Homeຂ່າວພາຍ​ໃນ​ລັດມີນະ­ໂຍ­ບາຍ​ຫຼຸດ​ລາ­ຄາ​ລົງ 50% ຕໍ່​ຜູ້​ໃຊ້​ໄຟ​ບໍ່​ເກີນ 150 kWh

​ລັດມີນະ­ໂຍ­ບາຍ​ຫຼຸດ​ລາ­ຄາ​ລົງ 50% ຕໍ່​ຜູ້​ໃຊ້​ໄຟ​ບໍ່​ເກີນ 150 kWh

Published on

ຜ່ານ​ການ​ຄົ້ນ­ຄວ້າ​ຢ່າງ​ເລິກ­ເຊິ່ງ ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ກໍ​ໄດ້​ຕົກ­ລົງ​ເຫັນ​ດີ​ກ່ຽວ​ກັບ​ປະ­ຕິ­ບັດ​ນະ­ໂຍ­ບາຍ​ຫຼຸດ​ຄ່າ​ໄຟ ໄດ້​ອອກ​ແຈ້ງ​ການ​ສະ­ບັບ​ເລກ​ທີ 438/ພບ ລົງ​ວັນ​ທີ 08 ເມ­ສາ 2020 ເຖິງ​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ໃນ​ການ​ປະ­ຕິ­ບັດ​ໂຄງ​ສ້າງ​ລາ­ຄາ​ໄຟ­ຟ້າ​ໃໝ່ ແຕ່ 2020 ຫາ ປີ 2025 ໂດຍ​ໃຫ້​ເລີ່ມ​ປະ­ຕິ­ບັດ​ນັບ​ແຕ່​ເດືອນ​ພຶດ­ສະ­ພາ 2020 ເປັນ­ຕົ້ນ​ໄປ (ໝາຍ​ຄວາມ​ວ່າ ບິນ​ຄ່າ​ໄຟ​ເດືອ​ນພຶດ­ສະ­ພາ ແມ່ນ ຄ່າພະ­ລັງ­ງານ​ຂອງ​ເດືອນ​ເມ­ສາ) ໃນ​ໂຄງ​ສ້າງ​ລາ­ຄາ​ໄຟ­ຟ້າ​ໃໝ່​ນີ້ ພາກ​ທີ່­ຢູ່​ອາ­ໄສ ໄດ້​ຫຼຸດ​ລາ­ຄາ​ຈາກ​ອັດ­ຕາ​ຄິດ­ໄລ່ 6 ຂັ້ນ ມາ​ເປັນ​ຂັ້ນ​ດຽວ ລາ­ຄາ 710 ກີບ/kWh ແຕ່​ມີ​ນະ­ໂຍ­ບາຍ​ຫຼຸດ​ລາ­ຄາ​ລົງ 50% ຕໍ່​ຜູ້​ໃຊ້​ໄຟ​ບໍ່​ເກີນ 150 kWh ລາ­ຄາ 355 ກີບ/kWh, ພາກ​ອື່ນໆ​ທີ່​ບໍ່​ແມ່ນ​ທີ່­ຢູ່​ອາ­ໄສ ກໍ​ໄດ້​ຮັບ​ສ່ວນ​ຫຼຸດ​ເຊັ່ນ​ກັນ ເຮັດ​ໃຫ້​ຜູ້​ຊົມ­ໃຊ້​ແຕ່​ລະ​ປະ­ເພດ​ໄດ້​ຮັບ​ສ່ວນ​ຫຼຸດ 2-35% ພ້ອມ​ນັ້ນ ກໍ​ໄດ້​ມີ​ນະ­ໂຍ­ບາຍ​ເລື່ອນ​ເວ­ລາ​ຊຳ­ລະ​ຄ່າ​ໄຟ​ອອກ​ໄປ ຈາກ 7-30 ວັນ ເປັນ 7-45 ວັນ.

