Homeຂ່າວພາຍ​ໃນພິດໂຄວິດ! ທົ່ວໂລກຕາຍເກີນ 8.8 ໝື່ນຄົນ ຕິດເຊື້ອເກີນ 1.5 ລ້ານຄົນ ແລະ ອາເມລິກາຕາຍວັນດຽວເກືອບ 2​ ພັນຄົນ

ພິດໂຄວິດ! ທົ່ວໂລກຕາຍເກີນ 8.8 ໝື່ນຄົນ ຕິດເຊື້ອເກີນ 1.5 ລ້ານຄົນ ແລະ ອາເມລິກາຕາຍວັນດຽວເກືອບ 2​ ພັນຄົນ

Published on

ໄວຣັສໂຄໂຣນາສາຍພັນໃໝ່ ເຊິ່ງເປັນຕົ້ນຕໍສາເຫດຂອງພະຍາດໂຄວິດ-19 ໄດ້ຂ້າຊີວິດປະຊາຄົມໂລກໄປແລ້ວກວ່າ 88,338 ຄົນ ໂດຍທີ່ ອິຕາລີ ຍັງເປັນປະເທດທີ່ມີຜູ້ເສຍຊີວິດຫຼາຍທີ່ສຸດກໍຄື 17,669 ຄົນ, ຮອງລົງມາແມ່ນ ປະເທດ ສະເປນ 14,792 ຄົນ, ສະຫະລັດອາເມລິກາ 14,695 ຄົນ, ຝຣັ່ງ 10,869 ຄົນ, ອັງກິດ 7,097 ຄົນ, ອິຣ່ານ 3,993 ຄົນ, ຈີນ 3,337, ເຢຍລະມັນ 2,349 ຄົນ, ເນເທີ້ແລນ 2,248 ຄົນ ແລະ ແບນຊິກ 2,240 ຄົນ.

ທັງນີ້ ຈໍານວນຜູ້ເສຍຊີວິດໃນເອີຣົບ ແລະ ອາເມລິກາ ຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍທີ່ ອິຕາລີ ແລະ ສະເປນ ຍັງຄົງມີຜູ້ເສຍຊີວິດເພີ່ມຂຶ້ນໃນແຕ່ລະມື້ 542 ແລະ 757 ຄົນຕາມລໍາດັບ;​ ຂະນະທີ່ ຍອດຜູ້ເສຍຊີວິດໃນອັງກິດ ຍິ່ງຮຸນແຮງຂຶ້ນ ໂດຍໃນ 24 ຊົ່ວໂມງທີ່ຜ່ານມາ ພົບຜູ້ເສຍຊີວິດເພີ່ມສູງເຖິງ 938 ຄົນ ເຊັ່ນດຽວກັນກັບລັດ ນິວຢອກ ທີ່ເປັນສູນກາງການແຜ່ລະບາດໃນອາເມລິກາ ພົບຜູ້ເສຍຊີວິດພາຍໃນມື້ດຽວສູງເຖິງ 779 ກໍລະນີ ໃນຂະນະທີ່ຍອດເສຍຊີວິດພາຍໃນປະເທດໃນໜຶ່ງມື້ ເພີ່ມຂຶ້ນ 1,808 ກໍລະນີ.

ຂະນະທີ່ຈໍານວນຜູ້ຕິດເຊື້ອທົ່ວໂລກກໍເພີ່ມຂຶ້ນເປັນ 1,511,104 ຄົນ; ອາເມລິກາພົບຜູ້ຕິດເຊື້ອຫຼາຍທີ່ສຸດ 492,052 ຄົນ, ສະເປນ 148,200 ຄົນ, ອິຕາລີ 130,422 ຄົນ, ຝຣັ່ງ 113,959 ຄົນ, ເຢຍລະມັນ 113,269 ຄົນ, ຈີນ 82,809 ຄົນ, ອີຣ່ານ 64,586 ຄົນ, ອັງກິດ 61,474 ຄົນ, ຕວາກກີ 38,226 ຄົນ, ແບນຊິກ 23,403 ຄົນ, ສະວິດເຊີແລນ 23,280 ຄົນ, ເນເທີ້ແລນ 20,682 ຄົນ ແລະ ເກົາຫຼີໃຕ້ 10,384 ຄົນ.

ສ່ວນປະເທດໃນປະຊາຄົມອາຊຽນນັ້ນ ຈາກຂໍ້ມູນຈາກເວັບໄຊ້ຂອງມະຫາວິທະຍາໄລ ຈອນ ຮັອບກິ້ນ ມາເລເຊຍແມ່ນມີຜູ້ຕິດເຊື້ອສູງທີ່ສຸດ 4,119 ຄົນ, ຟີລິບປິນ 3,870 ຄົນ, ອິນໂດເນເຊຍ 2,956 ຄົນ, ໄທ 2,369 ຄົນ, ສິງກະໂປ 1,623 ຄົນ, ຫວຽດນາມ 251 ຄົນ, ບຣູໄນ 135 ຄົນ, ກຳປູເຈຍ 117 ຄົນ, ມຽນມາ 22 ຄົນ ແລະ ລາວ 15 ຄົນ.

ປະຈຸບັນ, ຈໍານວນຜູ້ທີ່ສາມາດປິ່ນປົວເຊົາຢູ່ທີ່ 328,661 ຄົນ.

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...