Homeຂ່າວພາຍ​ໃນພົບເງິນຄິດໄລ່ບໍ່ຖືກຕ້ອງຫຼາຍກວ່າ 800 ຕື້ກີບ ຫຼັງການກວດກາໂຄງການລົງທຶນຂອງລັດຢູ່ຫຼວງພະບາງ

ພົບເງິນຄິດໄລ່ບໍ່ຖືກຕ້ອງຫຼາຍກວ່າ 800 ຕື້ກີບ ຫຼັງການກວດກາໂຄງການລົງທຶນຂອງລັດຢູ່ຫຼວງພະບາງ

Published on

ໜັງສືພິມເສດຖະກິດສັງຄົມ ລາຍງານໃນວັນທີ 22 ພຶດສະພາ 2020 ໃຫ້ຮູ້ວ່າ: ໃນ 5 ປີຜ່ານມາ ພະແນກແຜນການ ແລະ ການລົງທຶນແຂວງ ຫຼວງພະບາງ ໄດ້ລົງກວດກາການກໍ່ສ້າງທີ່ເປັນໂຄງການລົງທຶນຂອງລັດຢູ່ແຕ່ລະເມືອງລວມມີ 1​ ນະຄອນ, 11​ ເມືອງ; ພົບການຄິດໄລ່ບໍ່ຖືກຕ້ອງ, ການຄິດໄລ່ຊໍ້າຊ້ອນ, ຄິດໄລ່ບໍລິມາດ, ຈໍານວນວັດສະດຸ ຫຼາຍເກີນຄວາມເປັນຈິງ.

ທ່ານ ບຸນຊົມ ທັດຕະວົງ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຫຼວງພະບາງ ໃຫ້ຮູ້ໃນວັນທີ 20 ພຶດສະພາ 2020 ນີ້ວ່າ: ສຳລັບວຽກງານການກວດກາ ກວດສອບວຽກງານຂອງບັນດາໂຄງການການລົງທຶນຂອງລັດຖືເປັນວຽກໝາກຫົວໃຈຫຼັກໃນກວດກາຄວາມໂປ່ງໃສບັນດາໂຄງການການລົງທຶນຕ່າງໆ ເຊິ່ງໃນ 5 ປີຜ່ານມາ 2015-2019 ໜ່ວຍງານກວດກາຂອງພະແນກໄດ້ກວດກາການກໍ່ສ້າງທີ່ເປັນໂຄງການລົງທຶນຂອງລັດຢູ່ 1 ນະຄອນ 11 ເມືອງ ພົບເຫັນການຄິດໄລ່ບໍ່ຖືກຕ້ອງ, ມີການຄິດໄລ່ຊໍ້າຊ້ອນ, ຄິດໄລ່ບໍລິມາດຈໍານວນວັດສະດຸຫຼາຍເກີນຄວາມເປັນຈິງຊິ່ງສ້າງມູນຄ່າຄວາມເສຍຫາຍທີ່ສາມາດຫຼຸດຜ່ອນງົບປະມານຂອງລັດໄດ້ເຖິງ 828,27 ຕື້ກີບ ພ້ອມນີ້ແຜນຕໍ່ໜ້າຍັງຈະສືບຕໍ່ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຮຽບຮຽງໂດຍ: ລັດສະໝີ ພອນວິໄລ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...