spot_img
Homeຂ່າວທ້ອງຖິ່ນພາຍຸລະດູຮ້ອນພັດຖະຫຼົ່ມ ເມືອງ ຫາດຊາຍຟອງ ເສຍຫາຍເກືອບ 1 ຕື້ກີບ

ພາຍຸລະດູຮ້ອນພັດຖະຫຼົ່ມ ເມືອງ ຫາດຊາຍຟອງ ເສຍຫາຍເກືອບ 1 ຕື້ກີບ

Published on

ລັດວິສາຫະກິດໄຟຟ້າລາວ ລາຍງານໃຫ້ຮູ້ວ່າ ໃນຕອນບ່າຍຂອງວັນທີ 8 ພຶດສະພາ 2020, ທ່ານ ຄໍາມະນີ ອິນທະລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່; ທ່ານ ຄໍາປະເສີດ ເທບປັນຍາ ຮອງຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ພ້ອມພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງໄປຕິດຕາມເບິ່ງສະພາບຄວາມເສຍຫາຍຂອງລະບົບຈໍາໜ່າຍໄຟຟ້າ ທີ່ໄດ້ຮັບຜົນກະທົບຈາກພາຍຸລະດູຮ້ອນພັດຜ່ານໃນຕອນແລງຂອງວັນທີ 7 ພຶດສະພາ ທີ່ຜ່ານມາ ຢູ່ທີ່ເມືອງ ຫາດຊາດຟອງ ນະຄອນຫຼວງວຽງຈັນ.

ຜົນເສຍຫາຍໃນຄັ້ງນີ້ໄດ້ເຮັດໃຫ້ຫຼາຍບ້ານທີ່ຂຶ້ນກັບ ເມືອງ ຫາດຊາຍຟອງ ບໍ່ມີກະແສໄຟຟ້າໃຊ້ເປັນບໍລິເວນກວ້າງ ລະບົບຕາຂ່າຍໄຟຟ້າແຮງດັນ 22 ແລະ 0,4 ກິໂລໂວນ ໄດ້ຮັບຄວາມເສຍຫາຍ ເປັນຕົ້ນ: ເສົາໄຟ 14 ແມັດ ຫັກ 12 ຕົ້ນ, ເສົາໄຟ 12 ແມັດ ຫັກ 4 ຕົ້ນ, ເສົາໄຟ 8 ແມັດ ຫັກ 7 ຕົ້ນ, ໝໍ້ແປງ 2 ໜ່ວຍ, ຄອນສາຍ 38 ຊຸດ, ເຫຼັກຄໍ້າຄອນສາຍ 70 ຊຸດ, ສາຍໄຟໃຊ້ບໍ່ໄດ້, ດອກກັນໄຟແຕກ ແລະ ອຸປະກອນອື່ນໆ ໄດ້ຮັບຄວາມເສຍຫາຍ ລວມມູນຄ່າ 960 ລ້ານກວ່າກີບ.

ຫຼັງຈາກນັ້ນ ທ່ານ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຍັງຈະໄດ້ເດີນທາງໄປເບິ່ງຄວາມເສຍຫາຍ ຂອງລະບົບຈໍາໜ່າຍໄຟຟ້າລາວ ສາຂາເມືອງ ປາກງື່ມ ເຊີ່ງເປັນເມືອງໜຶ່ງທີ່ໄດ້ຮັບຄວາມເສຍຫາຍຫຼາຍພໍສົມຄວນ ເປັນຕົ້ນແມ່ນລະບົບຈໍາໜ່າຍໄຟຟ້າແຮງດັນ 22 ແລະ 0,4 ກິໂລໂວນ ລວມມູນຄ່າຄວາມເສຍຫາຍຫຼາຍກວ່າ 36 ລ້ານ ກີບ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ແຈ້ງລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວແບບເກົ່າ (ບັດຂາວ)

ກະຊວງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງສະບັບເລກທີ 2682./ປກສ ລົງວັນທີ 20.ກັນຍາ 2024 ວ່າດ້ວຍການລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວປະຊາຊົນລາວແບບເກົ່າ ( ບັດສີຂາວ ) ມີດັ່ງນີ້: ມາດຕາ 1:...

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ ລາຍການ Copa Coca-Cola Laos ຈັດຂຶ້ນໃນລະຫວ່າງວັນທີ 21 ຕຸລາ ໄປຈົນເຖິງ ວັນທີ 29 ພະຈິກ...

ປະກາດແຕ່ງຕັ້ງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຄົນໃໝ່

ໃນວັນທີ 22 ຕຸລາ 2024 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີປະກາດພະນັກງານຂັ້ນສູງພັກຜ່ອນຮັບອູດໜູນບຳນານ ພ້ອມທັງປະກາດແຕ່ງຕັ້ງ, ສັບຊ້ອນພະນັກງານນຳພາ-ຄຸ້ມ ຄອງຂຶ້ນຢ່າງເປັນທາງການ ຢູ່ຫ້ອງປະຊຸມໃຫຍ່ ລັດວິສາ ຫະກິດໄຟຟ້າລາວ...

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາ

ໃນວັນທີ 22 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ...