spot_img
Homeຂ່າວພາຍ​ໃນສອນວິທີປູກຜັກສວນຄົວ 14 ຊະນິດ ຂຶ້ນໄວ ກິນເອງປອດໄພ ຂາຍໄດ້ກຳໄລດີ

ສອນວິທີປູກຜັກສວນຄົວ 14 ຊະນິດ ຂຶ້ນໄວ ກິນເອງປອດໄພ ຂາຍໄດ້ກຳໄລດີ

Published on

ໃນໄລຍະນີ້ ທີ່ເຮົາຕ້ອງໄດ້ຈໍາກັດບໍລິເວນຕົນເອງຢູ່ໃນບ້ານ, ສຳລັບຜູ້ທີ່ຮູ້ສຶກເບື່ອ ແລະ ຕ້ອງການຊອກຫາກິດຈະກຳຂ້າເວລາ ສາມາດປູກຜັກທີ່ໃຫ້ຜົນຜະລິດໄວ ໃຊ້ເວລາພຽງ 1-2 ເດືອນ ບໍ່ຕ້ອງຍາກເບິ່ງແຍງຫຼາຍ, ມາເບິ່ງຜັກ 14 ຊະນິດທີ່ທີມງານເຮົາເອົາມາຝາກກັນເລີຍ:

ຖົ່ວງອກ: ຖົ່ວງອກຖືເປັນຜັກທີ່ມີອາຍຸໃນການປູກສັ້ນທີ່ສຸດເມື່ອທຽບກັບພືດທຸກຊະນິດ, ໃຊ້ເວລາພຽງ 4 ມື້ ເຮົາກໍສາມາດເກັບກ່ຽວຜົນຜະລິດໄດ້ແລ້ວ. ການປູກຖົ່ວງອກນັ້ນງ່າຍຫຼາຍ ໂດຍຂັ້ນທຳອິດແມ່ນໃຫ້ເອົາເມັດຖົ່ວຂຽວໄປແຊ່ນໍ້າປະມານ 6-12 ຊົ່ວໂມງ, ຈາກນັ້ນນໍາກ່ອງ ຫຼື ກະປ໋ອງ ທີ່ມີຝາປິດມາເປີດອອກ ເອົາເຈ້ຍທິດຊູ້ຮອງໄວ້ດ້ານລຸ່ມ ແລ້ວເອົາເມັດຖົ່ວຂຽວທີ່ໝ່າແລ້ວມາໂຮ່ຍໃຫ້ທົ່ວ ແລ້ວເອົາເຈ້ຍທິດຊູ້ມາທັບອີກຮອບໜຶ່ງ ຫຼັງຈາກນັ້ນກໍປິດຝາ. ຈາກນັ້ນ ກໍສີດນໍ້າຕົ້ນຖົ່ວງອກຢ່າງສະໝໍ່າສະເໝີ ເທົ່ານີ້ກໍໄດ້ຖົ່ວງອກປອດສານພິດໄວ້ກິນແລ້ວ.

ຕົ້ນອ່ອນດອກທານຕາເວັນ: ຕົ້ນອ່ອນດອກທານຕາເວັນເປັນຜັກທີ່ປູກງ່າຍຄ້າຍກັບຖົ່ວງອກ ແລະ ຍັງມີປະໂຫຍດຕໍ່ສຸຂະພາບ ແລະ ເປັນທາງເລືອກຂອງຄົນຮັກອາຫານຄລີນພ້ອມ. ເລີ່ມປູກໂດຍການນໍາເມັດດອກທານຕາເວັນໄປແຊ່ນໍ້າໄວ້ 1 ຄືນ, ຈາກນັ້ນກໍກຽມພາຊະນະສີ່ຫຼ່ຽມທີ່ຈະໃຊ້ປູກ ໂດຍຄວນເລືອກເປັນພາຊະນະທີ່ບໍ່ມີຮູ ແລ້ວເທດິນໃຫ້ທົ່ວ ສີດນໍ້າໃສ່ດິນໃຫ້ຊຸ່ມ ແລ້ວກໍວ່ານເມັດໃຫ້ທົ່ວ ແລ້ວນໍາພາຊະນະອີກອັນໜຶ່ງມາປິດໄວ້. ຫຼັງຈາກນີ້ ລໍຖ້າປະມານ 7 ມື້ ຕົ້ນອ່ອນດອກທານຕາເວັນກໍຈະງອກຂຶ້ນມາພ້ອມໃຫ້ທ່ານຮັບປະທານແລ້ວ.

