spot_img
Homeຂ່າວທ້ອງຖິ່ນລະດັບແມ່ນໍ້າຂອງເພີ່ມຂຶ້ນຢູ່ໃນລະດັບປົກກະຕິໃນຂະນະທີ່ມີການຄາດຄະເນວ່າຝົນຈະຕົກຫຼາຍຂຶ້ນ

ລະດັບແມ່ນໍ້າຂອງເພີ່ມຂຶ້ນຢູ່ໃນລະດັບປົກກະຕິໃນຂະນະທີ່ມີການຄາດຄະເນວ່າຝົນຈະຕົກຫຼາຍຂຶ້ນ

Published on

ຄະນະກຳມາທິການແມ່ນໍ້າຂອງສາກົນ (ຄມສ) ກ່າວວ່າ ລະດັບນໍ້າຂອງໃນຫຼາຍພື້ນທີ່ອ່າງແມ່ນໍ້າຕອນລຸ່ມໄດ້ກັບຄືນສູ່ຄ່າສະເລ່ຍໃນໄລຍະຍາວເປັນປົກກະຕິ ແຕ່ວ່າກໍ່ຍັງຕໍ່າກວ່າລະດັບນໍ້າໃນລະດູແລ້ງຂອງປີ 2018 ແລະ 2019.

ອີງຕາມການຕິດຕາມກວດການໍ້າຂອງ ຄມສ, ປະລິມານຝົນທີ່ຕົກໃນທົ່ວພາກພື້ນແມ່ນໍ້າຂອງໃນເດືອນເມສາທີ່ຜ່ານມາໄດ້ປະກອບສ່ວນເຮັດໃຫ້ລະດັບນໍ້າຂອງໃນປັດຈຸບັນຢູ່ໃນສະພາບປົກກະຕິ.

ຄມສ ຄາດຄະເນວ່າຈະມີປະລິມານຝົນຕົກໃນລະດັບປານກາງຫາໜັກໃນປະເທດລຸ່ມແມ່ນໍ້າຂອງຕອນລຸ່ມທັງ 4 ປະເທດໃນລະຫວ່າງເດືອນ ພຶດສະພາ – ເດືອນ ກໍລະກົດ 2020 ໃນປະເທດກຳປູເຈຍ, ສປປ ລາວ ແລະ ປະເທດໄທ ມີທ່າອ່ຽງທີ່ຈະໄດ້ຮັບຝົນຫຼາຍກວ່າ ສສ ຫວຽດນາມ.

ຄມສ ກ່າວວ່າ ປັດຈຸບັນພາກພື້ນແມ່ນໍ້າຂອງກຳລັງໄດ້ຮັບຜົນກະທົບຈາກການປ່ຽນແປງລະຫວ່າງປະກົດການ EI Nino ແລະ La Nina ເຊິ່ງເປັນການຫຼັບໄປມາລະຫວ່າງການປ່ຽນແປງຂອງອຸນຫະພູມທີ່ອຸ່ນຂອງໜ້ານໍ້າທະເລ ແລະ ອຸນຫະພູມທີ່ເຢັນໃນມະຫາສະໝຸດປາຊີຟິກຕາເວັນອອກ. ການປ່ຽນແປງດັ່ງກ່າວໄດ້ເຮັດໃຫ້ຝົນຕົກໄວກວ່າປົກກະຕິແຕ່ມີການແຈກຢາຍທີ່ບໍ່ສະໝໍ່າສະເໝີ.

ຮຽບຮຽງຂ່າວ: ພຸດສະດີ
ແຫຼ່ງຂໍ້ມູນ:  ຄະນະກຳມາທິການແມ່ນໍ້າຂອງສາກົນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...