spot_img
Homeຂ່າວການສຶກສາຮອງເຈົ້າຄອງນະຄອນຫລວງ ເນັ້ນເອົາໃຈໃສ່ແກ້ປາກົດການຫຍໍ້ທໍ້ໃນຂະແໜງສຶກສາ

ຮອງເຈົ້າຄອງນະຄອນຫລວງ ເນັ້ນເອົາໃຈໃສ່ແກ້ປາກົດການຫຍໍ້ທໍ້ໃນຂະແໜງສຶກສາ

Published on

k50i9qwf copy

 

ຮອງເຈົ້າຄອງນະຄອນຫຼວງວຽງຈັນກ່າວໃນງານສະເຫລີມສະຫລອງວັນຄູແຫ່ງຊາດ ເມື່ອທ້າຍອາທິດຜ່ານມາວ່າ:

ໃນໄລຍະຜ່ານມາການພັດທະນາການສຶກສາຢູ່ປະເທດເຮົາ, ເບິ່ງລວມແລ້ວໄດ້ປະສົບຜົນສຳເລັດຢ່າງໜ້າສັນລະ

ເສີນແທ້, ແຕ່ຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ແລ້ວ ເຫັນວ່າຍັງມີບາງດ້ານຈະຕ້ອງໄດ້ເອົາໃຈ

ໃສ່ແກ້ໄຂໃຫ້ດີຂຶ້ນກວ່າເກົ່າເຊັ່ນ:ຄຸນນະພາບຂອງການສຶກສາຢູ່ປະເທດ ເຮົາຖ້າທຽບໃສ່ສາກົນກໍຄືບັນດາປະເທດ

ເພື່ອນມິດໃກ້ຄຽງແມ່ນຍັງບໍ່ໄດ້ມາດຕະຖານສາກົນເທື່ອ; ລະດັບການສຶກສາລະຫວ່າງຕົວເມືອງ ແລະ ຊົນນະບົດ

ຍັງຫລຸດໂຕນກັນຫລາຍ, ຄົນບໍ່ຮູ້ໜັງສື ແລະ ເດັກໃນເກນອາຍຸເຂົ້າຮຽນບໍ່ໄດ້ເຂົ້າໂຮງຮຽນຍັງມີຫລາຍ, ສຳລັບນະ

ຄອນຫລວງວຽງຈັນຄາດວ່າຮອດປີ 2015 ຈະໃຫ້ປະຊາຊົນຈົບມັດທະຍົມຕອນຕົ້ນ ແລະ ປີ 2020 ຈະໃຫ້ຈົບມັດທະ

ຍົມຕອນປາຍ ເພື່ອເປັນການບັນລຸເປົ້າໝາຍດັ່ງກ່າວຂະແໜງການສຶກສາ ຈະຕ້ອງມີຄວາມຮັບຜິດຊອບ, ໂດຍ

ສະເພາະແມ່ນຕ້ອງເລັ່ງແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ ເຊັ່ນ: ບັນຫາສິ່ງເສບຕິດ, ໄພສັງຄົມໃນໝູ່ນັກຮຽນ,

ຊຶ່ງເປັນບັນຫາທີ່ພວກເຮົາຕ້ອງໄດ້ພ້ອມກັນເອົາໃຈໃສ່ແກ້ໄຂ.

 

ຮອງເຈົ້າຄອງໃຫ້ຂໍ້ຄິດເຫັນຊີ້ນຳບາງບັນຫາທີ່ສຳຄັນວ່າ: ເນັ້ນໃຫ້ຜູ້ບໍລິຫານການສຶກສາທຸກຂັ້ນ, ພະນັກງານ, ຄູອາ

ຈານ ຈົ່ງເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຂອງຕົນຕໍ່ໜ້າທີ່ວຽກງານ ແລະ ການຄົ້ນຄ້ວາຮ່ຳຮຽນ, ພັດທະນາຕົນ

ເອງໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດ, ສິນທຳປະຕິວັດ, ມີລະບຽບແບບແຜນ, ໃຫ້ສົມກັບຄຳທີ່ວ່າ: ຄູ

ແມ່ນນັກວິສະວະກອນແຫ່ງດວງວິນຍານ, ຄູແມ່ນພໍ່ແມ່ນຜູ້ທີ່ສອງຂອງເດັກ ແລະ ໃຫ້ສົມກັບເປັນຄູ-ອາຈານ ແລະ

ນັກຮຽນຂອງນະຄອນຫລວງວຽງຈັນຢ່າງແທ້ຈິງ, ທັງໃຫ້ສົມກັບວ່ານະຄອນຫລວງວຽງຈັນແມ່ນໃຈກາງຂອງການ

ສຶກສາແຫ່ງຊາດ; ພ້ອມທັງຮຽກຮ້ອງມາຍັງພໍ່ແມ່ຜູ້ປົກຄອງເດັກ, ອຳນາດການປົກຄອງທຸກຂັ້ນ, ຈົ່ງໄດ້ເອົາໃຈໃສ່

ດູແລເບິ່ງແຍງລູກຫລານຂອງຕົນໃຫ້ດີ, ຮອດເກນອາຍຸເຂົ້າຮຽນແລ້ວຕ້ອງສົ່ງໄປຮຽນໜັງສື ແລະ ສືບຕໍ່ສົ່ງເສີມ

ຈົນໄດ້ຮຽນຈົບ, ບໍ່ໃຫ້ອອກກາງປີຮຽນ, ອຳນາດການປົກຄອງຈົ່ງເອົາໃຈໃສ່ປຸກລະດົມທົ່ວສັງຄົມ ແລະ ທຸກຊັ້ນຄົນ

ໃຫ້ໄດ້ປະກອບສ່ວນເຂົ້າໃນວຽກງານການສຶກສາ ເພາະວ່າວຽກງານການສຶກສາແມ່ນພາລະກິດຂອງທົ່ວປວງຊົນ.

ການຂະຫຍາຍໂຮງຮຽນຂອງລັດ ແລະ ເອກະຊົນ, ການປຸກສ້າງ ແລະ ສ້ອມແປງໂຮງຮຽນ, ການເບິ່ງແຍງຊີວິດການ

ເປັນຢູ່ຂອງຄູ-ອາຈານໃຫ້ດີກວ່າເກົ່າ, ຊຶ່ງທັງໝົດນີ້ແມ່ນໜ້າທີ່ຂອງທົ່ວສັງຄົມເປັນ ຜູ້ປະກອບສ່ວນຊ່ວຍເຫລືອ

ຢ່າງຈິງຈັງ ແລະ ຂະແໜງສຶກສາ ແລະ ກິລາ ຕ້ອງເປັນເຈົ້າການປະຕິບັດຄາດໝາຍ 4 ບຸກທະລຸ ໃຫ້ປາກົດຜົນເປັນ

ຈິງ ໃຫ້ສົມກັບເປັນເຫງົ້າພະລັງງານຂອງການພັດທະນາຊັບພະຍາກອນມະນຸດ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...