spot_img
Homeຂ່າວທ້ອງຖິ່ນຄິວລົດສາຍໃຕ້ ໄດ້ອອກມາປະກາດປິດການບໍລິການຮອບ 2 ແບບບໍ່ມີກໍານົດ

ຄິວລົດສາຍໃຕ້ ໄດ້ອອກມາປະກາດປິດການບໍລິການຮອບ 2 ແບບບໍ່ມີກໍານົດ

Published on

ສຳນັກຂ່າວວຽງຈັນທາມລາຍງານວ່າ ສະຖານີຂົນສົ່ງໂດຍສານສາຍໃຕ້ ຫຼື ຄິວລົດສາຍໃຕ້ ປະກາດປິດການບໍລິການຮອບ 2 ແບບບໍ່ມີກໍານົດໃນບໍ່ດົນມານີ້ ຫຼັງຈາກມີການແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໃນວັນທີ 1 ພຶດສະພາ 2020 ເລື່ອງສືບຕໍ່ປະຕິບັດມາດຕະການໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງ ໂຄວິດ-19 ໃນລະຫວ່າງວັນທີ 4-17 ພຶດສະພາ 2020.

ກ່ອນໜ້ານີ້ສະຖານີຂົນສົ່ງໂດຍສານສາຍໃຕ້ ໄດ້ປະກາດປິດການບໍລິການໄປຄັ້ງໜຶ່ງແລ້ວ ໃນໄລຍະທີ່ມີຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ ອອກມາ ເພື່ອເປັນການສະກັດກັ້ນ, ຄວບຄຸມການລະບາດຂອງພະຍາດໂຄວິດ-19.

ແຈ້ງການໄດ້ລະບຸບາງເນື້ອໃນສໍາຄັນວ່າ: ຫ້າມບຸກຄົນເດີນທາງລະຫວ່າງແຂວງຕໍ່ແຂວງ, ຍົກເວັ້ນກໍລະນີຈໍາເປັນ ເປັນຕົ້ນແມ່ນ ການໄປເຮັດວຽກທາງການ, ນັກຮຽນ, ນັກທຸລະກິດ, ການເຈັບເປັນ, ການເສຍຊີວິດ, ການຂົນສົ່ງສິນຄ້າ, ການນໍາສົ່ງຄົນເຈັບ ແມ່ນສາມາດເດີນທາງໄດ້ ແຕ່ຕ້ອງມີເອກະສານຢັ້ງຢືນ.

 

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...