ເຫັດນາງຟ້າ: ເຫັດນາງຟ້າມີອາຍຸການເກັບກ່ຽວຫຼັງຈາກການປູກປະມານ 7-15 ວັນ ໂດຍຕ້ອງເພາະເຫັດນາງຟ້າຢູ່ບ່ອນຮົ່ມ ເນື່ອງຈາກແສງແດດບໍ່ມີຄວາມຈໍາເປັນຕໍ່ເຫັດນາງຟ້າເລີຍ ແຖມຍັງສາມາດເຮັດໃຫ້ເສັ້ນໃຍຈະເລີນເຕີບໂຕຊ້າອີກຕ່າງຫາກ, ສ່ວນຂັ້ນຕອນໃນການປູກກໍໃຫ້ເຮົາຫາພາຊະນະທີ່ຄ່ອນຂ້າງສູງ ຫຼື ໄຫເກົ່າໆ ມາເຮັດເປັນເຮືອນເພາະ ເທຊາຍລົງໄປໃຫ້ໜາປະມານ 3 ນິ້ວ ແລ້ວຫາໄມ້ລັງມາປະກອບ ເປັນຊົງສີ່ຫຼ່ຽມເພື່ອໃສ່ເຂົ້າໄປໃນເຮືອນເພາະ ຈາກນັ້ນກໍວາງຕະແກງໄມ້ໄຜ່ຮອງພື້ນທີ່ ກ່ອນຈະນໍາກ້ອນເຊື້ອເຫັດທີ່ເປີດຈຸກດ້ານເທິງມາວາງເທິງຕະແກງ ແລ້ວປິດຝາໃຫ້ຮຽບຮ້ອຍ ພ້ອມສີດນໍ້າ 3 ເວລາ ເຊົ້າ ສວາຍ ແລງ.

ຜັກບົ່ວໃບ: ບົ່ວໃບເປັນພືດທີ່ນິຍົມປູກດ້ວຍການປັກຊໍາ ໂດຍໃຫ້ພວນດິນກ່ອນ ຈາກນັ້ນທຸບເປືອກຖົ່ວໃຫ້ເປັນຕ່ອນນ້ອຍໆ ແລ້ວໄປປະສົມກັບດິນ ພ້ອມທັງນໍາດິນໃສ່ລົງໃນກະຖາງແບບບໍ່ຕ້ອງແໜ້ນ ຈາກນັ້ນກໍໃຊ້ມີດຕັດບົ່ວໃບໃຫ້ເໜືອຮາກຂຶ້ນມາປະມານ 1.5-2 ນິ້ວ ແລ້ວປັກຊໍາລົງໃນດິນ ພ້ອມກັບຫົດນໍ້າໃຫ້ຊຸ່ມ ຖ້າປະມານ 30-35 ມື້ ກໍຈະພ້ອມເກັບກິນ. ສ່ວນຖ້າຫາກຢາກປູກດ້ວຍເມັດ ກໍໃຫ້ໂຮຍເມັດລົງໜ້າດິນປະມານ 4-5 ເມັດຕໍ່ກະຖາງ ຖ້າປະມານ 45 ມື້ກໍເກັບກ່ຽວໄດ້.

