spot_img
Homeຂ່າວຕ່າງປະເທດຕະລຶງ! ຊາວປະມົງສິງກະໂປ ພົບສັດປະຫລາດ ມີແຂນນັບຮ້ອຍ ຈາກທ້ອງທະເລ!

ຕະລຶງ! ຊາວປະມົງສິງກະໂປ ພົບສັດປະຫລາດ ມີແຂນນັບຮ້ອຍ ຈາກທ້ອງທະເລ!

Published on

EyWwB5WU57MYnKOuFHMU9DmDzjLNqUCHeoQ8OUDsiJtTKR7SG39eS1

 

ຊາວປະມົງສິງກະໂປພົບສັດປະຫລາດ ຮູບຮ່າງຄ້າຍປາດາວ ແຕ່ມີໜວດເຕັມອ້ອມຂ້າງຕົວ ເຄື່ອນເໜັງໄດ້ຄ້າຍແຂນ

ໃນຂະນະກຳລັງຈັບປາເປັນອາຫານທ່ຽງ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 15 ຕຸລານີ້ວ່າ ທ້າວ ອອງ ຮານ ບູນ ຊາວປະມົງອາຍຸ 54 ປີ ສາມາດຈັບສັດປະ

ຫລາດ ເຊິ່ງມີລັກສະນະຄ້າຍຄືປາດາວ ແຕ່ມີໜວດຮູບຮ່າງຄ້າຍແຂນຫລາຍກ່ວາ 100 ເສັ້ນ ຄ້າຍຄືກັບປາໝຶກ ແລະ

ໜວດທຸກເສັ້ນສາມາດເຄື່ອນເໜັງໄປມາໄດ້ ໃນຂະນະທີ່ເຂົາກຳລັງຫາປາເພື່ອມາເຮັດເປັນອາຫານທ່ຽງ ຢູ່ບໍລິເວນຈຸດ

ທີ່ເຂົາມັກຈະໄປຫາປາເລື້ອຍໆ ບໍລິເວນເກາະເຊນໂຕຊາ ປະເທດສິງກະໂປ.

 

ທ້າວ ອອງ ຮານ ບູນ ໄດ້ກ່າວວ່າ ເຂົາສັງເກດເຫັນສາຍເບັດເຄື່ອນທີ່ຂຶ້ນລົງຢູ່ໃນທະເລ ຄິດວ່າແມ່ນປາມາກິນເຫຍື່ອ

ເຂົາຈິ່ງຍົກຄັນເບັດຂຶ້ນຈາກນ້ຳ ຫວັງຈະໄດ້ປາມາຮັບປະທານເປັນອາຫານທ່ຽງ ແຕ່ເຂົາຕ້ອງຕົກຕະລຶງ ເມື່ອສິ່ງທີ່ເຫັນ

ຕິດມາກັບເບັດນັ້ນ ມັນເປັນສັດປະຫລາດ ທີ່ມີແຂນກ່ວາຮ້ອຍແຂນ ແຖມຍັງສາມາດເຄື່ອນທີ່ໄປມາໄດ້ ເຂົາຈິ່ງຖ່າຍ

ຄຣິບໄວ້ ແລະ ໂພສຕ໌ລົງທາງອິນເຕີເນັດ ຫວັງໃຫ້ຜູ້ຮູ້ມາຕອບວ່າ ສັດປະຫລາດດັ່ງກ່າວນີ້ແມ່ນໂຕຫຍັງ ແຕ່ຊ້ຳພັດ

ບໍ່ມີໃຜຮູ້ເລີຍ ແຖມຍັງບໍ່ມີຂໍ້ມູນກ່ຽວກັບສັດໂຕດັ່ງກ່າວໃນອິນເຕີເນັດອີກດ້ວຍ ເຂົາຈິ່ງຄິດເດົາວ່າ ສັດປະຫລາດນີ້

ອາດແມ່ນ ເອລ່ຽນ ຫລື ສັດກາຍພັນ ຊະນິດໃໝ່ໃນທ້ອງທະເລ ເຊິ່ງຫາກເປັນເຊັ່ນນັ້ນ ເຂົາກໍບໍ່ຮູ້ສຶກແປກໃຈ ເນື່ອງ

ຈາກທຸກວັນນີ້ ມົນລະພິດຈຳນວນມະຫາສານ ໄດ້ຖືກປ່ອຍລົງສູ່ທ້ອງທະເລ ຈິ່ງເປັນເລື່ອງທີ່ອາດສາມາດເປັນໄປໄດ້ວ່າ

ສັດປະຫລາດທີ່ເຂົາເຫັນນັ້ນ ອາດເປັນສັດທະເລທີ່ກາຍພັນ.

 

ເບິ່ງຄຣິບໄດ້ທີ່: http://www.youtube.com/watch?v=BRVbv_f9oXs

 

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...