລັດ­ຖະ­ບານ​ບ້ວງ 30 ຕື້​ກີບ ເພື່ອ​ຮັບ​ໃຊ້​ວຽກ​ງານ​ປ້ອງ​ກັນ ຄວບ​ຄຸມ ແລະ ຕອບ​ໂຕ້​ພະ­ຍາດໂຄວິດ-19 ຢູ່​ສູນ​ປະ­ຕິ­ບັດ​ງານ​ຄະ­ນະ​ສະ­ເພາະ​ກິດ​ຄວບ​ຄຸມ­ພະ​ຍາດ​ໂຄ​ວິດ-19.

ໜັງສືພິມວຽງຈັນໃໝ່ ລາຍງານເມື່ອວັນທີ 3 ມິຖຸນາ 2020 ວ່າ ທ່ານ ບຸນ​ໂຈມ ອຸ­ບົນ​ປະ­ເສີດ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ຫົວໜ້າ​ໜ່ວຍ​ງົບ­ປະ­ມານ ແລະ ພາ­ລາ​ທິ​ການ ໄດ້​ລາຍ​ງານ​ໃຫ້​ຮູ້​ກ່ຽວ​ກັບ​ງົບ­ປະ­ມານ​ຮັບ​ໃຊ້ ເພື່ອ​ຮັບ​ໃຊ້​ວຽກ​ງານ​ປ້ອງ​ກັນ, ຄວບ​ຄຸມ ແລະ ຕອບ​ໂຕ້​ພະ­ຍາດໂຄວິດ-19 ຢູ່​ສູນ​ປະ­ຕິ­ບັດ​ງານ​ຄະ­ນະ​ສະ­ເພາະ​ກິດ​ຄວບ​ຄຸມ­ພະ​ຍາດ​ໂຄ​ວິດ-19 ທີ່​ຈັດ​ຂຶ້ນ​ວັນ​ທີ 1 ມິ­ຖຸ­ນາ 2020 ທີ່​ກະຊວງ​ສາ­ທາ­ລະ­ນະ​ສຸກ ໄດ້​ໃຫ້​ຮູ້​ວ່າ: ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ງົບ­ປະ­ມານ​ເງິນ​ແຮ​ສຸກ​ເສີນ​ຂອງ​ລັດ­ຖະ­ບານ​ບ້ວງ 30 ຕື້​ກີບ ສັງ​ລວມ​ຮອດ​ວັນ​ທີ 31 ພຶດ­ສະ­ພາ 2020 ລັດ­ຖະ­ບານ​ໄດ້​ອະ­ນຸ­ມັດ​ຄັ້ງ​ທີ 1 ຈຳ­ນວນ 10 ຕື້​ກີບ ໃນ​ນີ້ ໄດ້​ຈັດ​ຊື້​ອຸ­ປະ­ກອນ​ການ​ແພດ ຜ້າ​ອັດ​ປາກ-ອັດ​ດັງ ເຄື່ອງ​ເຄ​ມີ ເຈວ​ລ້າງ​ມື ຄ່າ​ຫຸ້ມ​ຫໍ່ ແລະ ການ​ຈັດ​ສົ່ງ​ອຸ­ປະ­ກອນ​ການ​ແພດ 6,64 ຕື້​ກີບ ເພື່ອ​ຮັບ​ໃຊ້​ວຽກ​ງານ​ສາ­ທາ­ລະ­ນະ​ສຸກ ຈ່າຍ​ລ່ວງ​ໜ້າ​ໃຫ້​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ເພື່ອ​ເບີກ​ຈ່າຍ​ວຽກ​ງານ​ຈຳ­ເປັນ​ຮີບ​ດ່ວນ 100 ລ້ານ​ກີບ ເຫຼືອ 3,25 ຕື້​ກີບ ລັດ­ຖະ­ບານ​ອະ­ນຸ­ມັດ​ຄັ້ງ​ທີ 2 ຈຳ­ນວນ 20 ຕື້​ກີບ ໃນ​ນີ້ ຈ່າຍ​ຄັ້ງ​ທີ 1 ໃຫ້​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ບັນ­ດາ​ແຂວງ​ທົ່ວ​ປະ­ເທດ 9 ຕື້​ກີບ ແຂວງ​ລະ 500 ລ້ານ​ກີບ ຈ່າຍ​ໃຫ້​ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ 500 ລ້ານ​ກີບ ຈ່າຍ​ຄັ້ງ​ທີ 2 ໃຫ້​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ບັນ­ດາ​ແຂວງ​ທົ່ວ​ປະ­ເທດ 6,9 ຕື້​ກີບ ຈ່າຍ​ຊ່ວຍ​ໜູນ​ໃຫ້​ນັກ​ສຶກ​ສາ​ລາວ​ຢູ່​ເມືອງ​ອູ​ຫັ້ນ ສປ ຈີນ 154 ລ້ານ​ກີບ ຈ່າຍ​ຮັບ​ໃຊ້​ຊ່ຽວ­ຊານ​ແພດ​ຈີນ​ໄປ​ເຄື່ອນ​ໄຫວ​ຢູ່​ທ້ອງ­ຖິ່ນ 10 ລ້ານ​ກີບ ເຫຼືອ 3,4 ຕື້​ກີບ ສັງ​ລວມ​ຍອດ​ເຫຼືອ​ຄັ້ງ​ທີ 1 ແລະ ທີ 2 ຈຳ­ນວນ 6,66 ຕື້​ກີບ.

ສ່ວນ​ຈຳ­ນວນ​ເງິນ​ທີ່​ໄດ້​ຮັບ​ຈາກ​ການ​ຊ່ວຍ­ເຫຼືອ​ຂອງ​ອົງ​ການ­ຈັດ­ຕັ້ງ​ລັດ ແລະ ພາກ­ສ່ວນ​ຕ່າງໆ​ຂອງ​ສັງ­ຄົມ ແຕ່​ວັນ​ທີ 19 ກຸມ­ພາ ຫາ​ວັນ​ທີ 31 ພຶດ­ສະ­ພາ 2020 ລວມ​ມີ​ສະ­ກຸນ​ເງິນ​ກີບ 11.791.340.996 ກີບ ສະ­ກຸນ​ເງິນ​ໂດ​ລາ 497.892 ໂດ​ລາ ແລະ ສະ­ກຸນ​ເງິນ​ບາດ​ໄທ 4.581.500 ບາດ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...