spot_img
Homeຂ່າວການສຶກສາກະຊວງສຶກສາກຽມພ້ອມເປີດການຮຽນ-ການສອນຄືນໃນທຸກຊັ້ນຮຽນ

ກະຊວງສຶກສາກຽມພ້ອມເປີດການຮຽນ-ການສອນຄືນໃນທຸກຊັ້ນຮຽນ

Published on

ສຳນັກຂ່າວສານປະເທດລາວ ລາຍງານວ່າໃນ ວັນທີ 20 ພຶດສະພາ 2020 ວ່າ ກະຊວງສຶກສາທິການ ແລະ ກິລາ ໄດ້ມີແຜນກຽມຄວາມພ້ອມເປີດຮຽນຄືນໃນທຸກຊັ້ນ-ທຸກປີຮຽນ ຂອງສາມັນສຶກສາ ແລະ ການສຶກສາອື່ນໆ ຫາກລັດຖະບານ ແລະ ຄະນະສະເພາະກິດ ອະນຸ ຍາດໃຫ້, ຄາດຄະເນວ່າຈະມີນັກຮຽນ-ນັກສຶກສາ ທັງໝົດປະມານ 1.670.893 ຄົນ ເຂົ້າຮຽນ.

ທ່ານ ກອງສີ ແສງມະນີ ຍັງໃຫ້ຮູ້ວ່າ: ກະຊວງສຶກສາທິການ ແລະ ກິລາ ໄດ້ມີການສະເໜີເປີດການຮຽນ-ການສອນ ໃນສະຖານການສຶກສາຄືນ ສຳລັບຊັ້ນລ້ຽງເດັກ-ອານຸບານ, ຊັ້ນປະຖົມສຶກສາ ປີທີ 1 ເຖິງ ປີທີ 4, ຊັ້ນມັດທະຍົມສຶກສາ ປີທີ 1 ເຖິງ ປີທີ 3 ແລະ ຊັ້ນມັດທະຍົມສຶກສາ ປີທີ 5 ແລະ 6 ເຊິ່ງຈະເລີ່ມແຕ່ວັນທີ 02 ມິຖຸນາ 2020 ເປັນຕົ້ນໄປ ສົມທົບກັບປີສຸດທ້າຍ ຊັ້ນປະຖົມສຶກສາປີທີ 5, ມັດທະຍົມສຶກສາປີທີ 4 ແລະ ປີທີ 7 ທີ່ໄດ້ເປີດໃນວັນທີ 18 ພຶດສະພາ ຜ່ານມາ.

ພ້ອມນີ້, ໄດ້ສະເໜີເພີ່ມເຕີມປີສຸດທ້າຍ ຂອງວິທະຍາໄລອາຊີວະສຶກສາ, ວິທະຍາໄລຄູ ແລະ ມະຫາວິທະຍາໄລ (ເພາະກຸ່ມເປົ້າໝາຍເຫຼົ່ານີ້ສ່ວນໃຫຍ່ແມ່ນຂຽນບົດຈົບຊັ້ນ) ເພື່ອປະຕິບັດມາດຕະການຮັກສາໄລຍະຫ່າງ ແລະ ບໍ່ໃຫ້ແອອັດ ແມ່ນຈະໄດ້ຜັດປ່ຽນກັນຮຽນຄາບເຊົ້າ-ບ່າຍ ສຳລັບຊັ້ນປະຖົມສຶກສາ, ມັດທະຍົມສຶກສາ, ໂຮງຮຽນສົງ, ໂຮງຮຽນກິນນອນຊົນເຜົ່າ ແລະ ໂຮງຮຽນພອນສະຫວັນ ກິລາ-ກາຍະກຳ (ໝາຍຄວາມວ່າຫ້ອງໜຶ່ງ ຖ້າມີຫລາຍກວ່າ 30 ຄົນ ຂຶ້ນໄປແມ່ນໃຫ້ແບ່ງເປັນ 2 ຫ້ອງຮຽນ ເພື່ອຮຽນຕອນເຊົ້າ ແລະ ຮຽນຕອນບ່າຍ, ສ່ວນເວລາທີ່ເຫລືອແມ່ນໃຫ້ຄູ-ອາຈານ ມອບວຽກບ້ານໃຫ້ເຮັດຢູ່ເຮືອນ). ສະເພາະຊັ້ນລ້ຽງເດັກ-ອານຸບານ ຖ້າຈຳນວນເດັກບໍ່ເກີນ 15 ຄົນຕໍ່ຫ້ອງ ແມ່ນໃຫ້ຮຽນໝົດມື້ ແລະ ຖ້າຫລາຍກວ່າ 15 ຄົນ ແມ່ນໃຫ້ແບ່ງຫ້ອງຮຽນໜຶ່ງຮຽນແຕ່ເຄິ່ງມື້.

ຢ່າງໃດກໍຕາມ ຖ້າສະພາບຫາກສືບຕໍ່ຜ່ອນຄາຍ, ລັດຖະບານ ແລະ ຄະນະສະເພາະກິດ ກໍຈະດຳເນີນການຜ່ອນຜັນອີກຫຼາຍມາດຕະການ ເຊິ່ງຂະແໜງການສຶກສາທິການ ແລະ ກີລາ ຈະໄດ້ສະເໜີເປີດຮຽນຄືນທຸກຊັ້ນ-ທຸກສາຍ-ທຸກປີຮຽນເປັນປົກກະຕິ ທັງພາກລັດ ແລະ ເອກະຊົນ ໃນວັນທີ 15 ມິຖຸນາ 2020 ແຕ່ຍັງຕ້ອງປະຕິບັດບັນດາມາດຕະການ ຮັກສາຄວາມປອດໄພຂອງຄະນະສະເພາະກິດ.

ສຳລັບນັກສຶກສາລາວ ທີ່ຕ້ອງການກັບໄປຮຽນຄືນຢູ່ຕ່າງປະເທດ ແມ່ນສາມາດເດີນທາງໄປໄດ້ ແຕ່ຕ້ອງປະຕິບັດຕາມລະບຽບການຂອງ ສປປ ລາວ ແລະ ຂອງປະເທດທີ່ໄປຮຽນຢ່າງເຂັ້ມງວດ ໂດຍໃຫ້ນັກສຶກສາໄປລົງທະບຽນຢູ່ພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫລວງ ເພື່ອສັງລວມໃຫ້ກົມກິດຈະການນັກສຶກສາ, ກະຊວງສຶກສາທິການ ແລະ ກິລາ ຂໍອະນຸຍາດກັບກະຊວງການຕ່າງປະເທດ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...