Homeນານາສາລະນາງສັງຂານ 2020 "ໂຄຣາຄະເທວີ" ກັບຄຳທຳນາຍທີ່ປະຊາຊົນຮ້ອນໃຈ

ນາງສັງຂານ 2020 “ໂຄຣາຄະເທວີ” ກັບຄຳທຳນາຍທີ່ປະຊາຊົນຮ້ອນໃຈ

Published on

ນາງສັງຂານ ປີ 2020 ມີຊື່ວ່າ ນາງ ໂຄຣາຄະເທວີ ຊົງພາຫຸຣັດ(ຮັດຕົ້ນແຂນ) ທັດດອກປີບ ອາຖັນແກ້ວ ມຸກດາຫານ ພັກສາຫານນໍ່ສມັນ ຫັດຂວາຊົງຂັນ ຫັດຊ້າຍຊົງໄມ້ເທົ້າ ສະເດັດໄສຍາດລືມເນດ(ນອນມືນຕາ) ມາເທີງຫຼັງພະຍັກ (ຫຼັງເສືອ) ເປັນພາຫານະ.

ເກນພິລຸນສາດ (ຄາດຄະເນວ່າ) ປີ 2020 ນີ້ ສຸກ ເປັນອະທິບໍດີຝົນບັນດານໃຫ້ຕົກ 600 ຫ່າ ຕົກໃນເຂົາຈັກກະວານ 240 ຫ່າ ຕົກໃນປ່າຫິມະພານ 180 ຫ່າ ຕົກໃນມະຫາສະຫມຸດ 120 ຫ່າ ຕົກໃນໂລກມະນຸດ 60 ຫ່າ.

ເກນທາຣາທິຄຸນ ຕົກລາສີມິຖຸນ ຊື່ ວາໂຢ(ທາດລົມ) ນໍ້າພໍປະມານ ຈະເກີດພາຍຸໜັກ.

ເກນນາກຂະລາດໃຫ້ນໍ້າ ປີນີ້ ນາກຂະລາດໃຫ້ນໍ້າ 1 ໂຕ ທຳນາຍວ່າ ຝົນໜ້ອຍ.

ເກນທັນຍາຫານ ຊື່ ປານະ ເຂົ້າກ້າໃນໄຮ່ນາ ຈະໄດ້ 1 ສ່ວນ ເສຍ 10 ສ່ວນ ຄົນທັງຫຼາຍຈະຕົກທຸກໄດ້ຍາກລຳບາກຂາດແຄນ ເພາະກັນດານເຂົ້າປາອາຫານຈະຈິບຫາຍເປັນອັນໜັກແລ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...