ຜັກຫອມປ້ອມ: ເປັນຜັກທີ່ສາມາດໃຊ້ໂຮຍໜ້າອາຫານໄດ້ຫຼາກຫຼາຍຊະນິດ ແຖມຍັງນໍາຮາກໄປໃຊ້ເປັນສ່ວນປະສົມໃນການປະກອບອາຫານໄດ້ຫຼາກຫຼາຍປະເພດ ທັງຍັງສາມາດປູກໄດ້ບໍ່ຍາກ ໂດຍການນໍາດິນທີ່ລະບາຍນໍ້າໄດ້ດີໄປຕາກແຫ້ງ ແລ້ວປະສົມກັບປຸ໋ຍຄອກ. ຈາກນັ້ນ ກໍກົດເມັດຫອມປ້ອມໃຫ້ແຕກອອກເປັນ 2 ສ່ວນແລ້ວແຊ່ນໍ້າໄວ້ປະມານ 3 ຊົ່ວໂມງ ເບີຍລົມໃຫ້ພໍແຫ້ງ ພ້ອມນໍາໄປປົນກັບຊາຍ ຫຼື ຂີ້ເຖົ່າ ແລ້ວປ່ອນລົງໃນກະຖາງ ປົກດ້ວຍດິນ ແລະ ປົກດ້ວຍຟາງ. ຫົດນໍ້າໃຫ້ຊຸ່ມ ພ້ອມໝັ່ນຫົດນໍ້າທຸກຄັ້ງທີ່ດິນແຫ້ງ ໂດຍເຮັດການປູກພຽງ 40-60​ ວັນ.​ ຕົ້ນຫອມປ້ອມ ກໍຈະພ້ອມແກ່ການເກັບກ່ຽວຈຶ່ງເຮັດໃຫ້ຕົ້ນຜັກຫອມປ້ອມ ເປັນຜັກສວນຄົວຍອດຮິດໄດ້ງ່າຍໆເລີຍ.

ສະເລີລີ່: ການປູກສະເລີລີ່ໃຫ້ນໍາເມັດ 1 ບ່ວງຊາ ປົນກັບຊາຍ 1 ຖັງ ປົນໃຫ້ເຂົ້າກັນ ແລ້ວວ່ານລົງໃນພື້ນທີ່ເພາະເມັດ ຈາກນັ້ນກໍເອົາຟາງແຫ້ງມາປົກດ້ານເທິງເລັກນ້ອຍ ພ້ອມໝັ່ນຫົດນໍ້າທຸກເຊົ້າ ສວາຍ ແລງ ໂດຍລະວັງຢ່າໃຫ້ມີນໍ້າຂັງ ແລ້ວຖ້າຈົນກວ່າຕົ້ນສູງ 3-4 ນິ້ວ ຈຶ່ງຄ່ອຍເຮັດການຍ້າຍລົງແປງຜັກ ເຊິ່ງໃນໄລຍະທຳອິດທີ່ຍ້າຍລົງແປງຜັກ ຄວນຫາແນວບັງແສງໃຫ້ຕົ້ນອ່ອນສະເລີລີ່ດ້ວຍ. ຈາກນັ້ນກໍຄ່ອຍໆປ່ອຍໃຫ້ຖືກແສງຫຼາຍຂຶ້ນຈົນສາມາດທົນຕໍ່ແສງແດດໄດ້ເຕັມມື້. ແຕ່ຄວາມຈິງແລ້ວ, ສະເລີລີ່ ຈະບໍ່ມັກອາກາດທີ່ຮ້ອນຫຼາຍ ສະນັ້ນ ຖ້າມື້ໃດທີ່ມີແດດແຮງກໍຄວນຫາຜ້າມາຄຸມກັນແດດ ໃຫ້ກັບຕົ້ນສະເລີລີ່ພ້ອມ.​ ສ່ວນໄລຍະເວລາໃນການເກັບກ່ຽວຫຼັງຈາກຍ້າຍເບ້ຍ ຈະຢູ່ທີ່ປະມານ 40-50​ ມື້.

ຜັກບົ້ງ:​ ຜັກບົ້ງສາມາດເຮັດການເກັບກ່ຽວໄດ້ໄວຫຼາຍ ພຽງແຕ່ 20-25 ມື້ ເທົ່ານັ້ນ ໂດຍທີ່ເຮົາໃຊ້ດິນຮ່ວນທີ່ລະອຽດລົງໃນກະຖາງເພື່ອປູກ ຈາກນັ້ນກໍໂຮຍເມັດຜັກບົ້ງລົງໃຫ້ທົ່ວ ພ້ອມຮົດນໍ້າໃຫ້ຊຸ່ມ ແລະ ໝັ່ນຫົດນໍ້າໃຫ້ສະໝໍ່າສະເໝີ ເທົ່ານີ້ ເບ້ຍກໍຈະເລີ່ມງອກໃນ 3​ ວັນ ພ້ອມໃຫຍ່ເປັນຕົ້ນຜັກບົ້ງໃຫ້ເຮົາເກັບກ່ຽວໄດ້ແບບງ່າຍໆ ແລ້ວ.

