ສສກ ກຳນົດເປີດໂຮງຮຽນ 11 ພຶດສະພາ ແລະ ສອບເສັງໃນເດືອນກໍລະກົດ ຫາ ສິງຫາ 2020

ໜັງສືພິມວຽງຈັນໃໝ່ລາຍງານເມື່ອວັນທີ 27 ເມສາ 2020 ວ່າ ກະຊວງສຶກສາທິການ ແລະ ກີລາ (ສສກ) ໄດ້ປືກສາຫາລືແຜນເປີດການຮຽນ-ການສອນຄືນໃໝ່ ໂດຍກຳນົດເອົາ ວັນທີ 11 ພຶດສະພາ 2020 ເປັນມື້ເປີດການຮຽນ-ການສອນຄືນໃໝ່ ແລະ ຈະຈັດຕັ້ງການສອບເສັງໃນໄລຍະເດືອນກໍລະກົດ ເຖິງ ສິງຫາ 2020 ຖ້າຫາກຫຼັງຈາກວັນທີ 3 ພຶດສະພາ 2020 ຜົນປະເມີນການລະບາດຂອງພະຍາດໂຄວິດ-19 ສາມາດຄວບຄຸມໄດ້ ແລະ ບໍ່ມີຄວາມສ່ຽງຕໍ່ການຕິດເຊື້ອ.

ນອກນັ້ນ ການເກັບກໍາຂໍ້ມູນການຮຽນ-ການສອນ ການນໍາໃຊ້ສະຖານການສຶກສາ ແລະ ສະໜາມກິລາທີ່ເປັນບ່ອນຈຳກັດບໍລິເວນ ການກຽມຄວາມພ້ອມໃນການເປີດຮຽນຄືນ ການຄຸ້ມຄອງນັກສຶກສາລາວ ແລະ ຂໍ້ສະເໜີຕ່າງຂອງ 7 ພາກສ່ວນຈາກສູນກາງ ແລະ 15 ພາກສ່ວນຈາກທ້ອງຖິ່ນ ແລະ ການຄົ້ນຄວ້າພິຈາລະນາຂອງຄະນະນໍາກະຊວງ ສສກ ເຫັນດີເປັນເອກະພາບໃນ 3 ຂໍ້ເຊັ່ນ:

1. ຖ້າຜົນປະເມີນການລະບາດຂອງພະຍາດໂຄວິດ-19 ຫຼັງຈາກວັນທີ 3 ພຶດສະພາ 2020 ສາມາດຄວບຄຸມໄດ້ ບໍ່ມີຄວາມສ່ຽງຕໍ່ການຕິດເຊື້ອ ແລະ ລັດຖະບານອະນຸມັດໃຫ້ເປີດການຮຽນ-ການສອນຄືນ, ສສກ ຈະເປີດການຮຽນ ຕັ້ງແຕ່ການສຶກສາກ່ອນໄວສາມັນສຶກສາ ສ້າງຄູ, ອະຊີວະ, ການສຶກສາຊັ້ນສູງ, ການສຶກສາສົງ, ທຸລະກິດ ແລະ ກິດຈະກຳກາຍະກຳທຸກຮູບແບບ ລວມທັງສະໜາມກິລາໃນເດີ່ນແຈ້ງ ແລະ ໃນຮົ່ມ ໃນວັນທີ 11 ພຶດສະພາ 2020 ແລະ ຈະດຳເນີນການຮຽນ-ການສອນທົດແທນຈົນຮອດກາງເດືອນກໍລະກົດ ແລະ ຈັດຕັ້ງການສອບເສັງໃນເດືອນກໍລະກົດ ຫາ ສິງຫາ 2020;

2. ຖ້າຫາກລັດຖະບານມີຄຳສັ່ງປິດບາງແຂວງ ທາງສຶກສາ ແລະ ກີລາ ຈະປຶກສາກັນຄືນໃໝ່ໃນການປະຕິບັດຕົວຈິງ;

3. ສະເໜີໃຫ້ຄະນະສະເພາະກິດປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ແຈ້ງໃຫ້ພາກສ່ວນກ່ຽວຂ້ອງດຳເນີນການພົ່ນຢາຂ້າເຊື້ອສະຖານການສຶກສາທຸກແຫ່ງທີ່ຖືກນໍາໃຊ້ເປັນບ່ອນກັກບໍລິເວນແຮງງານລາວທີ່ມາຈາກຕ່າງປະເທດ ສະໜອງສະບູ ເຈວລ້າງມື ເຮັດບ່ອນລ້າງມື ເຄື່ອງວັດແທກອຸນຫະພູມ ແລະ ຜ້າປິດປາກ-ດັງໃຫ້ແກ່ໂຮງຮຽນ ສຳລັບການສ້ອມແປງສະຖານການສຶກສາ ສະເໜີໃຫ້ເປັນການປະກອບສ່ວນຂອງຜູ້ບໍລິຫານໂຮງຮຽນ ຄູ-ອາຈານ ແລະ ພໍ່ແມ່ປະຊາຊົນ ພ້ອມຄະນະພັດທະນາການສຶກສາທຸກຂັ້ນ.

ສຳລັບສະຖານການສຶກສາພາກເອກະຊົນ ໃຫ້ຜູ້ປະກອບການຈ່າຍເງິນເດືອນໃຫ້ແກ່ພະນັກງານຄູປົກກະຕິໃນເດືອນເມສາ ຕໍ່າສຸດບໍ່ໃຫ້ຫຼຸດ 50% ຂອງເງິນເດືອນປົກກະຕິ ແລະ ບໍ່ໃຫ້ຫຼຸດຄ່າແຮງງານຂັ້ນຕໍ່າ ແລະ ໃຫ້ຜູ້ປົກຄອງຈ່າຍເງິນຄ່າຮຽນໃຫ້ສະຖານປະກອບການປົກກະຕິໃນເດືອນເມສາ ຕໍ່າສຸດບໍ່ໃຫ້ຫຼຸດ 50% ຂອງຄ່າຮຽນປົກກະຕິ.

 

ຮຽບຮຽງຂ່າວ: ພຸດສະດີ