Homeຂ່າວພາຍ​ໃນຂໍຈອງກ່ອນ! ສະຫະລັດສັ່ງຈອງວັກຊີນໂຄວິດ 300 ລ້ານໂດສ ຈາກອັງກິດ ເຖິງຍັງບໍ່ທັນຢືນຢັນປະສິດທິພາບ

ຂໍຈອງກ່ອນ! ສະຫະລັດສັ່ງຈອງວັກຊີນໂຄວິດ 300 ລ້ານໂດສ ຈາກອັງກິດ ເຖິງຍັງບໍ່ທັນຢືນຢັນປະສິດທິພາບ

Published on

ສຳນັກຂ່າວ ມະຕິຊົນ ລາຍງານວ່າ ລັດຖະບານສະຫະລັດ ເຮັດຂໍ້ຕົກລົງຊື້ວັກຊີນປ້ອງກັນໂຄວິດ-19 ທີ່ຢູ່ລະຫວ່າງການທົດລອງທາງຄລີນິກ ຈາກບໍລິສັດຢາໃນປະເທດ ອັງກິດ ເປັນທີ່ຮຽບຮ້ອຍແລ້ວ ຈໍານວນ 300 ລ້ານໂດສ ເຖິງວ່າວັກຊີນດັ່ງກ່າວຈະຍັງບໍ່ໄດ້ຮັບການຢືນຢັນວ່າຈະສາມາດໃຊ້ເປັນວັກຊີນປ້ອງກັນໂຄວິດ-19 ໄດ້ແທ້ຫຼືບໍ່.

ລາຍງານລະບຸວ່າ ວັກຊີນນີ້ມີຊື່ວ່າ AZD1222 ເປັນຂອງບໍລິສັດ ແອສຕຣາເຊເນຊາ ບໍລິສັດຢາໃນປະເທດ ອັງກິດ ໂດຍວັກຊີນດັ່ງກ່າວຢູ່ລະຫວ່າງການພັດທະນາໂດຍມະຫາວິທະຍາໄລອ໋ອກຟອດ. ວັກຊີນດັ່ງກ່າວຍັງຢູ່ໃນຂັ້ນຕອນການທົດສອບທີ່ຍັງບໍ່ສາມາດຢືນຢັນໄດ້ວ່າສາມາດໃຊ້ໃນມະນຸດໄດ້ຢ່າງມີປະສິດທິພາບຫຼືບໍ່.

ເຖິງຢ່າງໃດກໍຕາມ, ທ່ານ ໂດນໍ້ ທຣັມ ປະທານາທິບໍດີ ສະຫະລັດອາເມລິກາ ສະແດງຄວາມຕ້ອງການວັກຊີນດັ່ງກ່າວ ເພື່ອໃຫ້ປະຊາຊົນຊາວອາເມລິກາໃຊ້ ໂດຍກະຊວງສາທາລະນະສຸກ ສະຫະລັດໄດ້ເຮັດຂໍ້ຕົກລົງທີ່ຈະສະໜັບສະໜູນ ບໍລິສັດ ແອສຕຣາເຊເນຊາ ໃນການພັດທະນາວັກຊີນດັ່ງກ່າວເປັນເງິນຈໍານວນ 1,200 ລ້ານໂດລາສະຫະລັດ ແລກກັບວັກຊີນ ຈໍານວນ 300 ລ້ານໂດສ ໃຫ້ກັບສະຫະລັດອາເມລິກາ.

ຂໍ້ຕົກລົງດັ່ງກ່າວເປີດທາງໃຫ້ມີການທົດສອບວັກຊີນດັ່ງກ່າວໃນທາງຄລີນິກໃນເຟສທີ 3 ກັບຄົນອາເມລິກາຈໍານວນ 30.000 ຄົນພ້ອມ. ດ້ານບໍລິສັດ ແອສຕຣາເຊເນຊາ ບໍລິສັດຢາທີ່ມີສຳນັກງານໃຫ່ຢູ່ໃນເມືອງ ເຄມບຣິດ ປະເທດ ອັງກິດ ໄດ້ລະບຸວ່າ ໄດ້ເຮັດຂໍ້ຕົກລົງຂາຍວັກຊີນໄປແລ້ສ 400​ ລ້ານໂດສ ໂດຍພ້ອມທີ່ຈະສົ່ງສິນຄ້າໃນເດືອນ ກັນຍານີ້.

ວັກຊີນ AZD1222 ເລີ່ມການທົດສອບທາງຄລີນິກເຟສ 1 ແລະ ເຟສ 2 ໄປເມື່ອເດືອນເມສາທີ່ຜ່ານມາ ເພື່ອປະເມີນຄວາມປອດໄພ ແລະ ປະສິດທິພາບໃນການສ້າງພູມຄຸ້ມກັນໃນອາສາສະໝັກອາຍຸ 18-55 ປີ ຈໍານວນ 1.000 ຄົນ ໂດຍຂໍ້ມູນຈາກການທົດສອບດັ່ງກ່າວຄາດວ່າຈະມີການເປີດເຜີຍອອກມາໃນໄວໆນີ້.

ທັງນີ້, ລັດຖະບານສະຫະລັດອາເມລິກາ ເຮັດຂໍ້ຕົກລົງໃນການສະໜັບສະໜູນງົບປະມານໃນການພັດທະນາວັກຊີນກັບຫຼາຍບໍລິສັດ ບໍ່ວ່າຈະເປັນ ຈອນສັນແອນຈອນສັນ, ໂມເດີນາ ແລະ ຊາໂນຟີ ເຊິ່ງນັ້ນກໍສົ່ງຜົນໃຫ້ເກີດຄວາມວິຕົກກັງວົນເຊັ່ນກັນວ່າ ຊາດທີ່ລໍ້າລວຍເທົ່ານັ້ນທີ່ຈະສາມາດເຂົ້າເຖິງວັກຊີນ ເພື່ອນໍາໄປຊ່ວຍປະຊາຊົນໃນປະເທດໄດ້ກ່ອນ.

ຮຽບຮຽບໂດຍ: ລັດສະໝີ ພອນວິໄລ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...