ຜັກກາດຕີນໝີ: ຜັກກາດຕີນໝີ ຫຼື ຜັກກວາງຕຸ້ງ  ຖືເປັນອີກຜັກໜຶ່ງທີ່ປູກງ່າຍ ພຽງແຕ່ປະສົມດິນຮ່ວນກັບປຸ໋ຍຄອກ ແລ້ວນໍາເມັດມາປ່ອນລົງໃນຫຼຸມດີນຂະໜາດ 1.5 ຊັງຕີແມັດ ປົກດ້ວຍດິນ, ປຸ໋ຍຄອກ ຫຼື ປຸ໋ຍໝັກ ຫົດນໍ້າໃຫ້ຊຸ່ມ ແລະ ຕັ້ງໃຫ້ຖືກແດດ ແຕ່ໃນໄລຍະ 4-5 ມື້ທຳອິດ ໃຫ້ເຮັດບ່ອນບັງແດດໃຫ້ຜັກກວາງຕຸ້ງກ່ອນ ແລ້ວຖ້າຕົ້ນແຂງແຮງຈຶ່ງປ່ອຍໃຫ້ຖືກແດດໝົດມື້ໄດ້ ພຽງເທົ່ານີ້ ເຮົາກໍຈະມີຜັກກາດຕີນໝີສົດໆ ພ້ອມໃຫ້ເກັບກ່ຽວໄດ້ໃນໄລຍະເວລາ 30-35 ມື້ ໄດ້ແລ້ວ.

ຜັກກາດນາ: ການປູກຜັກກາດນາເນັ້ນເລີ່ມໂດຍການສັບ ແລະ ເກ່ຍໃຫ້ດິນຮ່ວນກ່ອນ. ຈາກນັ້ນ, ກໍເອົາເມັດລົງໄປໃນດິນປະມານ 1-2 ເມັດ ປົກດິນພໍປະມານແລ້ວຫົດນໍ້າຢ່າງສະໝໍ່າສະເໝີທຸກເຊົ້າ-ແລງ ຕັ້ງໄວ້ໃຫ້ຖືກແສງແດດ ຖ້າທັງໝົດປະມານ 35-60 ມື້ ກໍຈະມີຜັກກາດນາໃຫ້ເຮົາໄດ້ກິນແລ້ວ.

ສະລັດ: ສະລັດສາມາດເກັບມາກິນໄດ້ຫຼັງຈາກເພາະປູກໄດ້ປະມານ 40-50 ມື້ ໂດຍມີຂັ້ນຕອນໃນການປູກບໍ່ຍາກຫຼາຍ ໃຫ້ໃຊ້ດິນຮ່ວນທີ່ລະບາຍນໍ້າໄດ້ດີໃນການປູກ ໂດຍໃຫ້ຕາກດິນໄວ້ກ່ອນປູກປະມານ 1 ອາທິດ ພ້ອມພວນດິນ ແລະ ໃສ່ປຸ໋ຍຄອກລົງໄປໃຫ້ຮຽບຮ້ອຍ ຈາກນັ້ນກໍປ່ອນເມັດລົງໄປໃນຖາງ ຈົນເມື່ອຕົ້ນໄມ້ມີໃບແທ້ 2-3 ໃບ ໃຫ້ຖອນແຍກຕົ້ນທີ່ອ່ອນແອຖິ້ມ ແລະ ຖອນແຍກເທື່ອສຸດທ້າຍ. ເມື່ອສະລັດມີອາຍຸປະມານ 3 ອາທິດ. ສ່ວນການດູແລກໍໃຫ້ຫົດນໍ້າເຊົ້າ-ແລງ ແຕ່ລະວັງຢ່າໃຫ້ນໍ້າເຂົ້າດ້ານໃນຜັກ ເທົ່ານີ້ກໍມີຜັກສະລັດອໍແກນິກໄວ້ກິນແລ້ວ.

