spot_img
Homeຂ່າວຕ່າງປະເທດອົງການອະນາໄມໂລກອອກມາປ້ອງກັນ ພ້ອມຮຽກຮ້ອງຄວາມສະມັກຄີຈາກທຸກຝ່າຍ ຫຼັງຖືກ ທຣັມ ວິຈານ

ອົງການອະນາໄມໂລກອອກມາປ້ອງກັນ ພ້ອມຮຽກຮ້ອງຄວາມສະມັກຄີຈາກທຸກຝ່າຍ ຫຼັງຖືກ ທຣັມ ວິຈານ

Published on

ອົງການອະນາໄມໂລກ (WHO) ຮຽກຮ້ອງຄວາມສາມັກຄີຈາກທຸກຝ່າຍ ແລະ ປົກປ້ອງການຮ່ວມມືກັບຈີນທ່າມກາງວິກິດການແຜ່ລະບາດຂອງໄວຣັສໂຄວິດ-19 ບໍ່ແມ່ນການເຂົ້າຂ້າງແຕ່ຢ່າງໃດ ຫຼັງປະທານປະເທດແຫ່ງສະຫະລັດອາເມລິກາ ທ່ານ ໂດນັລ ທຣັມ ບໍ່ພໍໃຈ ແລະ ກຽມລະງັບເງິນສະໜັບສະໜຸນ.

ໃນວັນທີ 8 ເມສາ ຜູ້ອຳນວຍການອົງການອະນາໄມໂລກ ທ່ານໝໍ Tedros Adhanom Ghebreyesus ໄດ້ອອກມາຖະແຫຼງກ່ຽວກັບການແຜ່ລະບາດຂອງພະຍາດໄວຣັສໂຄວິດ-19 ທົ່ວໂລກ ທີ່ກຳລັງເຂົ້າສູ່ມື້ທີ 100 ນັບຕັ້ງແຕ່ອົງການໄດ້ຮັບລາຍງານຢ່າງເປັນທາງການຈາກຈີນເປັນເທື່ອທຳອິດ ໃນທ້າຍເດືອນ ທັນວາ ປີທີ່ຜ່ານມາວ່າ ອາເມລິກາ ແລະ ຈີນຄວນເພີ່ມຄວາມຮ່ວມມືກັນ ໃນການຕໍ່ສູ້ກັບເຊື້ອໄວຣັສໂຄວິດ-19 ເຊິ່ງຕອນນີ້ກໍ່ເປັນສັດຕູຂອງຄົນທັງໂລກ.

ທ່ານໝໍໄດ້ກ່າວຕໍ່ໄປວ່າ ບໍ່ວ່າປະເທດໃດຈະມີຈຸດຢືນທາງການເມືອງແບບໃດ ຂໍໃຫ້ປ່ອຍວາງກ່ອນ ຢ່າເຊື່ອມໂຍງປະເດັນທາງການເມືອງກັບເຊື້ອໄວຣັສ ເພາະເປັນຄົນລະເລື່ອງກັນຢ່າງສິ້ນເຊີງ ສິ່ງທີ່ທຸກພາກສ່ວນຕ້ອງໃຫ້ຄວາມສຳຄັນຫຼາຍທີ່ສຸດໃນເວລານີ້ ຄືການພະຍາຍາມຢ່າງສຸດຄວາມສາມາດເພື່ອຮັກສາຊີວິດຂອງປະຊາຊົນ, ນັກການເມືອງສາມາດໃຊ້ເລື່ອງອັນໃດກໍ່ໄດ້ເພື່ອສ້າງຄວາມນິຍົມໃຫ້ກັບຕົວເອງ ແຕ່ຕ້ອງບໍ່ແມ່ນເລື່ອງທີ່ກ່ຽວກັບສາທາລະນະສຸກ ແລະ ເຕືອນວ່າຍິ່ງມີຄວາມພະຍາຍາມນຳປະເດັນການເມືອງມາຮ່ວມຫຼາຍເທົ່າໃດ ສະຖານະການຂອງໄວຣັສໂຄວິດ-19 ຈະຍິ່ງໜັກຂຶ້ນເທົ່ານັ້ນ.

ຂະນະທີ່ ທ່ານໝໍ Hans Kluge ຜູ້ອຳນວຍການອົງການອະນາໄມໂລກ ປະຈຳທະວີບ ເອີຣົບ ກ່າວວ່າ ຕອນນີ້ບໍ່ແມ່ນເວລາເວົ້າເຖິງການຕັດງົບປະມານ ຫຼື ລະງັບເງິນສະໜັບສະໜຸນ. ດ້ານທ່ານໝໍ Bruce Aylward ທີ່ປຶກສາອາວຸໂສຂອງທ່ານໝໍ Tedros ກ່າວວ່າໃນໄລຍະການແຜ່ລະບາດຄັ້ງນີ້ທີ່ຍັງຮຸນແຮງ ການເຮັດວຽກຮ່ວມກັບຈີນຢ່າງໃກ້ຊິດເປັນເລື່ອງສຳຄັນຫຼາຍ ເນື່ອງຈາກຈີນເປັນປະເທດທຳອິດທີ່ເກີດການແຜ່ລະບາດຂອງໄວຣັສໂຄວິດ-19 ການສຶກສາທິດທາງພະຍາດໃນຈີນ ແລະ ການທຳຄວາມເຂົ້າໃຈກັບມາດຕະການຕ່າງໆຂອງລັດຖະບານຈີນຈຶ່ງມີຄວາມຈຳເປັນຢ່າງຍິ່ງ.

ທັ້ງນີ້ປະທານປະເທດແຫ່ງສະຫະລັດອາເມລິກາ ທ່ານ ໂດນັລ ທຣັມ ວິຈານການເຮັດວຽກຂອງອົງການອະນາໄມໂລກຕໍ່ວິກິດພະຍາດໄວຣັສໂຄວິດ-19 ຢ່າງໜັກ ໃນວັນອັງຄານທີ່ຜ່ານມາ ເຖິງວ່າຜູ້ນຳອາເມລິກາບໍ່ໄດ້ກ່າວຢ່າງຊັດເຈນວ່າຈະລະງັບເງິນສະໜັບສະໜູນເປັນຈຳນວນເທົ່າໃດໃຫ້ກັບທາງອົງການ ແຕ່ຂໍ້ມູນປະຈຳປີງົບປະມານ 2018 – 2019 ລະບຸວ່າລັດຖະບານມອບເງິນເກືອບ 900 ລ້ານໂດລາ (ປະມານ 8 ຕື້ກີບ) ຄິດເປັນ 1 ໃນ 5 ຈາກງົບປະມານລາຍປີຂອງອົງການອະນາໄມໂລກ. 

ຮຽບຮຽງໂດຍ: ວະນິດາ

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...