ອີງຕາມການລາຍງນຈາກໜັງສືພິມວຽງຈັນໃໝ່ ໃຫ້ຮູ້ວ່າ ທ່ານ ເຄນ ເທບ​ວົງ­ສາ ຜູ້​ຊ່ວຍ​ຜູ້­ອຳ­ນວຍ­ການ​ໃຫຍ່ ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ຫົວ­ໜ້າ​ຝ່າຍ​ປະ­ຕິ­ບັດ​ການ​ໄຟ­ຟ້າ ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ສຳ­ພາດ​ໃນ​ວັນ​ທີ 14 ພຶດ­ສະ­ພາ 2020 ວ່າ: ເພື່ອ​ປະ­ຕິ­ບັດ​ຕາມ​ຂໍ້​ຕົກ­ລົງ​ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ສະ­ບັບ​ເລກ​ທີ 31/ນຍ ລົງ​ວັນ​ທີ 02 ເມ­ສາ 2020 ວ່າ​ດ້ວຍ​ການ​ກຳ­ນົດ​ນະ­ໂຍ­ບາຍ ແລະ ມາດ​ຕະ­ການ​ເພື່ອ​ຫຼຸດ­ຜ່ອນ​ຜົນ​ກະ­ທົບ​ຈາກ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ຕໍ່​ສະ­ພາບ​ເສດ­ຖະ­ກິດ​ຂອງ ສປປ ລາວ ໃຫ້​ຄົ້ນ­ຄວ້າ​ຜ່ອນ­ຜັນ​ລາ­ຄາ ແລະ ຕໍ່​ເວ­ລາ​ໃນ​ການ​ຊຳ­ລະ​ຄ່າ​ໄຟ ແລະ ນໍ້າປະ­ປາ ຂອງ​ຜູ້​ຊົມ­ໃຊ້​ຄົວ​ເຮືອນ ແລະ ພາກ​ທຸ­ລະ​ກິດ ພາຍ­ຫຼັງ​ໄດ້​ຮັບ​ຂໍ້​ຕົກ­ລົງ ດັ່ງ­ກ່າວ ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ໄດ້​ຄົ້ນ­ຄວ້າ ແລະ ຮີບ​ຮ້ອນ​ສົມ­ທົບ​ກັບ​ໜ່ວຍ​ງານ​ສະ­ເພາະ​ກິດ​ຂອງ​ລັດ­ຖະ­ບານ ທີ່​ຄົ້ນ­ຄວ້າ​ນະ­ໂຍ­ບາຍ​ທີ່​ຕິດ​ພັນ​ກັບ​ພາກ​ປະ­ຊາ­ຊົນ ແລະ ສັງ­ຄົມ ເພື່ອ​ຄົ້ນ­ຄວ້າ​ນະ­ໂຍ­ບາຍ​ກ່ຽວ​ກັບ​ການ​ຫຼຸດ​ຄ່າ​ກະ­ແສ​ໄຟ­ຟ້າ ເພື່ອ​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ຊ່ວຍ­ເຫຼືອ​ພໍ່​ແມ່​ປະ­ຊາ­ຊົນ ພະ­ນັກ­ງານ ລັດ­ຖະ­ກອນ, ທະ­ຫານ, ຕຳ­ຫຼວດ ແລະ ພາກ​ທຸ­ລະ​ກິດ​ໃນ​ໄລ­ຍະ​ວິ​ກິດ​ຂອງ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ COVID-19.

ພິ­ເສດ ການ​ປະ­ຕິ­ບັດ​ນະ­ໂຍ­ບາຍ​ຕໍ່​ພະ­ນັກ­ງານ​ແພດ​ໝໍ​ທີ່​ເຮັດ​ວຽກ​ຢູ່​ກອງ​ໜ້າ​ປະ­ຈັນ­ບານ​ໂດຍ​ກົງ ທີ່​ມີ​ຄວາມ​ສ່ຽງ​ສູງ​ຕໍ່​ການ​ຕ້ານ-ສະ­ກັດ​ກັ້ນ​ພະ­ຍາດ COVID-19 ໂດຍ​ມີ​ການ​ຢັ້ງ­ຢືນ​ຈາກ​ໂຮງ­ໝໍ​ທີ່​ກ່ຽວ­ຂ້ອງ ຈາກ​ບັນ­ດາ​ແຂວງ​ທົ່ວ​ປະ­ເທດ ຈະ​ໄດ້​ຮັບ​ນະ­ໂຍ­ບາຍ​ຫຼຸດ​ຄ່າ​ໄຟ 15% ຂອງ​ພະ­ລັງ­ງານ​ທີ່​ນຳ​ໃຊ້​ໃນ​ເດືອນ​ພຶດ­ສະ­ພາ ມິ­ຖຸ­ນາ ແລະ ກໍ­ລະ­ກົດ (ເປັນ​ໄລ­ຍະ​ເວ­ລາ 3 ເດືອນ) ປີ 2020 ກ່ອນ​ຫັກ​ອາ­ກອນ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...