ໝາກແຕງ: ສຳລັບໃຜທີ່ຢາກປູກໝາກແຕງໄວ້ກິນເອງ ກໍສາມາດປູກໄດ້ງ່າຍໆ ດ້ວຍການປະສົມດິນຮ່ວນປົນດິນຊາຍ ເຂົ້າກັບປຸ໋ຍໝັກໃນອັດຕາສ່ວນເຄິ່ງຕໍ່ເຄິ່ງ ໂດຍອາດຈະປະສົມເສດໃບໄມ້ລົງໄປໜ້ອຍໜຶ່ງ ຈາກນັ້ນ ກໍດຳເນີນການເພາະເບ້ຍດ້ວຍການຂຸດຫຼຸມກາງຖາງໃຫ້ເລິກ 1.2 ຊັງຕີແມັດ ແລ້ວປ່ອນເມັດລົງໄປປະມານ 4-5 ເມັດ ພ້ອມຫົດນໍ້າໃຫ້ຊຸ່ມ. ຈາກນັ້ນ ເອົາກະຖາງໄປຕັ້ງໄວ້ບ່ອນທີ່ມີແສງແດດ ແລະ ເມື່ອເບ້ຍເລີ່ມງອກ ກໍໃຫ້ຖອນເບ້ຍທີ່ບໍ່ດີ ຫຼື ອ່ອນແອຖິ້ມ ເຫຼືອໄວ້ແຕ່ເບ້ຍທີ່ແຂງແຮງພຽງ 2 ຕົ້ນ ພ້ອມນໍາໄມ້ມາປັກເອົາໄວ້ເພື່ອໃຫ້ເຖົາເລື້ອຍ ແລ້ວໝັ່ນດູແລຫົດນໍ້າໃຫ້ຊຸ່ມມື້ລະປະມານ 3 ລິດ ກວດເບິ່ງບໍ່ໃຫ້ມີນໍ້າຂັງ ແລະ ຕັ້ງໃຫ້ຖືກແດດຢ່າງໜ້ອຍ 6 ຊົ່ວໂມງ ໂດຍປະມານ 40-60 ມື້ ກໍຈະເລີ່ມເກັບກ່ຽວແລ້ວ.

ກະເພົາ: ກະເພົາເປັນເມນູທີ່ຄົນລາວນິຍົມໄປເຮັດອາຫານ ນັ້ນກໍຄືຜັດກະເພົາຮ່ວມກັບຊີ້ນສັດຕ່າງໆ. ຂັ້ນຕອນໃນການປູກ ແມ່ນຕ້ອງກຽມດິນລະອຽດລົງໄປໃນກະຖາງ, ຫຼັງຈາກນັ້ນກໍວ່ານເມັດໃຫ້ທົ່ວແປງຜັກ ໃຊ້ຟາງປົກ ຫຼື ປຸ໋ຍຄອກໂຮຍທັບບາງໆ, ແລ້ວຫົດນໍ້າຕາມທັນທີ ຄວນໃຊ້ຝັກບົວຫົດນໍ້າຕົ້ນໄມ້ຮູນ້ອຍໆ. ຈາກນັ້ນປະມານ 7 ມື້, ເມັດກະຈະກາຍເປັນເບ້ຍ, ຖ້າເບ້ຍອາຍຸ 1 ເດືອນກໍຄ່ອຍໆຖອນແຍກ ຈັດໄລຍະຕົ້ນໃຫ້ຫ່າງລະຫວ່າງຕົ້ນປະມານ 20-30 ຊັງຕີແມັດ. ເມື່ອໃບແກ່ແລ້ວ ກໍສາມາດເກັບໃບມາເຮັດກິນໄດ້ເລີຍ. ການດູແລກະເພົານັ້ນພຽງແຕ່ຫົດນໍ້າເຊົ້າ-ແລງ ຢ່າງສະໝໍ່າສະເໝີເທົ່ານັ້ນ ເພາະກະເພົາກໍເປັນພືດທີ່ທົນແລ້ງໄດ້ເຊັ່ນກັນ ບໍ່ຕ້ອງດູແລຍາກຫຼາຍ.

