Homeນານາສາລະການຈ່າຍເງິນແບບ "ບໍ່ໃຊ້ເງິນສົດ" ສະດວກ ແລະ ສຳຄັນແນວໃດສຳຫຼັບຊ່ວງຂອງການລະບາດຄັ້ງນີ້

ການຈ່າຍເງິນແບບ “ບໍ່ໃຊ້ເງິນສົດ” ສະດວກ ແລະ ສຳຄັນແນວໃດສຳຫຼັບຊ່ວງຂອງການລະບາດຄັ້ງນີ້

Published on

ຫຼາຍໆປະເທດທົ່ວໂລກໄດ້ເລີ່ມນຳໃຊ້ການຊຳລະເງິນ ໂດຍບໍ່ໃຊ້ເງິນສົດຜ່ານຊ່ອງທາງຕ່າງເຊັ່ນ: ບັດເຄດິດ/ເດບິດ, ແອັບພລິເຄຊັນຂອງທະນາຄານ (ໂອນເງິນ, ສະແກນລະຫັດ QR), ໂທລະສັບມືຖືທີ່ມີລະບົບ NFC (Apple Pay, Google Pay) ແລະ ເວັບໄຊ້ຢ່າງ Paypal. ໃນປະເທດລາວເອງນອກຈາກ ບໍລິການຈ່າຍຜ່ານບັດແລ້ວ ຍັງມີບໍລິການຈ່າຍເງິນຜ່ານການສະແກນລະຫັດ QR ຈາກແອັບຂອງທະນາຄານ ເຊິ່ງການສະໝັກກໍ່ງ່າຍດາຍ ພຽງແຕ່ມີບັນຊີໃນທະນາຄານເທົ່ານັ້ນ.

ໃນວິກິດການແຜ່ລະບາດຂອງພະຍາດທີ່ເກີດຂຶ້ນໃນລາວ ຄົນສ່ວນຫຼາຍບໍ່ໄດ້ອອກຈາກບ້ານ ຖ້າບໍ່ໄດ້ແຕ່ງກິນກໍ່ຕ້ອງຫັນມາໃຊ້ແອັບສົ່ງອາຫານ ແຕ່ບັນຫາກໍ່ຄືບໍລິການດັ່ງກ່າວຍັງບໍ່ຮັບຮູບແບບການຊຳລະເງິນຜ່ານບັດ ຫຼື ຖ້າມີກໍ່ຍັງບໍ່ມີຮູບແບບອື່ນໆ ສຳຫຼັບຄົນທີ່ບໍ່ມີບັດ ເຊິ່ງໃຫ້ເຫຼືອພຽງທາງເລືອກດຽວກໍ່ຄືໃຊ້ເງິນສົດຈ່າຍ.

ຄວນໃຊ້ເງິນກີບໃຫ້ຫຼາຍຂຶ້ນ

ຕົວແທນຈາກອົງການອະນາໄມໂລກກ່າວໄວ້ວ່າ ເຖິງຈະບໍ່ຮູ້ວ່າໄວຣັສຢູ່ເທິງໃບທະນາບັດໄດ້ດົນເທົ່າໃດ ແຕ່ກໍ່ສັນນິຖານໄດ້ວ່າມັນຢູ່ໄດ້ບໍ່ດົນກວ່າ 2 ຊົ່ວໂມງ, ພະຍາດໄວຣັສບໍ່ສາມາດຢູ່ໄດ້ດົນເທິງພື້ນຜິວຕ່າງໆ ໂດຍສະເພາະເທິງພື້ນຜິວແຫ້ງແບບໃບທະນາບັດ. ທາງອົງການກໍ່ໄດ້ກ່າວເພີ່ມວ່າ ມັນມີຄວາມເປັນໄປໄດ້ທີ່ຈະຕິດເຊື້ອຜ່ານການສຳຜັດພື້ນຜິວຕ່າງໆ, ແຕ່ມັນກໍ່ບໍ່ແມ່ນແຫຼ່ງແຜ່ເຊື້ອພະຍາດຫຼັກໆ.

