spot_img
Homeຂ່າວພາຍ​ໃນນັກວິທະຍາສາດອັງກິດເຜີຍ ໂຄໂຣນາກາຍພັນເປັນ 3 ຊະນິດ ປັບໂຕສູ້ກັບພູມຕ້ານທານມະນຸດ

ນັກວິທະຍາສາດອັງກິດເຜີຍ ໂຄໂຣນາກາຍພັນເປັນ 3 ຊະນິດ ປັບໂຕສູ້ກັບພູມຕ້ານທານມະນຸດ

Published on

ນັກວິໄຈຈາກມະຫາວິທະຍາໄລ ເຄມບຣິດ ໃນສະຫະລາຊະອະນາຈັກ (ອັງກິດ) ນໍາໂດຍ ດຣ ປີເຕີ ຟອສເຕີ ນັກວິທະຍາສາດດ້ານພັນທຸກໍາເຜີຍວ່າ ການສຶກສາຍີນ ຂອງໄວຣັດໂຄໂຣນາສາຍພັນໃໝ່ 2019 ທີ່ກຳລັງລະບາດທົ່ວໂລກ ພົບວ່າໄວຣັສດັ່ງກ່າວກາຍເປັນ 3 ຊະນິດ.

ໄວຣັສໂຄໂຣສາຍພັນໃໝ່ຊະນິດ ເອ ນັ້ນເປັນໄວຣັສດັ້ງເດີມທີ່ແຜ່ຈາກ ໂຕເຈຍ ມາສູ່ມະນຸດ ຜ່ານໂຕລິ່ນ ແຕ່ບໍ່ແມ່ນຊະນິດທີ່ພົບທົ່ວໄປໃນໝູ່ຄົນເຈັບໃນປະເທດຈີນ ແຕ່ໄວຣັດທີ່ລະບາດໃນຈີນຫຼາຍທີ່ສຸດກັບເປັນຊະນິດ ບີ. ຜົນວິເຄາະຍັງລະບຸອີກວ່າ ໄວຣັດຊະນິດ ເອ ນັ້ນ ພົບຫຼາຍໃນປະເທດ ອົດສະຕຣາລີ ແລະ ພື້ນທີ່ຝັ່ງຕາເວັນຕົກຂອງສະຫະລັດ ທີ່ມີຜູ້ປ່ວຍລວມກັນແລ້ວຫຼາຍກວ່າ 400.000 ຄົນ ແລະ ຖ້າຫາກນັບສະເພາະໃນສະຫະລັດ ພົບວ່າ ຄົນເຈັບກຸ່ມຕົວຢ່າງເຖິງ 2 ໃນ 3 ຕິດໄວຣັສໂຄໂຣນາສາຍພັນໃໝ່ຊະນິດ ເອ.

ໄວຣັສໂຄໂຣສາຍພັນໃໝ່ຊະນິດ ບີ ກາຍພັນມາຈາກຊະນິດ ເອ ແລະ ດັ່ງທີ່ກ່າວມາຂ້າງເທິງນັ້ນຄື ເປັນໄວຣັດທີ່ພົບຫຼາຍທີ່ສຸດໃນຈີນ ທັງຍັງພົບວ່າ ຄົນເຈັບສ່ວນໃຫຍ່ໃນເອີຣົບ ເຊັ່ນ ສະຫະລາຊະອານາຈັກ, ສະວິດເຊີແລນ, ເຢຍລະມັນ, ຝຣັ່ງ, ແບນຊິກ ແລະ ເນເທີ້ແລນ ຍັງຕິດໄວຣັສຊະນິດ ບີ ອີກດ້ວຍ.

ໄວຣັສໂຄໂຣສາຍພັນໃໝ່ຊະນິດ ຊີ ຫຼື ໄວຣັສຊະນິດທີ 3 ກາຍພັນມາຈາກໄວຣັສ ຊະນິດ ບີ ອີກເທື່ອໜຶ່ງ ໂດຍເປັນໄວຣັສທີ່ພົບຫຼາຍທີ່ສຸດໃນຄົນເຈັບຊາວອິຕາລີ ເຊື່ອວ່າໜ້າຈະແຜ່ເຂົ້າມາໃນປະເທດດັ່ງກ່າວຈາກຈີນ ຜ່ານ ສິງກະໂປ.

ນັກວິໄຈເຊື່ອວ່າ ການກາຍພັນດັ່ງກ່າວເກີດຂຶ້ນເພື່ອໃຫ້ໄວຣັດຕໍ່ສູ້ກັບພູມຄຸ້ມກັນຂອງມະນຸດທີ່ມີຄວາມແຕກຕ່າງກັນອອກໄປ. ເຖິງຢ່າງໃດກໍຕາມ, ການສຶກສານີ້ຍັງບໍ່ໄດ້ຮັບການຍອມຮັບໃນໝູ່ນັກວິທະຍາສາດຮ່ວມວົງການ ເນື່ອງຈາກໃຊ້ຕົວຢ່າງຄົນເຈັບທົ່ວໂລກພຽງ 160 ຕົວຢ່າງເທົ່ານັ້ນ, ແຕ່ທີມວິໄຈນີ້ ເພີ່ມຕົວຢ່າງການສຶກສາມາເປັນຫຼາຍກວ່າ 1.000 ຕົວຢ່າງ ເມື່ອທ້າຍເດືອນມີນາທີ່ຜ່ານມາ ເພື່ອໃຫ້ໄດ້ຂໍ້ມູນທີ່ຊັດເຈນຍິ່ງຂຶ້ນ ແຕ່ຍັງບໍ່ຜ່ານຂັ້ນຕອນການກວດສອບຜົນງານໂດຍຜູ້ຊ່ຽວຊານພາຍໃນ.

ຮຽບຮຽງໂດຍ: ລັດສະໝີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...