ບົວລະພາ: ບົວລະພາເປັນພືດທີ່ປູກງ່າຍ ປູກເທື່ອດຽວສາມາດເກັບກ່ຽວໄດ້ 1-2 ປີ. ບົວລະພາຈະຂຶ້ນໄດ້ດີໃນດິນຮ່ວນທີ່ມີຄວາມອຸດົມສົມບູນ ແລະ ລະບາຍນໍ້າໄດ້ດີເປັນພິເສດ ກຽມຂຸດດິນໃຫ້ເລິກປະມານ 20-25 ຊັງຕີແມັດ ຍ່ອຍໃຫ້ລະອຽດ ຈາກນັ້ນກໍ່ປ່ອຍຖິ້ມໄວ້ປະມານ 7-10 ມື້ ແລ້ວໃສ່ປຸ໋ຍຄອກ/ປຸ໋ຍໝັກ ຫຼື ປຸ໋ຍເຄມີລົງໄປໃຫ້ທົ່ວ ປົນໃຫ້ເຂົ້າກັນ ແລ້ວໆກໍລົງມືປູກ ໂດຍສ່ວນໃຫຍ່ນິຍົມ 2 ວິທີຄື: ການເພາະເບ້ຍ ແລະ ຍ້າຍປູກ (ວ່ານເມັດແລ້ວໃຊ້ແກບ ຫຼື ຟາງປົກພ້ອມຫົດນໍ້າຕາມທັນທີ ຈາກນັ້ນໝັ່ນຫົວນໍ້າທຸກເຊົ້າ-ແລງ ຈົນມີອາຍຸ 20-25 ມື້ ຈຶ່ງເຮັດການຖອນເບ້ຍ ແລ້ວເດັດຍອດເພື່ອຍ້າຍປູກ ໂດຍຖ້າປູກໃນແປງຄວນເວັ້ນໄລຍະຫ່າງປະມານ 20-30 ຊັງຕີແມັດ ຖ້າປູກໃນກະຖາງກໍໃຫ້ປູກໃນກະຖາງລະ 1-2​ ຕົ້ນ) ແລະ ອີກໜຶ່ງວິທີກໍຄື ການປັກຊໍາ (ຕັດກິ່ງບົວລະພາທີ່ໃຫຍ່ເຕັມທີ່ ຫຼື ຍາວປະມານ 5-10 ຊັງຕີແມັດ ເດັດໃບອອກ ແລະ ເຫຼືອໄວ້ພຽງບາງສ່ວນ ນໍາໄປປັກຊໍາລົງໃນແປງຜັກ ຫຼື ກະຖາງ, ຈາກນັ້ນກໍໃຊ້ຫຍ້າແຫ້ງ ຫຼື ຟາງປົກ ແລ້ວຫົດນໍ້າທັນທີ).

ຜັກຫົມ: ວິທີປູກຜັກຫົມ ໂດຍວິທີການທີ່ນິຍົມປູກກັນທົ່ວໄປຄື ການປູກຜັກຫົມດ້ວຍວິທີການວ່ານເມັດ ເໝາະສໍາລັບປູກໃນແປງກາງແຈ້ງ ໃຊ້ເມັດວ່ານຫ່າງໆໃນແປງທີ່ກຽມໄວ້ແລ້ວໆ ປົກດ້ວຍຟາງເຂົ້າເພື່ອຮັກສາຄວາມຊຶ້ນ ແລະ ຫົດນໍ້າໃຫ້ຊຸ່ມທຸກມື້ ມື້ລະ 1-2 ເທື່ອ.​ ເມື່ອຜັກຫົມອາຍຸໄດ້ 20-25 ມື້ກໍສາມາດເລີ່ມເກັບກ່ຽວ ຍອດອ່ອນ ໄດ້ເລື້ອຍໆ ຖ້າລໍາຕົ້ນແກ່ແລ້ວ ຍັງສາມາດກິນສ່ວນທີ່ເປັນໃບໄດ້ເລື້ອຍໆ.

ຮຽບຮຽງໂດຍ: ລັດສະໝີ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...