ການຈັບບາຍເງິນສົດອາດຈະມີຄວາມສ່ຽງຕໍ່າຕໍ່ການຕິດເຊື້ອພະຍາດ ແຕ່ເຊື້ອພະຍາດເທິງເງິນສົດກໍ່ຍັງມີຢູ່ ທ່ານອາດຈະໃສ່ຖົງມືເວລາຈ່າຍເງິນ ແລະ ຮັບເອົາເຄື່ອງທີ່ສົ່ງມາໃຫ້ທ່ານກໍ່ໄດ້ ແຕ່ທ່ານກໍ່ຕ້ອງລ້າງມືໃຫ້ສະອາດຫຼັງຈັບບາຍຄືເກົ່າ. ບໍລິການສົ່ງອາຫານກໍ່ໄດ້ແນະນຳໃຫ້ລີກລ່ຽງການສຳຜັດກັບຜູ້ສົ່ງໂດຍໃຫ້ປະອາຫານໄວ້ບ່ອນທີ່ຜູ້ຮັບກຳນົດ(ສ່ວນຫຼາຍແມ່ນໃຫ້ຫ້ອຍໃສ່ລູກບິດປະຕູ) ແຕ່ວິທີນີ້ຈະສະດວກຕໍ່ຄົນທີ່ໃຊ້ບັດຈ່າຍ, ທ່ານອາດຈະປະເງິນໄວ້ໃຫ້ຜູ້ສົ່ງມາເອົາກໍ່ໄດ້ ແຕ່ມັນກໍ່ມິຄວາມສ່ຽງສູງຕໍ່ການຖືກລັກ ຖ້າບໍ່ລະວັງ.

ການຊຳລະຜ່ານວິທີທີ່ບໍ່ຕ້ອງໃຊ້ເງິນສົດ ນອກຈາກສະດວກແລ້ວກໍ່ຍັງສຳຄັນສຳຫຼັບຊ່ວງເວລານີ້ ເພື່ອເປັນການປ້ອງກັນການແຜ່ລະບາດຂອງໄວຣັສ, ການຫຼຸດເວລາຈ່າຍເງິນ ແລະ ເວັ້ນໄລຍະຫ່າງຈາກຜູ້ໃຫ້ບໍລິການກໍ່ຖືເປັນການປ້ອງກັນການແຜ່ລະບາດ. ການຊຳລະເງິນໃນປະເທດລາວກໍ່ມີຄວາມສະດວກຂຶ້ນ ຫຼັງຈາກທີ່ມີບໍລິການຊຳລະເງິນ ຜ່ານການສະແກນລະຫັດ QR ຂອງຮ້ານຄ້າ, ຮ້ານອາຫານ ຫຼື ບໍລິການຕ່າງໆ ທີ່ທະນາຄານຫຼາຍແຫ່ງໃນລາວໄດ້ເປີດໃຫ້ນຳໃຊ້ ເພື່ອຄວາມສະດວກສະບາຍໃນການຈ່າຍເງິນ. ນອກຈາກຄວາມສະດວກສະບາຍແລ້ວ ການຊຳລະເງິນໂດຍບໍ່ໃຊ້ເງິນສົດກໍ່ຊ່ວຍຫຼຸດຄວາມສ່ຽງຕໍ່ການຖືກລັກຊັບ ຈາກການຖືເງິດສົດຫຼາຍໆ ແລະ ຊ່ວຍຫຼຸດຜ່ອນ ແລະ ປ້ອງກັນການແຜ່ລະບາດຂອງໄວຣັສນຳ. ທັ້ງນີ້ ຫຼັງຈາກທີ່ຈັບບາຍສິ່ງຂອງທີ່ໃຊ້ປະຈຳ ກໍ່ຕ້ອງໄດ້ລ້າງມືໃຫ້ສະອາດ ແລະ ເຊັດທຳຄວາມສະອາດສິ່ງຂອງທີ່ໄດ້ຈັບຕ້ອງນຳ ເພື່ອຂ້າເຊື້ອພະຍາດໄວຣັສທີ່ຕິດຢູ່ເທິງພື້ນຜິວ.

ຮຽບຮຽງໂດຍ: ວະນິດາ

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...